ຢ່າງເທ່ ແຕ່ເປັນຂີ້ລັກສ້າງປະຫວັດທີ່ສຸດມົວໝອງ

164

ຕາມສຸພາສິດທີ່ກ່າວໄວ້ ເຫັນເງິນໜ້າດໍາເຫັນຄໍາໜ້າເສົ້າ ແມ່ນແທ້ໆ ໃຜໆກໍຢາກໄດ້ ຢາກມີເງິນຄໍາທັງນັ້ນ ແຕ່ໃນເມື່ອມັນບໍ່ແມ່ນຂອງເຮົາກໍບໍ່ຄວນໄປເອົາຂອງຄົນອື່ນມາ ຖ້າບໍ່ດັ່ງນັ້ນກໍ່ອາດຕິດຄຸກໄດ້ງ່າຍໆ ດັ່ງກໍລະນີທີ່ຖືກແຊ ແລະ ເປັນທີ່ສົນໃຈກັນຕໍ່ໂລກອອນລາຍໃນຫວ່າງອາທິດຜ່ານມາ ກໍລະນີ ເກີດໄຟໄໝ້ສູນໂພຊະນາການ ຂອງກະຊວງສາທາລະສຸກ ບ້ານສີເມືອງ ເມືອງສີສັດຕະນາກ 28 ເມສາ 2019 ຜ່ານມາ ສາເຫດກໍ່ຍ້ອນ ພະນັກງານລັກເງິນ ແລ້ວຫວັງເຜົາທໍາລາຍຫຼັກຖານ ປັດຈຸບັນສາມາດກັກຕົວໄດ້ແລ້ວ.

ຜ່ານການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະຢ່າງລະອຽດ, ສາມາດຢັ້ງຢືນວ່າ: ສາເຫດໄຟໄໝ້ສູນແມ່ນເກີດຈາກພະນັກງານຢູ່ສູນລັກເງິນ 1.000 ກວ່າລ້ານກີບ ແລ້ວເອົາໄຟຈູດສູນ ເພື່ອທໍາລາຍຫຼັກຖານ ແລະ ປິດບັງຄວາມຜິດ.

ຕົກມາຮອດວັນທີ 29 ເມສາ 2019, ເຈົ້າໜ້າທີ່ໄດ້ກັກຕົວ ນ ເກດນາລີ (ທ໋ອມ)ຮັບຜິດຊອບວຽກວິຊາການ, ນ ປິ່ນມຸກ ພົມສຸວັນ ຮັບຜິດຊອບຄັງເງິນສົດ ທີ່ຕົກເປັນເປັນຜູ້ຖືກຫາ ມາສອບສວນ ແລະ ຜູ້ກ່ຽວສາລະພາບວ່າ: ໃນມື້ເກີດເຫດ, ໄດ້ພາກັນລົງມືງັດຫ້ອງການຂອງຫົວໜ້າສູນ, ຫ້ອງການ ແລະ ງັດຕູ້ເຊບ ເພື່ອລັກເອົາເງິນຈໍານວນ 1.500 ລ້ານກີບ.

ຈາກນັ້ນ, ໄດ້ນໍາເອົານໍ້າມັນ ຈຳນວນ 5 ລິດ ມາຮວດໃສ່ຫ້ອງການ ແລ້ວເອົາໄຟຈູດ. ຈາກເຫດການທີ່ເກີດຂຶ້ນ, ເຖິງແມ່ນວ່າຜູ້ຖືກຫາພະຍາຍາມຈູດສູນທໍາລາຍຫຼັກຖານ ເພື່ອປິດບັງການກະທໍາຜິດ ແຕ່ເຈົ້າໜ້າທີ່ກໍຍັງສາມາດສືບຮູ້ໄດ້ ແລະ ນໍາຕົວຜູ້ກໍ່ເຫດມາດຳເນີນຄະດີຕາມລະບຽບກົດໝາຍ.

ໃຫ້ເລື່ອງນີ້ເປັນບົດຮຽນວ່າ ຜູ້ທີ່ກະທໍາຜິດຕ້ອງໄດ້ຮັບບົດລົງໂທດສະເໝີ ບໍ່ຊ້າກໍໄວ ໃນເມື່ອມັນບໍ່ແມ່ນຂອງເຮົາຫາກຄິດລັກໄປຄອບຄອງກໍຕ້ອງໄດ້ຮັບຜົນຈາກການກະທໍາຂອງຕົນສະເໝີ ໃນເມື່ອເຮົາຍັງມີກໍາລັງ ແລະ ປັນຍາ ຈົ່ງໃຊ້ຄວາມຮູ້ຄວາມສາມາດຕັ້ງໃຈປະກອບອາຊີບທີ່ສຸດຈະລິດດີກວ່າຕ້ອງມາຈົບອະນາຄົດແບບນີ້.