ເພາະໃຈຮັກ ຢາກເປັນນັກອອກແບບ ເຈເຈ ຜູ້ເຂົ້າປະກວດ fair fashion Laos

88

ພອນປະເສີດ ຈິນດາໄມ ຫຼື ເຈເຈ ອາຍຸ 28 ປີ ຢູ່ບ້ານ ທ່າໄຮ ນະຄອນປາກເຊ ແຂວງຈຳປາສັກ ໜຶ່ງໃນຜູ້ເຂົ້າປະກວດ ຈາກ 10 ຄົນ ໃນໂຄງການ fair fashion Laos 2019 ເປັນໂຄງການອອກແບບຊຸດຜະລິດຕະພັນລາວປີທໍາອິດໃນລາວ ທີ່ລັດຖະບານ ອາເມລິກາໃຫ້ທຶນ ໂດຍຜ່ານໂຄງການ 2019 Alumni Engagement Innovation Fund ຫຼື AEF ຈາກ 15 ໂຄງການໃນທົ່ວໂລກ.

ເຈເຈ ບອກກັບທີມຂ່າວ ເສດຖະກິດການຄ້າວ່າ: ນ້ອງຕັດສິນໃຈມາປະກວດທັນທີ ຫຼັງຈາກທີ່ຮູ້ຂ່າວໂຄງການນີ້ຈາກເຟສບຸກ ຍ້ອນວ່າຕົນເອງກໍມີອາຊີບຕັດຫຍິບເຄື່ອງຢູ່ແລ້ວ ແລະ ສາມາດທີ່ຈະຜະລິດສີນຄ້າໄດ້ ຈິ່ງຮີບຮ້ອນຄວ້າເອົາໂອກາດນີ້ມາເພາະກົງກັບຄວາມມັກຮັກສ່ວນຕົວເລີຍ!

ເຈເຈ ຮູ້ວ່າຕົນເອງມີຄວາມສົນໃຈດ້ານແຟຊັນ ຫຼື ການອອກແບບເຄື່ອງແຕ່ງກາຍມາແຕ່ນ້ອຍແລ້ວ ແຕ່ຄອບຄົວບໍ່ຄ່ອຍເຫັນດີນຳວຽກດ້ານນີ້ປານໃດ ເພາະເປັນອາຊີບທີ່ຕ້ອງໃຊ້ຄວາມອົດທົນຫຼາຍ ແຕ່ ເຈເຈ ກໍບໍ່ຢຸດ ໄດ້ພະຍາຍາມທຸກວິທີທາງເພື່ອຈະເຂົ້າໃນວົງການນີ້ ເລີຍສົ່ງແບບສະໝັກເພື່ອໃຫ້ຕົນເອງ ແລະ ຄອບຄົວຮູ້ເຖິງສັກກາຍະພາບຂອງຄວາມສາມາດທີ່ເຈເຈມີ ໂດຍມີແຮງບັນດານໃຈມາຈາກຊ່າງຄົນ1 ຢູ່ບ້ານ ທີ່ເພີ່ນປະສົບຜົນສຳເລັດເລື່ອງນີ້ມາແລ້ວ.

ການມາປະກວດໃນໂຄງການນີ້ ເຈເຈ ຄາດຫວັງວ່າ ຢາກເກັບກ່ຽວປະສົບການ ແລະ ມີຄວາມຫວັງເລິກຢາກເປັນຜູ້ຊະນະໃນການແຂ່ງຂັນນີ້ນໍາ ສານຝັນໃຫ້ເປັນຈິງອະນາຄົດຢາກເປັນຊ່າງຕັບຫຍິບເສື້ອຜ້າ ຢາກມີແບຣນ ຫຼື ແບບເສື້ອເປັນຂອງຕົນເອງ ນອກຈາກການອອກແບບ ແລ້ວ ປັດຈຸບັນນ້ອງຍັງເປັນຊ່າງແຕ່ງໜ້າ ເປັນຜູ້ຊ່ວຍໃນການຈັດຊົງຜົມນໍາຊ່າງແຕ່ງໜ້າມືອາຊີບ.

ຫາກໄດ້ເປັນຄົນຊະນະໃນການແຂ່ງຂັນຄັ້ງນີ້ ເຈເຈ ຈະສະແດງຜົນງານຂອງຕົນອອກມາໃຫ້ກັບມວນຊົນໄດ້ຮັບຮູ້, ໄດ້ເຫັນຕະຫຼອດ ແລະ ສານຕໍ່ດ້ານການອອກແບບ ແຟຊັນ ໄປເລື້ອຍໆ, ໝັ່ນຝຶກຝົນ, ຊອກເຂົ້າຮ່ວມການຝຶກອົບຮົມ ເພື່ອພັດທະນາຕົນເອງ ເຮັດໃຫ້ຄົນພາຍໃນປະເທດ ແລະ ຕ່າງປະເທດຮູ້ວ່າ ລາວເຮົາເອງມີຜະລິດຕະພັນທີ່ສວຍງາມ ມີນັກອອກແບບທີ່ເກັ່ງທຽບເທົ່າກັບສາກົນໄດ້ຄືກັນ.

ທ່ານສາມາດຕິດຕາມຜົນງານ ຂອງ ດາວ ແລະ ຄົນອື່ນໆໄດ້ ນັບຕັ້ງແຕ່ມື້ນີ້ ເປັນຕົ້ນໄປ ຜູ້ເຂົ້າແຂ່ງຂັນທັງໝົດຈະໄດ້ເກັບໂຕເຂົ້າສູ່ສູນເພື່ອຕັດຫຍິບ ອອກແບບຊຸດ ແລ້ວຈະສະແດງຜົນງານ ການເຄື່ອນໄຫວຕໍ່ເນື່ອງ ຈົນຮອດ ວັນທີ 11-12 ພຶດສະພາ 2019 ຮອບຕັດສິນ ທີ່ ຫໍວັດທະນະທໍາແຫ່ງຊາດ.

ມວນຊົນສາມາດເຂົ້າຊົມໄດ້ໂດຍບໍ່ເສຍຄ່າຜ່ານປະຕູ, ທ່ານຍັງສາມາດເປັນສ່ວນໜຶ່ງໃນການໃຫ້ຄະແນນຊຸດ ແລະ ນັກອອກແບບທີ່ທ່ານມັກຮັກໄດ້ ໃນຮອບຕັດສິນ.

ຈາກ: Phonepaseuth Cdm Laos