ເພື່ອຫຼຸດມົນລະພິດຈາກຢາງພລາສະຕິກ ຫວັງວ່າສ້າງເຄືອຂ່າຍຈະຊ່ວຍໄດ້

100

ເຄືອຂ່າຍຫຼຸດຜ່ອນມົນລະພິດຈາກການນໍາໃຊ້ຢາງພລາສຕິກ ແມ່ນເຄືອຄ່າຍເພື່ອຊ່ວຍເຫຼືອ, ສະໜັບສະໜູນບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ໃນການຫຼຸດຜ່ອນມົນລະພິດຈາກການນໍາໃຊ້ຢາງພລາສຕິກ ຢູ່ ສປປ ລາວ, ໂດຍມີ ໂຄງການວຽງຈັນ ສີຂຽວ ປະສານສົມທົບ, ປຶກສາຫາລືລະຫວ່າງສະມາຊິກຂອງເຄືອຂ່າຍ ແລະ ການນັດພົບປະກັນເພື່ອແລກປ່ຽນປະສົບການ ຂໍ້ມູນຂ່າວສານໃຫ້ກວ້າງຂວາງ.

ກົມຂະບວນການຊາວໜຸ່ມ ອົງການ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບ ໂຄງການວຽງຈັນ ສີຂຽວ ຈັດກອງປະຊຸມປຶກສາຫາລື ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາຂີ້ເຫຍື້ອ, ການຫຼຸດຜ່ອນການໃຊ້ຢາງພຼາສຕິກຂຶ້ນ ໃນວັນທີ 8 ພຶດສະພາ 2019 ທີ່ຫ້ອງປະຊຸມ ສຊປລ ໂດຍການເຂົ້າຮ່ວມຂອງທ່ານ ແສງດາວ ແກ້ວຂາວມະນີ ຄະນະພັກ ຫົວໜ້າກົມກວດກາ ສຊປລ; ທ່ານ ສຸລິຍາ ແກ້ວພິລາວົງ ຄະນະບໍລິຫານງານ ສຊປລ ຫົວໜ້າກົມຂະບວນການຊາວໜຸ່ມ, ບັນດາຕາງໜ້າຈາກໂຄງການວຽງຈັນສີຂຽວ, ພ້ອມດ້ວຍບັນດາຕາງໜ້າຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ໃຫ້ຮູ້ວ່າ: ການສ້າງເຄືອຂ່າຍຫຼຸດຜ່ອນມົນລະພິດຈາກການນໍາໃຊ້ຢາງພລາສຕິກ ຈະເຮັດວຽກໂດຍມີການປະສານສົມທົບກັບລັດຖະບານລາວ ເພື່ອສະໜັບສະໜູນແນວຄິດ ລິເລີ່ມທັງໝົດ ເພື່ອແນໃສ່ການຫຼຸດຜ່ອນມົນລະພິດຈາກຢາງພລາສຕິກ ແລະ ສົ່ງເສີມສະພາບແວດລ້ອມໃຫ້ມີສຸຂະພາບທີ່ດີກ່ວາ, ສະອາດກວ່າສໍາລັບປະຊາຊົນລາວ.

ນອກຈາກນີ້ກໍ່ມີການເປີດຕົວເຄືອຂ່າຍ ແລະ ເລີ່ມຕົ້ນດໍາເນີນການເຄື່ອນໄຫວກິດຈະກໍາຂອງຕົນ ເຊິ່ງສະມາຊິກປະກອບມີ: ຜູ້ຕາງໜ້າຂອງບັນດາກະຊວງ, ພະນັກງານລັດ ເຊິ່ງເປັນຜູ້ທີ່ສາມາດນໍາພາການປະຕິບັດໃນຂັ້ນຕອນຂອງການວາງນະໂຍບາຍ ແລະ ການບັງຄັບໃຊ້ກົດໝາຍ; ຜູ້ຕາງໜ້າຂອງອົງການຈັດຕັ້ງມະຫາຊົນ ເຊິ່ງເປັນຜູ້ທີ່ສາມາດຂົນຂວາຍປຸກລະດົມສະມາຊິກ ເພື່ອເພີ່ມຄວາມຮູ້, ສະໜັບສະນູນໃຫ້ມີການປ່ຽນແປງໃນພຶດຕິກໍາຂອງເຂົາເຈົ້າ.

ຈາກນີ້ຈະມີຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນ ເປັນຜູ້ທີ່ສາມາດປະຕິບັດຕົນເປັນການເຊື່ອມຕໍ່ລະຫວ່າງຂະບວນການເຄື່ອນໄຫວຂອງສາກົນໃນການຕ້ານມົນລະພິດຈາກພລາສຕິກ ແລະ ຄວາມພະຍາຍາມຂອງ ສປປ ລາວ; ມີຜູ້ຕາງໜ້າຈາກພາກທຸລະກິດ ເຊິ່ງເປັນບໍລິສັດທີ່ມີການນໍາໃຊ້ວັດສະດຸຈາກຢາງພລາສຕິກ ເພື່ອຂາຍຜະລິດຕະພັນຂອງພວກເຂົາ ເນື່ອງຈາກວ່າເຂົາເຈົ້າສາມາດຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໄດ້ ໃນຂະນະທີ່ມີການຄຸ້ມຄອງຮັກສາຜະລິດຕະພັນ ແລະ ບໍລິການທີ່ເຂົາເຈົ້າຈໍາໜ່າຍ.

ນອກຈາກນີ້ກໍ່ມີຜູ້ຕາງໜ້າຈາກສາທາລະນະຊົນ ຜູ້ທີ່ຕ້ອງການສະແດງບົດບາດໃນການຕ້ານມົນລະພິດດັ່ງກ່າວ ເຊື່ອແນ່ວ່າຕໍ່ໄປລາວເຮົາຄົງມີໂຄງການອານຸລັກທໍາມະຊາດ ສິ່ງແວດລ້ອມຫຼຸດການນໍາໃຊ້ພລາສຕິກ ເສດຂີ້ເຫຍື້ອຫຼາຍຂຶ້ນ ແລະ ເມື່ອເຮົາທຸກຄົນພ້ອມໃຈກັນລົງມືປະຕິບັດດ້ວຍຈິດໃຈທີ່ແທ້ຈິງ ປະເທດເຮົາຄົງເປັນປະເທດທີ່ສະອາດ ປາສະຈາກມົນລະພິດ ມີທໍາມະຊາດທີ່ອຸດົມສົມບູນສົດໃສແນ່ນອນ.