ບໍລິສັດຜູ້ຜະລິດລາຍໃຫຍ່ ເຫັນດີຢຸດຕິການຜະລິດສື່ໂຄສະນາທາດເຫຼົ້າ

77

ພາຍຫຼັງທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກແຈ້ງການເລກທີ 196/ຖວທ ລົງວັນທີ 24/4/2019 ເລື່ອງ: ການຢຸດຕິການຜະລິດສື່ໂຄສະນາ ແລະ ໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ກໍເກີດມີຫາງສຽງຕ່າງໆມາວ່າ ຂອດປະຕິບັດຈະເຮັດໄດ້ ຫຼື ບໍ່? ຫຼ້າສຸດໄດ້ມີກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ຜູ້ຜະລິດ ໂດຍປະທານ ບໍລິສັດ ເບຍລາວ ຈຳກັດ ຍິນດີປະຕິບັດຕາມແຈ້ງການດັ່ງກ່າວ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 8 ພຶດສະພາ 2019 ທີ່ຫໍວັດທະນະທຳ ແຫ່ງຊາດ ໂດຍການເປັນປະທານຮ່ວມຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນມີ ກະຊວງ ຖວທ ແລະ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ – ຮອງຫົວໜ້າກົມ, ພະແນກການ, ຫ້ອງການ, ພາກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ມີການປຶກສາຫາລື ແລະ ປະກອບຄຳເຫັນກ່ຽວກັບການຢຸດຕິການຜະລິດສື່ໂຄສະນາ ແລະ ໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ໂດຍໃຫ້ ບໍລິສັດ ລັດວິສາຫະກິດ, ບໍລິສັດ ເອກະຊົນ, ຜູ້ປະກອບການຜະລິດ, ນຳເຂົ້າ – ສົ່ງອອກ, ຈຳໜ່າຍ ແລະ ບໍລິສັດປະກອບການໂຄສະນາ, ອອກແບບ ຜະລິດ, ຕິດຕັ້ງປ້າຍ ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ເປັນຕົ້ນແມ່ນການຜະລິດ ຕິດຕັ້ງປ້າຍໂຄສະນາຢູ່ຕາມສາຍທາງ ແລະ ສະຖານທີ່ຕ່າງໆ, ການໂຄສະນາທາງສື່ມວນຊົນທຸກປະເພດ ແລະ ກິດຈະກຳສົ່ງເສີມການຂາຍ ( ສາວເຊຍເບຍ ) ແລະ ອື່ນໆ ທີ່ເປັນການຊັກຊວນໃຫ້ມີການດື່ມ.

ທ່ານ ບຸນເພັງ ແກ້ວພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ກ່າວວ່າ: ຮູ້ສຶກດີໃຈເປັນຢ່າງຍິ່ງທີ່ທາງກະຊວງ ຖວທ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບແຈ້ງການໃຫ້ຢຸດຕິການຜະລິດສື່ໂຄສະນາ ແລະ ໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ໃນຄວາມເປັນຈິງແລ້ວ ສປປ ລາວເຮົາ ກໍມີກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ຖືກຮັບຮອງຈາກສະພາແຫ່ງຊາດ ແຕ່ປີ 2014 ແລະ ຄິດວ່າການຈັດກອງປະຊຸມຄັ້ງນີ້ ຈະມີ ຄວາມໝາຍສຳຄັນທີ່ສຸດ ເພາະມັນຈະເຮັດໃຫ້ສື່, ບັນດາຜູ້ແທນ, ຜູ້ປະກອບທຸລະກິດກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າ ເຫັນໄດ້ເຖິງຄວາມສໍາຄັນໃນວຽກງານການໂຄສະນາກ່ຽວກັບເຄື່ອງດື່ມ ແລະ ຂໍ້ຫ້າມຕ່າງໆ ເຊິ່ງອີງຕາມຂໍ້ມູນຂອງອົງການອະນາໄມໂລກແລ້ວ ເຄື່ອງດື່ມທີ່ມີທາດເຫຼົ້ານີ້ໄດ້ສ້າງບັນຫາຢ່າງໃຫຍ່ຫຼວງທາງດ້ານເສດຖະກິດ ແລະ ສັງຄົມ ໂດຍສະເພາະເຮັດໃຫ້ມີຜູ້ເສຍຊີວິດປີໜຶ່ງ ປະມານ 3 ລ້ານຄົນໃນທົ່ວໂລກ ແລະ ສຳລັບພາກພື້ນປາຊີຟິກຕາເວັນອອກນີ້ ມີຜູ້ເສຍຊີວິດປີໜຶ່ງ ປະມານ 8 ແສນຄົນ. ນອກຈາກນັ້ນ, ເຄື່ອງດື່ມທີ່ມີທາດເຫຼົ້າຍັງເປັນຕົວພົວພັນກໍ່ໃຫ້ເກີດອຸບັດເຫດ ແລະ ເກີດພະຍາດທັງໝົດ ຫຼາຍກວ່າ 200 ພະຍາດ ເຊັ່ນ: ພະຍາດທີ່ພົວພັນທາງດ້ານສະໝອງ, ຕັບ, ພະຍາດຫົວໃຈ ເຮັດໃຫ້ຄົນເສັ້ນເລືອດໃນສະໝອງແຕກເກີດຄວາມພິການຕ່າງໆ ນີ້ແມ່ນຜົນຮ້າຍຂອງມັນ. ແຕ່ໃນກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້ານີ້ ບໍ່ໄດ້ມີຄວາມໝາຍວ່າຈະໃຫ້ມີການຢຸດຕິການຜະລິດ, ການຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ ແຕ່ຈຸດປະສົງເພື່ອຄວບຄຸມໃຫ້ມີການຫຼຸດຜ່ອນເຄື່ອງດື່ມນີ້ລົງ.

ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈຳກັດ ໃຫ້ສໍາພາດວ່າ: ພາຍຫຼັງທີ່ເຫັນແຈ້ງການນີ້ອອກມາ ກໍຖືວ່າເປັນເລື່ອງທຳມະດາ ເພາະວ່າກົດໝາຍຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໄດ້ອອກມາແຕ່ 2014 ແຕ່ວ່າດ້ານການຈັດຕັ້ງປະຕິບັດລະອຽດນັ້ນ ຍັງມີຫຼາຍອັນທີ່ຍັງບໍ່ທັນລະອຽດ, ຂ້າພະເຈົ້າໃນນາມເປັນປະທານ ບໍລິສັດ ເບຍລາວ ເຊິ່ງເປັນຜູ້ຜະລິດເຄື່ອງດື່ມເບຍລາຍໃຫຍ່ຂອງປະເທດ ແຕ່ກໍບໍ່ມີແຕ່ບໍລິສັດພວກເຮົາທີ່ຜະລິດເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຍັງມີຫຼາຍໆບໍລິສັດຜະລິດ. ແຕ່ຢ່າງໃດກໍຕາມ, ບໍລິສັດພວກເຮົາໄດ້ຢຶດຖືຫຼັກການຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບນະໂຍບາຍຂອງພັກ – ລັດ ແລະ ຮີດຄອງປະເພນີອັນດີງາມຂອງຊາດ. ສະນັ້ນ, ການທີ່ແຈ້ງການ ຫຼື ກົດໝາຍອອກມານັ້ນ ຂ້າພະເຈົ້າຕ້ອງນ້ອມຮັບ ແລະ ນຳເອົາໄປຈັດຕັ້ງປະຕິບັດຢູ່ແລ້ວ ເປັນຕົ້ນແມ່ນເພິ່ນເນັ້ນໃສ່ 2 ບັນຫາ ຄື:

  1. ເລື່ອງການໂຄສະນາຕ່າງໆ: ຂ້າພະເຈົ້າກໍເຫັນວ່າການໂຄສະນາຕ່າງໆຂອງ ບໍລິສັດ ເບຍລາວ ບາງຢ່າງທີ່ຜ່ານມາກໍເຫັນວ່າມີບາງອັນຫຼາຍເກີນໄປແທ້ ໂດຍສະເພາະປ້າຍໂຄສະນາຮ້ານ ເຊິ່ງຈະໄດ້ເອົາມາດັດແກ້, ປັບປຸງໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແຕ່ຕ້ອງໄດ້ໃຊ້ເວລາ ເພາະເບຍລາວໄດ້ເຮັດມາ 40 ກວ່າປີແລ້ວ ຈະແກ້ໃຫ້ເລັ່ງດ່ວນກໍບໍ່ໄດ້ ແລະ ຈະມີການໂຄສະນາຢູ່ແຕ່ຕ້ອງເບິ່ງເວລາ ເຮັດແນວໃດມັນຈະບໍ່ກະທົບ ຫຼື ບໍ່ເປັນການເຊີນຊວນຄົນດື່ມຫຼາຍເກີນໄປ, ໃຫ້ດື່ມດ້ວຍຄວາມຮັບຜິດຊອບ.
  2. ເລື່ອງກິດຈະກຳສົ່ງເສີມການຂາຍ ( ສາວເຊຍເບຍ ): ການມີສາວເຊຍເບຍນີ້ ຈຸດປະສົງອັນໜຶ່ງຂອງບໍລິສັດພວກເຮົາ ກໍຄືຢາກຂາຍເບຍໃຫ້ຫຼາຍຂຶ້ນ ແລະ ຢາກຍາດແຍ່ງສ່ວນແບ່ງທາງຕະຫຼາດ ແຕ່ວ່າພວກເຮົາກໍໄດ້ມີລະບຽບຄຸ້ມຄອງສາວເຊຍເບຍຢ່າງເຂັ້ມງວດ ເປັນຕົ້ນການ ຮັບ – ສົ່ງ ຄື: ຮັບເຂົາເຈົ້າຢູ່ເຮືອນ ສົ່ງເຂົາເຈົ້າຢູ່ຮ້ານ, ຮັບເຂົາເຈົ້າຢູ່ຮ້ານ ຕ້ອງສົ່ງເຂົາເຈົ້າຢູ່ເຮືອນ ແລະ ການນຸ່ງເຄື່ອງກໍນຸ່ງໄດ້ສະເພາະເຄື່ອງຂອງບໍລິສັດເບີກໃຫ້ເທົ່ານັ້ນ, ນັ່ງນຳແຂກບໍ່ໄດ້, ກິນເບຍນຳແຂກບໍ່ໄດ້ຢູ່ໃນໂມງເຮັດວຽກ ເຊິ່ງການເຮັດວຽກດັ່ງກ່າວກໍມີຫຼາຍຄົນທີ່ເຂົາສາມາດຮຽນຈົບ, ມີວຽກເຮັດງານທຳ, ຊີວິດຄອບຄົວດີຂຶ້ນ ແລະ ຖ້າຈະໃຫ້ປັບປ່ຽນແມ່ນຈະປັບປ່ຽນແນວໃດ ໂດຍໄດ້ມີການຖົກຖຽງກັນຢູ່ ແລະ ຖ້າຫາກວ່າເຮັດແນວໃດກໍໃຫ້ຢຸດຕິ ກໍມີຄວາມຈຳເປັນຕ້ອງນ້ອມຮັບໄປຈັດຕັ້ງປະຕິບັດ ແລະ ຈຳນວນສາວເຊຍເບຍທີ່ມີຢູ່ໃນປັດຈຸບັນ ປະມານ 800 ກວ່າຄົນ ກໍຈະບໍ່ມີວຽກເຮັດ ( ຕົກວຽກ ) ແຕ່ຖ້າຍັງເປັນປະໂຫຍດຢູ່ເປັນການສ້າງວຽກເຮັດງານທຳ, ເປັນການດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວບ້ານເຮົາຫຼາຍຂຶ້ນ ກໍຈະມີການປັບປຸງຮູບແບບ ເຮັດແນວໃດເພື່ອບໍ່ໃຫ້ເປັນການຊັກຈູງເກີນໄປ ແລະ ຖືກຕ້ອງຕາມຮີດຄອງປະເພນີ.

ແຕ່ຢ່າງໃດກໍຕາມ, ທ່ານ ສູນທອນ ຍັງໃຫ້ຮູ້ວ່າ: ດ້ານການຈັດຕັ້ງປະຕິບັດທັງສອງບັນຫາທີ່ກ່າວມາຂ້າງເທິງນັ້ນ ພາກລັດກໍຍັງບໍ່ທັນໃຫ້ຄຳເຫັນເປັນອັນລະອຽດໃນການຈັດຕັ້ງປະຕິບັດວ່າຈະເຮັດແນວ ໃດ ເຊິ່ງຈະຕ້ອງໄດ້ມີການປຶກສາຫາລືກັນຕື່ມອີກ.

[ ຂ່າວ: ສັນຕິ; ຮູບ: ສອນໄຊ ]