ສ້າງຝັນໃຫ້ເປັນຈິງຜ່ານໂຄງການແຟຣ໌ ແຟຊັນລາວ 2019

92

ໂຄງການ ແຟຣ໌ແຟຊັນລາວ 2019 ( Fair Fashion Laos 2019 ) ໄດ້ຈັດເປັນເທື່ອທໍາອິດໂດຍການຮ່ວມມືຈາກຫຼາຍພາກສ່ວນທີ່ໃຫ້ການສະໜັບສະໜູນ ເຊິ່ງຈະມີບັນດານັກສຶກສາລາວທີ່ຮຽນຈົບຈາກອາເມຣິກາ ເປັນຜູ້ສ້າງໂຄງການດັ່ງກ່າວ ແລະ ເປັນໂຄງການທີ່ຈະຊ່ວຍສ້າງບັນດານັກອອກແບບຮຸ່ນໃໝ່ທີ່ມີໃຈມັກໄດ້ມີໂອກາດສ້າງຜົນງານທີ່ຕິດພັນກັບວັດທະນະທໍາຂອງຊາດລາວ ດ້ວຍການໃຊ້ຜ້າຝ້າຍລາວຕັດຫຍິບເປັນເຄື່ອງນຸ່ງ.

ທ່ານ ນາງ ສິລິໄພທູນ ໄຊຍະມຸງຄຸນ ຕາງໜ້າໂຄງການນັກສຶກສາລາວ ທີ່ຈົບຈາກອາເມຣິກາ ໃຫ້ສໍາພາດວ່າ: ກວ່າຈະເປັນໂຄງການນີ້ໄດ້ກໍມາຈາກການລວມຕົວຂອງນັກສຶກສາລາວທີ່ຮຽນຈົບຈາກອາເມຣິກາ ເຊິ່ງຈະມີສະມາຄົມນັກສຶກສາລາວທີ່ຮຽນຈົບ ສາມາດມີໂອກາດຂໍທຶນຕ່າງໆກັບລັດຖະບານອາເມຣິກາ ແລະ ເປັນທຶນທີ່ເປີດໃຫ້ກຸ່ມນັກສຶກສາທົ່ວໂລກທີ່ຮຽນຈົບໃນ ອາເມຣິກາ ໄດ້ມີໂອກາດຂໍທຶນ. ກຸ່ມພວກເຮົາກໍຢາກມີສ່ວນຮ່ວມກັບໂຄງການໃດໜຶ່ງທີ່ເຮັດເພື່ອປະເທດລາວ ພ້ອມຢາກເຮັດໃຫ້ຫຼາຍຄົນໄດ້ເຫັນເຖິງເຄື່ອງຫັດຖະກໍາຂອງລາວທີ່ກາຍເປັນສິ່ງທີ່ໜ້າສົນໃຈສໍາລັບພວກເຮົາທັງຄົນລາວ ແລະ ຄົນຕ່າງປະເທດ.

ໂຄງການນີ້ເປັນໂຄງການທີ 2 ຂອງປະເທດລາວ ທີ່ໄດ້ຮັບທຶນພາຍໃຕ້ທຶນ AIEF ການນໍາເຄື່ອງຫັດຖະກໍາມາສ້າງເປັນໂຄງການນີ້ ຖືເປັນ ຄວາມພາກພູມໃຈຂອງພວກເຮົາ ແລະ ໂຄງການນີ້ເປັນ 1 ໃນ 15 ໂຄງການທົ່ວໂລກທີ່ໄດ້ທຶນ. ການສ້າງໂຄງການນີ້ພວກເຮົາມີແນວຄວາມຄິດຢາກໃຫ້ຊຸມຊົນ, ນັກອອກແບບທີ່ບໍ່ແມ່ນມືອາຊີບ, ຜູ້ທີ່ບໍ່ໄດ້ເຂົ້າຮ່ວມການປະກວດ ຫຼື ເຂົ້າປະກວດແລ້ວບໍ່ຜ່ານ ໂດຍຢາກຄົ້ນຫານັກອອກແບບທີ່ມີຄວາມຮູ້ – ຄວາມສາມາດໃນດ້ານນີ້ໄດ້ສະແດງຄວາມຄິດອອກມາ ເພື່ອໃຫ້ພວກເຂົາເຫຼົ່ານັ້ນໄດ້ເຮັດວຽກຮ່ວມກັບບັນດາຫ້າງຮ້ານທີ່ໄດ້ມີສ່ວນຮ່ວມກັບໂຄງການນີ້.

ເຊິ່ງຜູ້ເຂົ້າຮ່ວມຈະຕ້ອງເປັນຜູ້ຜະລິດເຄື່ອງນຸ່ງຈາກສີມືຕົນເອງ ໂດຍພວກເຮົາຄິດວ່າມັນຈະເປັນການດີຕໍ່ຜູ້ປະກອບການ ແລະ ຜູ້ອອກແບບ. ພາຍໃຕ້ການຕັດເຄື່ອງນຸ່ງດ້ວຍຜ້າຝ້າຍລາວ ຫຼື ແຜ່ນແພລາວ ທີ່ພ້ອມສວມໃສ່ ແລະ ລາຄາສາມາດຈັບຕ້ອງໄດ້ ໂດຍການນໍາໃຊ້ແຜ່ນແພລາວຕັດຫຍິບ 50%. ໂຄງການໄດ້ເລີ່ມຄັດເລືອກນ້ອງໆທີ່ມັກອອກແບບຈາກ 24 ຄົນ ເຫຼືອ 10 ຄົນ ນັບຕັ້ງແຕ່ກາງເດືອນມີນາ ຫາ ກາງເດືອນເມສາ ຜ່ານການສະໝັກພ້ອມສົ່ງຕົວຢ່າງການອອກແບບຂອງເຂົາເຈົ້າຕິດຂັດມານໍາ ສິ່ງສໍາຄັນຄືຜູ້ທີ່ໄດ້ຮັບການຄັດເລືອກຕ້ອງອອກແບບ ແລະ ຕັດຫຍິບເອງໄດ້.

ຈາກນັ້ນ, ຈະນຳທຸກຜົນງານທີ່ສົ່ງມາໂພສລົງເພຈ໌ ເພື່ອນັບຄະແນນທັງຍອດກົດໄລຄ໌ ຫຼື ຍອດແຊຣ໌, ຈະໄດ້ຄະແນນຜ່ານຄະນະກໍາມະການ ແລະ ສຸດທ້າຍຄືຈະໄດ້ຄະແນນຈາກຜູ້ເຂົ້າຮ່ວມຊົມໃນມື້ຕັດສິນ ພວກເຮົາຢາກໃຫ້ຄົນລາວໄດ້ເຫັນເຖິງແຟຊັນຂອງຄົນລາວກໍສາມາດເຮັດໄດ້ຜ່ານແຜ່ນແພລາວ. ມວນຊົນຍັງສາມາດຮ່ວມໃຫ້ຄະແນນ ຫຼື ຕິດຕາມໄດ້ທາງເພຈ໌ Fair Fashion Laos 2019 ຈົນຮອດວັນທີ 11 – 12 ພຶດສະພາ 2019 ຈະເປັນຮອບຕັດສິນ ແລະ ມີການເດີນໂຊຊຸດທີ່ຫໍວັດທະນະທໍາແຫ່ງຊາດ.

( ຂ່າວ: ນຸ້ມນິ້ມ, ຮູບ: ສຸກສະຫວັນ )