ວົງການບັນເທິງກັບເສັ້ນທາງກ້າວສູ່ຜູ້ອຳນວຍການບໍລິສັດຂອງ ຕ້າ ເອແພັກ

137

ຫຼາຍໆຄົນຄົງຮູ້ຈັກ ຄຸ້ນໜ້າ ຄຸ້ນສຽງກັນດີ ກັບ ຕ້າ ເອແພັກ Apacks ຫຼື ພອນເທບວິໄຊ ໄຊທິລາດ ວົງນັກຮ້ອງທີ່ມີສື່ດຽງໂດ່ງດັງ ແລະ ມີຜົນງານເພງທີ່ເປັນອໍາມະຕະ ຕັ້ງແຕ່ຕອນນັ້ນຈົນເຖິງ ປັດຈຸບັນ ບໍ່ວ່າຈະເປັນຜົນງານເພງ: ຫົວງູ ຂໍເວລາທໍາໃຈ ພໍ …

 

 

<iframe width=”640″ height=”360″ src=”https://www.youtube.com/embed/7LXANu_OzFc” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>

 

ຕ້າ ໄດ້ໃຫ້ສໍາພາດກັບທີມຂ່າວເສດຖະກິດວ່າ: ຕ້າ ໄດ້ເລີ່ມເຂົ້າວົງການບັນເທິງແຕ່ປີ 2003 ແລະ ໄດ້ເລີ່ມກໍ່ຕັ້ງວົງ Apacks ອອກອາລາບໍ້າ ວົງ Apacks ແຕ່ປີ 2005 ມີສະມາຊິກວົງຄື: ຕຸ່ນ (ຕຸ່ນ ດີວ້າ), ບີ່ (ບີ່ ບຸບຜາ), ແຊມ (Xtream), ເລດີ້ (ນັກທຸລະກິດຍິງຜະລິດຕະພັນເຄື່ອງສໍາອາງ),  ຫຼັງຈາກປີ 2010 ສະມາຊິກວົງ ເອແພັກ ກໍໄດ້ແຍກຍ້າຍກັນໄປເຮັດໃນສິ່ງທີ່ຕົນເອງຢາກເຮັດ ແລ້ວກໍບໍ່ໄດ້ກັບມາລວມໂຕກັນອີກເລີຍ ແຕ່ຜົນງານເພງເຂົ້າໃຈຜິດ ໂອລ້າໆ, ເທົ່າໃດ ກໍບໍ່ເອົາ ກໍໄດ້ຮັບລາງວັນນັກຮ້ອງຊາຍ pop ດີເດັ່ນນໍາ.

 

 

<iframe width=”640″ height=”360″ src=”https://www.youtube.com/embed/5tF_UGsQ6qo” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>

ຈົບມັດທະຍົມປາຍ ປີ 2002 ໄດ້ຮຽນຕໍ່ ປະລິນຍາຕີຢູ່ຄອມເຊັນເຕີ 5 ປີ ສາຂາບໍລິຫານຖຸລະກິດ ຫຼັງຈາກຈົບ ກໍໄດ້ມາເຮັດວຽກຢູ່ເບື້ອງໜ້າ ແລະ ເບື້ອງຫຼັງນໍາວົງການບັນເທິງກັບບໍລິສັດຕ່າງໆ ກ່ອນຈະມາເປີດບໍລິສັດເປັນຂອງຕົນເອງ ໂດຍການສ້າງບໍລິສັດ ກ້າວໜ້າ ເອັນເຕີເທັນເມັ້ນ ຮ່ວມກັບ ຕຸ່ນ ດີວ້າ 2 ຄົນ ທີ່ເຮັດກ່ຽວກັບວົງການບັນເທິງ, ການຈັດງານອອກແບບຕ່າງໆ, ງານຖ່າຍແບບ, ຫ້ອງອັດ, ອອກແບບເຮັດງານໂຄສະນາຕ່າງໆ ຄ້າຍເພງ, ດູແລຜະລິດຕະພັນຕ່າງໆໃນທົ່ວປະເທດ ທັງຜະລິດຕະພັນທີ່ເຂົ້າມາໃນລາວ ແລະ ສາກົນນໍາ.

 

<iframe width=”640″ height=”360″ src=”https://www.youtube.com/embed/_3jCyFLjDRI” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>

 

ປັດຈຸບັນຕ້າເປັນຜູ້ອໍານວຍການບໍລິສັດ ກ້າວໜ້າ ເອັນເຕີເທັນເມັ້ນ ຕຸ່ນ ເປັນຮອງຜູ້ອໍານວຍການ.

 

ຕ້າ, ອາເລັກຊານດຼ້າ ແລະ ຕຸ່ນ

 

 

<iframe width=”640″ height=”360″ src=”https://www.youtube.com/embed/dZz6mz0G1gQ?list=RD_3jCyFLjDRI” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>ສໍາລັບ ຕ້າ ຄວາມສໍາເລັດນັ້ນຈະເກີດຂຶ້ນກໍຕໍ່ເມື່ອວ່າ ວຽກນັ້ນເຮົາເຮັດສໍາເລັດເປັນວຽກໆໄປ ຖ້າຖາມວ່າຕອນນີ້ປະສົບຜົນສໍາເລັດແລ້ວ ຫຼື ຍັງ ? ຕ້າ ຂໍຕອບວ່າ: ການກໍ່ຕັ້ງບໍລິສັດກ້າວໜ້າເອັນເຕີເທັນເມັ້ນຂຶ້ນ ເປັນຄວາມຝັນອັນໜຶ່ງທີ່ ຕ້າ ຢາກສ້າງ,  ການເປັນສິນລະປິນນັກຮ້ອງກໍເປັນຄວາມຝັນອັນໜຶ່ງທີ່ອ້າຍໄດ້ເຮັດ ການສ້າງສິນລະປິນນັກຮ້ອງ ຕ້າ ກໍເຮັດໄດ້ແລ້ວ ແຕ່ໃນຄວາມຮູ້ສຶກຂອງ ຕ້າ ຍັງຮູ້ສຶກວ່າຢາກຈະພັດທະນາ ແລະ ຢາກປ່ຽນແປງຕາມຍຸກຕາມສະໄໝໄປເລື້ອຍໆ ກໍຍັງຄົງຢາກເຮັດວຽກຢາກຮ່ວມງານກັບອີກຫຼາຍໆຄົນ, ຫຼາຍໆລູກຄ້າ ຄວາມສໍາເລັດຂອງ ຕ້າ ແມ່ນການໄດ້ເຫັນຄວາມສຸກ ຂອງຄົນທີ່ມີຄວາມຝັນສົມຫວັງ, ຄວາມສຸກຂອງແຟນເພງ, ຄວາມສຸກຂອງລູກຄ້າທີ່ໄດ້ມາຮ່ວມງານນໍາພວກເຮົາ.

 

 

<iframe width=”640″ height=”360″ src=”https://www.youtube.com/embed/mXEpoXnkfz8?list=RD_3jCyFLjDRI” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>

ອະນາຄົດອັນໃກ້ນີ້ ຕ້າ ຈະມີຜົນງານເພງ ແລະ ອີກຫຼາຍໆຜົນງານ ໃຫ້ແຟນໆ ໄດ້ຕິດຕາມກັນຕໍ່ແນ່ນອນ ເຊື່ອວ່າແຟນເພງທຸກຄົນຈະໃຫ້ໂອກາດ ແລະ ການສະໜັບສະໜູນຄືເກົ່າ ຕ້າ ຈະພັດທະນາໃຫ້ດີຂຶ້ນເລື້ອຍໆ.

 

<iframe width=”640″ height=”360″ src=”https://www.youtube.com/embed/MBw1cbAxDNI?list=RD_3jCyFLjDRI” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>

 

ຕ້າ ຂອບໃຈແຟນໆ ທີ່ຍັງຕິດຕາມ ຕ້າ ມາຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ ເສັ້ນທາງທີ່ຮ່ວມເດີນກັນມາ ມັນບໍ່ງ່າຍເລີຍ ພໍ້ກັນຢູ່ໃສສາມາດເຂົ້າມາທັກທາຍ ຕ້າ ໄດ້ຕະຫຼອດ ຕ້າ ຍັງຄົງຢາກມີທຸກຄົນຢູ່ເປັນກໍາລັງໃຈ ແລະ ຈະມອບຄວາມສຸກຜ່ານບົດເພງທີ່ຕ້າໄດ້ຕັ້ງໃຈສ້າງ ແລະ ຈະພັດທະນາໃຫ້ແຟນໆໄດ້ປະທັບໃຈ ແລະ ມີຄວາມສຸກກັບການຟັງເພງໄປເລື້ອຍໆ ລວມທັງຜົນງານອື່ນໆຂອງສິນລະປິນໃນສັງກັດ.

 

<iframe width=”640″ height=”360″ src=”https://www.youtube.com/embed/0OOHSt62Cm4?list=RD_3jCyFLjDRI” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>

ຄະຕິປະຈໍາໃຈ ຕ້າ ແມ່ນ ບໍ່ຍຶດຕິດກັບອາດີດ ຢູ່ກັບປັດຈຸບັນ ບໍ່ຝັນເຖິງອະນາຄົດ ຫຼາຍເກີນໄປ ເຮັດປັດຈຸບັນໃຫ້ດີ ອະນາຄົດກໍຈະດີ ຕັດອາດີດໄປ ເພາະເຮົາບໍ່ອາດກັບໄປແກ້ໄຂມັນໄດ້ ຈຶ່ງເຮັດໃຫ້ຕ້າມີມື້ໄດ້ ແລະ ເຊື່ອແນ່ວ່າທຸກຄົນກໍສາມາດເຮັດໄດ້ຄືກັນກັບຕ້າ.