ອຸປະສັກເຂົ້າລາວ ຕໍ່ການແຂ່ງຂັນໃນຕະຫຼາດໂລກ

86

ສປປ ລາວ ເປັນປະເທດທີ່ມີເນື້ອທີ່ການຜະລິດກວ້າງຂວາງ ແລະ ຊາວກະສິກອນ ສ່ວນຫຼາຍກໍຜະລິດກະສິກຳສະອາດ ແຕ່ກໍຍັງບໍ່ພໍສໍາລັບເງື່ອນໄຂການຜະລິດເພື່ອສົ່ງອອກ. ສະນັ້ນ, ພາກລັດ – ຜູ້ປະກອບການລາວຕ້ອງໄດ້ຮ່ວມມືກັນເພື່ອຫຼຸດຂໍ້ຈໍາກັດ ກ້າວໄປເຖິງສ້າງຄວາມອາດສາມາດໃນການຜະລິດເພື່ອສົ່ງອອກ.

ບົດສະຫຼຸບ ປະຈໍາປີ 2018 ແລະ ທິດທາງປີ 2019 ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ສະພາບການຈັດຕັ້ງປະຕິບັດການສະໜອງເຂົ້າໄປ ສປ ຈີນ ໄລຍະຜ່ານມາ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບສຸຂະນາໄມພືດ, ສັດ ແລະ ຄວາມປອດໄພອາຫານກັບອົງການບໍລິຫານຄຸ້ມຄອງ, ກວດກາຄຸນນະພາບ ແລະ ກັກກັນພືດ ແລະ ສັດ ແຫ່ງ ສປ ຈີນ ( The Genera Administration of Quality Supervision, Inspection and Quarantine of the People’s Republic of China: AQSIQ ) ປະກອບດ້ວຍ 5 ຜະລິດຕະພັນພືດ ເຊັ່ນ: ສາລີ, ມັນຕົ້ນແຫ້ງ, ໝາກໂມ, ໝາກກ້ວຍ ແລະ ເຂົ້າສານ.

ໃນນັ້ນ, ໄດ້ລົງນາມກ່ຽວກັບຂໍ້ກຳນົດເງື່ອນໄຂສຸຂະນາໄມພືດ ກ່ຽວກັບການສົ່ງອອກເຂົ້າຂອງ ສປປ ລາວ ໄປ ສປ ຈີນ ໃນວັນທີ 5 ມັງກອນ 2015 ທີ່ນະຄອນຫຼວງປັກກິ່ງ, ສປ ຈີນ. ຈາກການປະຕິບັດຕົວຈິງເຫັນວ່າໃນປະເທດລາວມີພຽງ ບໍລິສັດ ຊວນເຢ ( ລາວ ) ບໍລິສັດດຽວທີ່ໄດ້ຮັບການຢັ້ງຢືນຈາກອົງການ AQSIQ ທີ່ສາມາດສົ່ງເຂົ້າອອກໄປຈີນໄດ້ ແຕ່ຜູ້ສົ່ງອອກຕົວຈິງ ແລະ ສ່ວນຫຼາຍແມ່ນໂຮງສີເຂົ້າ ໄອດີພີ ເຊິ່ງໄດ້ປະຕິບັດໂກຕາດັ່ງກ່າວສຳເລັດໃນເດືອນມີນາ 2019. ພ້ອມທັງສະເໜີຄວາມພ້ອມໃນການສົ່ງອອກ ໃນປີ 2019 – 2020 ຈຳນວນ 50 ພັນໂຕນ.

ບັນຫາທີ່ພົບພໍ້ຕໍ່ກັບການແຂ່ງຂັນໃນຕະຫຼາດໂລກ ໂດຍສະເພາະຕະຫຼາດ ສປ ຈີນ ເຂົ້າລາວ ຍັງບໍ່ທັນໄດ້ຄຸນນະພາບຕາມຄວາມຕ້ອງການຂອງຕະຫຼາດຈີນ ແລະ ໂຄງປະກອບຕົ້ນທຶນ, ຄ່າໃຊ້ຈ່າຍຕ່າງໆ ( ຄ່າຂົນສົ່ງ, ຕົ້ນທຶນການຜະລິດ, ການປຸງແຕ່ງ, ຄ່າຮົມຢາ ) ແມ່ນສູງຫຼາຍ ຖ້າສົມທຽບໃສ່ບັນດາປະເທດອ້ອມຂ້າງ ເຊັ່ນ: ໄທ, ສສ ຫວຽດນາມ ແລະ ກຳປູເຈຍ ເຮັດໃຫ້ຄວາມສາມາດໃນການແຂ່ງຂັນໃນຕະຫຼາດຕ່າງປະເທດຍັງຈຳກັດ, ຄວາມເຂົ້າໃຈຂອງຜູ້ປະກອບກິດຈະການເຂົ້າລາວຕໍ່ລະບຽບ ແລະ ການຄ້າແບບສາກົນຍັງຈຳກັດ ແລະ ເຂົ້າລາວຍັງບໍ່ທັນເປັນທີ່ຮັບຮູ້ຂອງຜູ້ບໍລິໂພກຈີນ ໂດຍສະເພາະແມ່ນເຂົ້າໜຽວແມ່ນຍັງມີຄວາມຕ້ອງການຈຳກັດ ສະເພາະເປັນລະດູການ. ດັ່ງນັ້ນ, ຈຶ່ງເຮັດໃຫ້ເຂົ້າສານລາວບໍ່ສາມາດແຂ່ງຂັນກັບເຂົ້າປະເທດເພື່ອນບ້ານໄດ້ ຖ້າຂາດການໄດ້ຮັບໂກຕາພິເສດຈາກລັດຖະບານຈີນ.

ບົດສະຫຼຸບ ປະຈໍາປີ 2018 ແລະ ທິດທາງປີ 2019 ຂອງ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ທົ່ວປະເທດມີໂຮງສີເຂົ້າ ທັງໝົດ 18.440 ແຫ່ງ. ໃນນີ້, ຂະໜາດໃຫຍ່ 162 ແຫ່ງ, ກາງ 6.338 ແຫ່ງ. ພ້ອມດຽວກັນ, ໄດ້ຮັບການຢັ້ງຢືນຈາກພາກລັດສ້າງເປັນກຸ່ມໂຮງສີເຂົ້າຫຼາຍພໍສົມຄວນ ເປັນຕົ້ນຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ ເຊິ່ງກຸ່ມສີເຂົ້າດັ່ງກ່າວແມ່ນເຮັດໜ້າທີ່ສະໜອງປັດໄຈການຜະລິດ ແລະ ແນວພັນຕາມຕະຫຼາດຕ້ອງການ ເພື່ອສົ່ງເສີມກຸ່ມຜະລິດ, ເຮັດການຜະລິດແບບເປັນຕ່ອງໂສ້, ສ້າງລະບົບເກັບຊື້ແບບມີສັນຍາຮ່ວມກັບຊາວນາ, ປະຕິບັດຕາມມາດຕະຖານຂອງຕະຫຼາດຕ້ອງການ ເຊັ່ນ: ມາດຕະຖານກະສິກຳສະອາດ ( GMP ) ແມ່ນຈະໄດ້ລາຄາເພີ່ມ 10% ຂອງຕະຫຼາດ. ພ້ອມນີ້, ກໍໄດ້ມີການສົ່ງເສີມ ແລະ ພັດທະນາການປຸງແຕ່ງເຂົ້າໃຫ້ໄດ້ຄຸນນະພາບ ແລະ ມາດຕະຖານທີ່ດີ ( GMP ) ສະເພາະຢູ່ແຂວງຄຳມ່ວນ ມີ 6 ກຸ່ມໂຮງສີເຂົ້າ ໄດ້ເຮັດສັນຍາກັບ 72 ກຸ່ມຜະລິດໄດ້ມາດຕະຖານກະສິກຳສະອາດ ມີ 2.030 ຄອບຄົວ, ມີ 5 ໂຮງສີເຂົ້າ ໄດ້ປັບປຸງຕົນເອງໄດ້ມາດຕະຖານໂຮງງານປຸງແຕ່ງທີ່ດີ.

ໃນປີ 2018 ຜ່ານມາ ຜູ້ປະກອບການໂຮງສີເຂົ້າແຂວງຄຳມ່ວນ ໄດ້ສົ່ງເຂົ້າສານຂາຍອອກຕ່າງປະເທດໄດ້ເຖິງ 3.728 ໂຕນ ມູນຄ່າ 2,2 ລ້ານ ກວ່າໂດລາສະຫະລັດ. ນອກຈາກນີ້, ຍັງສົ່ງອອກເຂົ້າເປືອກ 5.000 ໂຕນ ມູນຄ່າ 1,5 ລ້ານໂດລາສະຫະລັດ; ຢູ່ແຂວງສະຫວັນນະເຂດ ສາມາດສົ່ງເຂົ້າອອກໄປຕະຫຼາດຈີນ, ອັງກິດ ແລະ ເອີຣົບ ໄດ້ທັງໝົດ 965,3 ໂຕນ ມູນຄ່າ 5,5 ແສນກວ່າໂດລາສະຫະລັດ. ໃນນີ້, ສະເພາະສົ່ງອອກໄປຕະຫຼາດຈີນ ໂດຍບໍລິສັດ ຊວນເຢ 445,3 ໂຕນ ມູນຄ່າ 3 ແສນກວ່າໂດລາສະຫະລັດ, ສົ່ງອອກໄປປະເທດອັງກິດ ແລະ ເອີຣົບ ໂດຍບໍລິສັດ ໄອດີພີ 520 ໂຕນ ມູນຄ່າ 2,4 ແສນກວ່າໂດລາສະຫະລັດ.

[ ໂດຍ: ພຸດຕີ້ – ສັນຕິ; ຮູບ: ສຸກສະຫວັນ ]