ສະຫະລັດຂວໍ້າບາດອຸດສາຫະກໍາບໍ່ແຮ່ຂອງອິຣານ

111

ສະຫະລັດເພິ່ມແຮງກົດດັນຕໍ່ອິຣານຈາກຄວາມຂັດແຍ່ງຂອງໂຄງການນິວເຄຣຍ ດ້ວຍການຂວໍ້າບາດອຸດສາຫະກໍາບໍ່ແຮ່ ເຊິ່ງເປັນສິນຄ້າສົ່ງອອກສໍາຄັນອັນດັບ 2 ຂອງອີກຝ່າຍ ຮອງຈາກນໍ້າມັນ ແລະ ກ໊າຊທໍາມະຊາດ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 8 ພຶດສະພາ ວ່າ ປະທານາທິບໍດີໂດນັລ ທຣໍາ ລົງນາມໃນຄໍາສັ່ງຝ່າຍບໍລິຫານໃຫ້ໜ່ວຍງານທີ່ກ່ຽວຂ້ອງເພິ່ມມາດຕະການຂວໍ້າບາດຕໍ່ອຸດສາຫະກໍາບໍ່ແຮ່ຂອງອິຣານ ເຊິ່ງເປັນສິນຄ້າສົ່ງອອກສໍາຄັນອັນດັບ 2 ຂອງອີກຝ່າຍ ຮອງຈາກພະລັງງານທີ່ລວມເຖິງນໍ້າມັນດິບ ແລະ ກ໊າຊທໍາມະຊາດ ໂດຍວັນທີ່ຜູ້ນໍາສະຫະລັດລົງນາມໃນຄໍາສັ່ງດັ່ງກ່າວ ກົງກັບວັນຄົບ ຮອບ 1 ປີ ການລົງນາມໃນຄໍາສັ່ງແບບດຽວກັນວ່າ ສະຫະລັດຂໍຖອນຕົວອອກຈາກການເປັນພາຄີຮ່ວມຂໍ້ຕົກລົງນິວເຄຣຍອິຣານ ເຊິ່ງເປັນຂໍ້ຕົກລົງທີ່ “ບໍ່ມີປະສິດທິພາບທີ່ສຸດ” ແລະ ເປັນສິ່ງທີ່ “ບໍ່ຄວນເກີດຂຶ້ນ ຕັ້ງແຕ່ທໍາອິດ” ເນື່ອງຈາກເປັນພັນທະ ກໍລະນີລະຫວ່າງປະເທດທີ່ບໍ່ສາມາດຢຸດຢັ້ງຄວາມພະຍາຍາມຂອງອິຣານ ໃນການພັດທະນາອາວຸດນິວເຄຣຍ.

ในภาพอาจจะมี 1 คน, สถานที่ในร่ม

ທັງນີ້ ຂໍ້ຕົກລົງນິວເຄຣຍອິຣານ ເປັນສົນທິສັນຍາທີ່ລັດຖະບານເຕຫະຣານ ລົງນາມຮ່ວມກັບ 5 ປະເທດ ສະມາຊິກຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC: United Nations Security Council) ໄດ້ແກ່: ອາເມຣິກາ, ຣັສເຊຍ, ຈີນ, ສະຫະຣາຊະອານາຈັກ ແລະ ຝຣັ່ງ ຮ່ວມດ້ວຍສະຫະພາບເອີຣົບ (EU) ແລະ ເຢຍລະມັນ ເມື່ອປີ 2015 ຢ່າງໃດກໍ່ຕາມ ລັດຖະບານວໍຊິງຕັນຂອງ ທຣໍາ ເຊິ່ງມີນະໂຍບາຍທີ່ເຂັ້ມງວດຕໍ່ອິຣານຢູ່ແລ້ວ ໄດ້ຖອນຕົວອອກ ເມື່ອເດືອນພຶດສະພາ ປີຜ່ານມາ ແລະ ກັບມາເພິ່ມມາດຕະການຂວໍ້າບາດຝ່າຍດຽວຕໍ່ລັດຖະບານເຕຫະລານຢ່າງຕໍ່ເນື່ອງ ໂດຍເນັ້ນອຸດສາຫະກໍາພະລັງງານ ແລະ ການເຮັດທຸລະກໍາລະຫວ່າງປະເທດເປັນຫຼັກ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ຂະນະທີ່ ພຽງບໍ່ເທົ່າໃດຊົ່ວໂມງ ກ່ອນການປະກາດຂະຫຍາຍມາດຕະການຂວໍ້າບາດຂອງທຣໍາ ປະທານາທິບໍດີຮັສຊັນ ໂຣຮານີ ຜູ້ນໍາອິຣານລົງນາມໃນຄໍາສັ່ງຍຸຕິການປະຕິບັດຕາມຂໍ້ຕົກລົງບາງສ່ວນ ຂອງສົນທິສັນຍາ ໂດຍບໍ່ໄດ້ມີການລົງເລິກໃນລາຍລະອຽດຢ່າງຊັດເຈນ ເຖິງວ່າ ໂຣຮານີ ຢືນຢັນວ່າ ປະລິມານຢູເຣນຽມເສີມປະສິດທິພາບຂອງອິຣານຍັງເຫຼືອຢູ່ໃນລະດັບຕໍ່າກວ່າທີ່ຈະໃຊ້ຜະລິດອາວຸດນິວເຄຣຍໄດ້ຕາມຂໍ້ຕົກລົງ ແຕ່ຖ້າພາຍໃນ 60 ວັນ ລັດພາຄີທີ່ເຫຼືອຢູ່ໃນຂໍ້ຕົກລົງຍັງບໍ່ສາມາດປະຕິບັດຕາມເນື້ອໃນສຳຄັນຂອງຂໍ້ຕົກລົງ ຄືການຜ່ອນຄາຍມາດຕະການຂວໍ້າບາດ ພາຍໃນ 60 ວັນ ທາງ ອິຣານ ຈະມີມາດຕະການເພິ່ມຕື່ມ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง