ທ່ານ ສາກົນ ພອນປະເສີດ ຂຶ້ນເປັນຫົວໜ້າພະແນກແຜນການ ແຂວງເຊກອງ ຄົນໃໝ່

73

ພິທີມອບ – ຮັບໜ້າທີ່ລະຫວ່າງ ທ່ານ ທອງຄໍາ ມະນີວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ເຊກອງຜູ້ເກົ່າກັບ ທ່ານ ສາກົນ         ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້ ທີ່ພະແນກແຜນການ ແລະ ການລົງທຶນແຂວງ ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ, ບັນດາທ່ານຫົວໜ້າພະແນກ, ຫ້ອງການ, ອົງການທຽບເທົ່າ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ທອງຄໍາ ມະນີວົງ ໄດ້ລາຍງານການເຄື່ອນໄຫວວຽກງານໄລຍະ 4 ປີຜ່ານມາ ເຫັນວ່າການຊີ້ນໍາໆພາຮອບດ້ານໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ    ໃຫຍ່ ຄັ້ງທີ X ຂອງສູນກາງພັກ, ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VIII ຂອງລັດຖະບານ ໄດ້ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ແຕ່ກໍໄດ້ສຸມໃສ່ຍູ້ແຮງການພັດທະນາວຽກງານແຜນການ ແລະ ການລົງທຶນໃຫ້ນັບມື້ດີຂຶ້ນ ແລະ ບັນລຸແຜນການທີ່ວາງໄວ້ຫຼາຍໆດ້ານ.

ສ່ວນ ທ່ານ ສາກົນ ພອນປະເສີດ ກໍໄດ້ກ່າວວ່າ: ເພື່ອສືບຕໍ່ພາລະກິດໃນການຊີ້ນໍາໆພາຂະແໜງແຜນການ ແລະ ການລົງທຶນໃຫ້ປະສົບຜົນສໍາເລັດຕາມພາລະບົດບາດ ແລະ ໜ້າທີ່ໃນໄລຍະໃໝ່ ຂ້າພະເຈົ້າພ້ອມດ້ວຍຄະນະພັກ, ຄະນະນໍາພະແນກ ແລະ ສະມາຊິກພັກ, ພະນັກງານ – ລັດຖະກອນຈະສືບຕໍ່ເອົາໃຈໃສ່ຜັນຂະຫຍາຍຜົນສໍາເລັດແຫ່ງການຊີ້ນໍາໆພາ ແລະ ບົດຮຽນອັນລໍ້າຄ່າຂອງທ່ານທີ່ໄດ້ສ້າງໄວ້ໃຫ້ສູງເດັ່ນຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ຂະແໜງແຜນການ ແລະ ການລົງທຶນມີການພັດທະນາດີຂຶ້ນເລື້ອຍໆ.

ທ່ານ ເຫຼັກໄຫຼ ສີວິໄລ ກໍໄດ້ໃຫ້ທິດຊີ້ນໍາຕື່ມ ໂດຍສະເພາະແມ່ນເນັ້ນໃຫ້ທ່ານຫົວໜ້າພະແນກຜູ້ໃໝ່ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນໃຫ້ປຶກແຜ່ນ ແລະ ພາຍນອກໃຫ້ກວ້າງຂວາງ, ເປັນຄັນທຸງແຫ່ງການຊີ້ນໍາໆພາປະຕິບັດຕາມລະບອບແບບແຜນວິທີເຮັດວຽກງານຂອງພັກ, ປະຕິບັດຫຼັກການຕໍາໜິຕິຊົມກັນໃຫ້ເຂັ້ມງວດ. ພ້ອມດຽວກັນນັ້ນ, ໃຫ້ເຊີດຊູ ຄວາມເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ, ມີແບບແຜນການດໍາລົງຊີວິດທີ່ຖືກຕ້ອງ, ປອດໃສຂາວສະອາດ, ປະຢັດມັດທະຍັດ, ມີຄວາມທ່ຽງທໍາເປັນຫຼັກແຫຼ່ງ ແລະ ເປັນແກນນໍາທີ່ແທ້ຈິງຂອງພັກ, ເຮັດໃຫ້ມະຫາຊົນມີ ຄວາມໄວ້ເນື້ອເຊື່ອໃຈ, ຍາມໃດກໍຖືຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນເໜືອຜົນປະໂຫຍດສ່ວນຕົວຂອງຕົນ, ປັບປຸງແບບແຜນວິທີນໍາພາ – ວິທີເຮັດວຽກຢ່າງມີວິທະຍາສາດ ແລະ ມີຫົວຄິດປະດິດສ້າງບົນພື້ນຖານລະບຽບຫຼັກການ, ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ກໍາຂອບເຂດສິດ ແລະ ມອບໝາຍຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ເຄົາລົບ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ສະຕິປັນຍາຂອງມະຫາຊົນ, ມີການຕິດຕາມກວດກາຢ່າງເປັນປົກກະຕິ, ສິ່ງເຫຼົ່ານັ້ນແມ່ນຖືເປັນປັດໄຈທີ່ສໍາຄັນ ທັງເປັນກໍາລັງແຮງໃນການຄໍ້າປະກັນຕໍ່ຜົນສໍາເລັດແຫ່ງການຊີ້ນໍາໆພາຂອງພັກ – ລັດເຮົາ.

( ຂ່າວ : ສັນຍາ )