ແດນຂຸນເຈືອງ ພົບອີກແລ້ວໄຫຫີນຕັ້ງ 30 ໜ່ວຍ

165

ເມືອງທ່າໂທມ ແຂວງໄຊສົມບູນ ທີ່ແຕ່ກ່ອນຂຶ້ນກັບແຂວງຊຽງຂວາງ ບໍ່ຢາກເຊື່ອຍັງມີສິ່ງລີ້ລັບເຊື່ອງຢູ່ ນັ້ນກໍ່ຄືໄຫຫີນ ທີ່ກ່າວຂານກັນວ່າຈຸນເຈືອງເປັນຜູ້ສ້າງ, ໄຫ 1 ແລະສອງ ກຳລັງກຽມເຂົ້າເປັນມໍລະດົກໂລກ ແຫ່ງໃໝ່ກໍ່ປະກົດຂຶ້ນ ຖືເປັນເລື່ອງໜ້າຍິນດີ ສະແດງເຖິງຄວາມອຸດົມສົມບູນຂອງປະເທດເຮົາໃນເມື່ອກ່ອນ.

ແຂວງໄຊສົມບູນ ເປັນແຂວງໜຶ່ງໃນ 18 ແຂວງຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຕັ້ງຢູ່ໃນເຂດພາກກາງຂອງປະເທດ ທີ່ຖືກປະກາດເປັນ ແຂວງຢ່າງເປັນທາງການ ໃນທ້າຍປີ 2013.

ແຂວງ ໄຊສົມບູນ ເປັນແຂວງທີ່ມີຄວາມອຸດົມສົມບູນດ້ານທຳມະຊາດ ອາກາດກໍດີ, ມີແຫຼ່ງທ່ອງທ່ຽວທຳມະຊາດ, ສະຖານທີ່ທ່ອງທ່ຽວທີ່ງົດງາມແລະ ໜ້າໄປທ່ຽວຊົມ ເຊັ່ນ: ນ້ຳຕົກຕາດພະແຈແຫຼ້, ນ້ຳຕົກຕາດຍອງ, ນ້ຳຕົກຕາດປຸ່ງ, ຜາພະເຈົ້າ ແລະ ຕາດພູຫຍ້າເຖົ້າ … ແລະ ໃນວັນທີ 08 ພຶດສະພາ 2019 ຜ່ານມາ ໄດ້ມີປະຊາຊົນເຂດບ້ານ ຊຽງຄົງ ເມືອງທ່າໂທມ ໄປພົບເຫັນໄຫຫິນ ປະມານ 30 ໜ່ວຍ ໃນເຂດບ້ານດັ່ງກ່າວ ໃນອະນາຄົດຈະເປັນແຫ່ງທ່ອງທ່ຽວທາງວັດທະນະທໍາ ວັດຖຸບູຮານຕໍ່ໄປ.

ຜູ້ພົບເຫັນໄຫຫີນກຸ່ມນີ້ທຳອິດແມ່ນ ທ້າວ ຄຳຫລ້າຊົ່ງ ແລະ ຕູ້ວ່າງ ປະຊາຊົນບ້ານຊຽງຄົງ ເຊິ່ງຫ່າງຈາກເທດສະບານເມືອງທ່າໂທມ ໄປທາງທິດຕາເວັນອອກປະມານ 65 ກິໂລແມັດ ແລະ ຫ່າງຈາກບ້ານຊຽງຄົງ ປະມານ 15 ກິໂລແມັດ, ໃຊ້ເວລາຍ່າງ ປະມານ 3 ຊົ່ວໂມງ; ມີປະມານ 30 ຫນ່ວຍ, ສ່ວນຫລາຍເປັນໄຫນ້ອຍຖືກທຳລາຍ ແລະ ແຕກຫັກເປັນສ່ວນໃຫຍ່, ມີບາງໄຫເທົ່ານັ້ນ ທີ່ຍັງຄົງສະພາບເດີມ ຕາມການໃຫ້ຂໍ້ມູນຜູ້ພົບເຫັນໃຫ້ຮູ້ວ່າ ຍັງມີໄຫຫີນອີກຫລາຍຈຸດ, ແຕ່ທີມງານບໍ່ສາມາດເຂົ້າເຖິງໄດ້ເທື່ອ.

ສ່ວນປະຫວັດຄວາມເປັນມາ ຂອງໄຫຫິນນັ້ນ ທາງພະແນກຖະແຫຼງຂ່າວວັດທະນະທໍາ ແຂວງ ໄຂຊສົມບູນ ພວມເກັບກໍາຂໍ້ມູນຢູ່.

ຂອບໃຈຂໍ້ມູນແລະຮູບພາບໂດຍ : ຄຳຜ່ານ ອຸດສີບຸນມີ, ວິຊາການຂະແຫນງທ່ອງທ່ຽວ, ພະແນກ ຖະແຫລງຂ່າວແລະວັດທະນະທຳ ແຂວງໄຊສົມບູນ.