ເມືອງພູວົງ ກຽມເບ້ຍໄມ້ປູກໃນເນື້ອທີ່ 100 ກວ່າເຮັກຕາ

88

ປີ 2019 ນີ້ ເມືອງພູວົງ ແຂວງອັດຕະປື ມີແຜນການປູກຕົ້ນໄມ້ 48 ພັນ ກວ່າເບ້ຍ ເພື່ອປູກໃນເນື້ອທີ່ 100 ກວ່າເຮັກຕາ ແນໃສ່ປະກອບສ່ວນໃຫ້ເນື້ອທີ່ປົກຫຸ້ມຂອງປ່າໄມ້ເພີ່ມເປັນ 70% ໃນຂອບເຂດທົ່ວປະເທດ ເມື່ອຮອດປີ 2020 ຕາມຄາດໝາຍທີ່ພັກ ແລະ ລັດຖະບານວາງອອກ.

ທ່ານ ເພັດສະຫວັນ ສີກຸນລະບຸດ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງພູວົງ ແຂວງອັດຕະປື ໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນປີ 2019 ນີ້ ເມືອງພູວົງ ກໍຄືຫ້ອງການກະສິກໍາ ແລະ ປ່າໄມ້ຂອງເມືອງ ໄດ້ວາງຄາດໝາຍສູ້ຊົນປູກຕົ້ນໄມ້ໃຫ້ໄດ້ໃນເນື້ອທີ່ 160 ເຮັກຕາ ເພື່ອຟື້ນຟູປ່າທຳມະຊາດໃຫ້ໄດ້ 500 ເຮັກຕາ. ທັງນີ້, ກໍເພື່ອເປັນການປະກອບສ່ວນເພີ່ມລະດັບການປົກຫຸ້ມຂອງເນື້ອທີ່ປ່າໄມ້ໃນທົ່ວປະເທດໃຫ້ໄດ້ 70% ເມື່ອຮອດປີ 2020 ເພື່ອປະກອບສ່ວນບັນລຸຄາດໝາຍດັ່ງກ່າວນັ້ນ ອໍານາດການປົກເມືອງພູວົງ ກໍຄືຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ກະກຽມທຸກເງື່ອນໄຂ ເພື່ອເຮັດໃຫ້ການປູກຕົ້ນໄມ້ໃນປີນີ້ໄດ້ຮັບການຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການ, ມາຮອດປັດຈຸບັນຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ກະກຽມເບ້ຍໄມ້ ເພື່ອປູກມີ 48,5 ພັນເບ້ຍ. ໃນນັ້ນ, ປະກອບມີ: ໄມ້ຂະຍຸງ, ໄມ້ສັກ, ໄມ້ແຕ້, ໄມ້ແຫນ, ໄມ້ສະທອນ. ສໍາລັບການປູກນັ້ນທາງເມືອງໄດ້ແບ່ງໃຫ້ແຕ່ລະບ້ານເປັນຜູ້ຈັດຕັ້ງປະຕິບັດການປູກ ໂດຍຈະໄດ້ເນັ້ນການມີສ່ວນຮ່ວມຂອງທຸກພາກສ່ວນອົງການຈັດຕັ້ງທັງພາກລັດ, ເອກະຊົນ, ນັກຮຽນຮູ້ປັນຍາຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເພື່ອສ້າງຈິດສໍານຶກໃນການປົກປັກຮັກສາຊັບພະຍາກອນປ່າໄມ້ໃຫ້ມີຄວາມອຸດົມສົມບູນ.

ທ່ານ ເພັດສະຫວັນ ສີກຸນລະບຸດ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນທົ່ວສັງຄົມ ຈົ່ງພ້ອມກັນເຂົ້າຮ່ວມຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາທີ່ຈະມາເຖິງໃນມໍ່ໆນີ້ ເພື່ອເຮັດໃຫ້ເນື້ອທີ່ປ່າໄມ້ພາຍໃນເມືອງພູວົງມີອັດຕາປົກຫຸ້ມເພີ່ມຂຶ້ນ ໃຫ້ໄດ້ 75% ຂອງເນື້ອທີ່ທັງໝົດທົ່ວເມືອງ ເພື່ອຕອບສະໜອງແຜນຍຸດທະສາດຂອງພັກກໍຄືຂອງລັດໃນປີ 2020 ໃຫ້ມີເນື້ອທີ່ປ່າໄມ້ປົກຫຸ້ມໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ເພື່ອຄືນຄວາມອຸດົມສົມບູນຂອງທໍາມະຊາດ, ພ້ອມທັງຮ່ວມແຮງຮ່ວມໃຈກັນສະກັດກັ້ນການລັກລອບຕັດໄມ້ທໍາລາຍປ່າ, ການທໍາລາຍເຄື່ອງປ່າຂອງດົງ, ການທໍາລາຍສັດນໍ້າ – ສັດປ່າ. ທັງນີ້, ກໍເພື່ອປະກອບສ່ວນສ້າງບ້ານເມືອງໃຫ້ກາຍເປັນສີຂຽວ ແລະ ອຸດົມສົມບູນໄປດ້ວຍຊີວະນາໆພັນ.

[ ຂ່າວ: ຂ. ອັດຕະປື ຫຼວງອາໄພ