ແຕ່ງ​ຕັ້ງ, ​ໂຍກ​ຍ້າຍ ພະ​ນັກ​ງານກາ​ນ​ເງິນ​ແຂວງ​​ສະ​ຫວັນ​ນະ​ເຂດ ຫຼາຍ​ຕຳ​ແໜ່ງ

101

ໃນວັນທີ 3 ພຶດສະພາ 2019 ໄດ້ມີພິທີປະກາດການຈັດຕັ້ງຄະນະນຳຂອງພະແນກການເງິນ, ກອງຄຸ້ມຄອງພາສີ VI , ສ່ວຍສາອາກອນແລະຄັງ ເງິນແຫ່ງຊາດປະຈຳແຂວງ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ຫ້ອງປະຊຸມພະແນກການເງິນ ແຂວງສະຫວັນນະເຂດໂດຍ ການເຂົ້າຮ່ວມເປັນປະທານ ຂອງທ່ານ ບຸນໂຈມ ອຸບົນປະ ເສີດ ຮອງລັດຖະມົນຕີກະຊວງ ການເງິນ, ທ່ານ ປອ ກົງຈັກ ໜໍ່ແກ້ວ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນ ແຂວງ, ມີບັນດາທ່ານຈາກ ພາກສ່ວນກ່ຽວຂ້ອງ ແລະພະ ນັກງານລັດຖະກອນເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ.

ອີງຕາມກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນສະ ບັບເລກທີ 74/ສພຊ, ລົງວັນ ທີ 18 ທັນວາ 2015, ອີງ ຕາມໜັງສືສະເໜີຂອງທ່ານ ເຈົ້າແຂວງສະຫວັນນະເຂດ ແລະຕາມການຕົກລົງເຫັນດີ ເປັນເອກະພາບຂອງກອງປະ ຊຸມຄະນະປະຈຳພັກກະຊວງ ການເງິນ ວ່າດ້ວຍການ ສັບ ຊ້ອນຕຳແໜ່ງພະນັງງານຄືນໃໝ່ ດັ່ງນັ້ນລັດຖະມົນຕີກະ ຊວງການເງິນຈຶ່ງໄດ້ອອກຂໍ້ຕົກລົງ ດັ່ງນີ້ຕາມຂໍ້ຕົກລົງສະ ບັບເລກທີ 1189/ກງ, ລົງວັນທີ 22 ເມສາ 2019ວ່າດ້ວຍ ການ ໂຍກຍ້າຍ ແລະແຕ່ງຕັ້ງທ່ານ ພູຄຳ ອານົນທະວົງ ຮອງຫົວໜ້າ ສ່ວຍສາອາກອນປະຈຳແຂວງ ສະຫວັນນະເຂດໄປຮັບໜ້າ ທີ່ໃໝ່ຢູ່ພະແນກການເງິນ ແຂວງສະຫວັນນະເຂດ ໂດຍໃຫ້ ອົງການປົກຄອງແຂວງສະ ຫວັນນະເຂດອອກ ຂໍ້ຕົກລົງ ແຕ່ງຕັ້ງເປັນຮອງຫົວໜ້າພະ ແນກການເງິນແຂວງ.

ຈາກນັ້ນ, ລັດຖະມົນຕີກະຊວງການເງິນໄດ້ອອກຂໍ້ຕົກລົງສະບັບເລກທີ 1190/ກງ, ລົງວັນທີ 22 ເມສາ 2019 ວ່າດ້ວຍການໂຍກຍ້າຍ ແລະແຕ່ງຕັ້ງທ່ານ ພູລັດສະໝີ ແພງທະລັງສີ ຫົວໜ້າສ່ວຍສາ ອາກອນປະຈຳນະຄອນໄກ ສອນ ພົມວິຫານ ເປັນຮອງຫົວ ໜ້າສ່ວຍສາອາກອນປະຈຳ ແຂວງສະຫວັນນະເຂດ ແລະ ແຕ່ງຕັ້ງທ່ານ ບົວສອນ ສີ ສຸ ລາດ ຫົວໜ້າຂະແໜງແຜນການ, ບໍລິການລາຍຮັບ ເປັນຮອງຫົວ ໜ້າສ່ວຍສາອາກອນປະຈຳ ແຂວງສະຫວັນນະເຂດ. ຕາມຂໍ້ ຕົງລົງສະບັບເລກທີ 1191 ກງ ລົງວັນທີ22 ເມສາ 2019 ໄດ້ ຕົກລົງໂຍກຍ້າຍ ແລະແຕ່ງຕັ້ງ ທ່ານ ແສງເພັດ ຍາດຕິວົງ ຫົວໜ້າດ່ານພາສີສາກົນຂົວ ມິດຕະພາບ 2 ສະຫວັນນະເຂດ ໄປຮັບໜ້າທີ່ໃໝ່ ໄປເປັນຮອງ ຫົວໜ້າກອງຄຸ້ມຄອງພາສີ VI , ພ້ອມນັ້ນກໍ່ໄດ້ໂຍກຍ້າຍ ແລະແຕ່ງຕັ້ງທ່ານ ພູເມືອງ ແກ້ວຈັນດາລາ ຫົວໜ້າດ່ານ ພາສີສາກົນນາເພົ້າ, ແຂວງ ຄຳມ່ວນ ເປັນຫົວໜ້າດ່ານພາສີ ສາກົນຂົວມິດຕະພາບ 2 ສະ ຫວັນນະເຂດ ແລະຂໍ້ຕົກລົງສະ ບັບເລກທີ 1192/ກງ, ລົງວັນ ທີ 22 ເມສາ 2019 ໂຍກຍ້າຍ ແລະແຕ່ງຕັ້ງທ່ານນາງລະ ອອງທິບ ແສງພະເກດ ຫົວໜ້າ ຂະແໜງກວດກາລາຍຈ່າຍງົບ ປະມານ ເປັນຮອງຫົວໜ້າຄັງ ເງິນແຫ່ງຊາດປະຈຳແຂວງສະ ຫວັນນະເຂດ.

ຈາກນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ແລະທ່ານ ປອ ກົງຈັກ ໜໍ່ແກ້ວ ໄດ້ເນັ້ນໜັກໃຫ້ ບັນດາສະຫາຍທີ່ໄດ້ຮັບການ ແຕ່ງຕັ້ງນຳເອົາຈິດໃຈທີ່ຂັ້ນ ເທິງຊີ້ນຳໄປປຶກສາຫາລື ກັນ, ເບິ່ງຄືນບັນຫາກົດລະ ບຽບຂອງພັກໃຫ້ຮູ້ຫາຄວາມ ຮັບຜິດຊອບໃນການຊີ້ນຳ-ນຳ ພາໃນການຮ່ວມຊີວິດການ ເມືອງຂອງພັກ ແລະບັນຫາ ຕ່າງໆໃນການຊີ້ນຳ-ນຳພາ ໂດຍກົງ ແລະທັງຍົກໃຫ້ເຫັນສິດ ແລະໜ້າທີ່ຂອງສະມາຊິກພັກ ໃນການຈັດຕັ້ງປະຕິບັດວຽກ ງານໃຫ້ຖືກຕ້ອງຕາມພາລະ ບົດບາດຂອງແຕ່ລະວຽກງານ ທີ່ພັກລັດມອບໝາຍໃຫ້ແທດ ເໝາະກັບຄວາມຮູ້ຄວາມສາ ມາດຂອງແຕ່ລະຄົນເພື່ອໃຫ້ ປະຕິບັດໜ້າທີ່ວຽກງານຢ່າງ ຖືກຕ້ອງ./.
ທີ່ມາ:ສະຫວັນພັດທະນາ ຂ່າວ / Savanhphuttana News