ໄຊຍະບູລີ ສາມາດຜະລິດພືດເປັນສິນຄ້າ 1,1 ລ້ານໂຕນຕໍ່ປີ

84

ກະສິກຳຖືເປັນອີກໜຶ່ງຕົວຍູ້ສຳຄັນໃຫ້ກັບເສດຖະກິດແຂວງໄຊຍະບູລີ ໂດຍໃນແຕ່ລະປີສາມາດຜະລິດພືດເປັນສິນຄ້າບໍ່ຕ່ຳກວ່າ 1 ລ້ານໂຕນຕໍ່ປີ ກວມເອົາ 28% ຂອງອັດຕາສ່ວນລວມຍອດຜະລິດຕະພັນພາຍໃນເຮັດໃຫ້ເສດຖະກິດຂະຫຍາຍຕົວຢູ່ທີ່ລະດັບ 8,7% ຕໍ່ປີ.

ທ່ານ ຄຳພຸດ ອິນທະວົງ ຮອງຫົວໜ້າພະແນກກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ແຂວງໄຊຍະບູລີ ໄດ້ເປີດເຜີຍ ວ່າ: ອີງຕາມມະຕິຂອງສະພາປະຊາຊົນແຂວງ ສະບັບເລກທີ 100/ສພຊ ລົງວັນທີ 30 ມັງກອນ 2019 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປະຈຳປີ 2018 ແລະ ທິດທາງແຜນການໃນປີ 2019, ບົນພື້ນຖານບັນດາຄາດໝາຍທີ່ໄດ້ກຳນົດໄວ້ໃນມະຕິສະພາປະຊາຊົນແຂວງ ກໍຄືແຜນພັດທະນາເສດຖະກິດ – ສັງຄົມ. ດັ່ງນັ້ນ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ກຳນົດຈຸດສຸມໂດຍອີງໃສ່ຕົວເລກຄາດໝາຍທີ່ກຳນົດໄວ້ໃນມະຕິສະພາປະຊາຊົນແຂວງ, ແຜນພັດທະນາເສດຖະກິດຂອງແຂວງມາຜັນຂະຫຍາຍເຂົ້າໃນແຜນງານ ແລະ ສ້າງເປັນໂຄງການ ເພື່ອສືບຕໍ່ເຮັດໃຫ້ລວມຍອດການຂະຫຍາຍຕົວຂອງຜະລິດຕະພັນກະສິກຳ ແລະ ປ່າໄມ້ ຢູ່ໃນລະດັບ 3,5% ກວມເອົາອັດຕາສ່ວນລວມຍອດຜະລິດຕະພັນພາຍໃນ ( GDP ) ໄດ້ປະມານ 28% ເຊິ່ງປະກອບສ່ວນເຮັດໃຫ້ GDP ຂອງແຂວງຂະຫຍາຍໃນລະດັບ 8,7% ຂຶ້ນໄປ.

ໂດຍມີຜົນຜະລິດເຂົ້າບໍ່ໃຫ້ຫຼຸດ 2 ແສນໂຕນ, ຜະລິດພືດເປັນສິນຄ້າ ໃຫ້ໄດ້ 1.100.000 ໂຕນ, ພືດສະບຽງອາຫານໃຫ້ໄດ້ 94 ພັນໂຕນ; ສະໜອງຊີ້ນ, ປາ ແລະ ໄຂ່ ສະເລ່ຍໃສ່ຫົວຄົນ ໃຫ້ໄດ້ 55 ກິໂລຕໍ່ຄົນຕໍ່ປີ. ໃນນີ້, ຜະລິດຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ 22.165 ໂຕນ ສູ້ຊົນເຮັດໃຫ້ສັດລ້ຽງຂະຫຍາຍຕົວໃນລະດັບສະເລ່ຍ 7% ຕໍ່ປີ, ຊຸກຍູ້ປູກປ່າໃຫ້ໄດ້ 500 ເຮັກຕາ ແລະ ຟື້ນຟູປ່າໃຫ້ໄດ້ 8.900 ເຮັກຕາ ເພື່ອຮັກສາອັດຕາການປົກຫຸ້ມປ່າໄມ້ທີ່ແຂວງໄຊຍະບູລີ ບັນລຸໄດ້ໃນປັດຈຸບັນ ຄື 71% ໃຫ້ມີຄວາມໝັ້ນຄົງ, ສືບຕໍ່ແກ້ໄຂ ຄວາມທຸກຍາກ ແລະ ພັດທະນາຊົນນະບົດເຮັດໃຫ້ຄອບຄົວທຸກຍາກຫຼຸດລົງຢູ່ໃນລະດັບ 1,5% ຂອງຄອບຄົວທັງໝົດ ແລະ ລຶບລ້າງບ້ານທຸກຍາກ ໃຫ້ໄດ້ 3 ບ້ານ, ສູ້ຊົນສ້າງຄອບຄົວພັດທະນາໃຫ້ໄດ້ 1 ພັນຄອບຄົວຂຶ້ນໄປ, ສ້າງບ້ານພັດທະນາໃຫ້ໄດ້ 2 ບ້ານ, ສ້າງປັດໄຈພື້ນຖານເພື່ອປະກອບສ່ວນເຂົ້າໃນການກະກຽມສ້າງບ້ານໃຫຍ່ໃຫ້ກາຍມາເປັນຕົວເມືອງນ້ອຍໃນຊົນນະບົດຕາມທີ່ໄດ້ກຳນົດໄວ້ ໃຫ້ໄດ້ 3 ຈຸດ.

ເພື່ອຮັບປະກັນໃຫ້ສຳເລັດຕາມລະດັບຄາດໝາຍທີ່ກ່າວມານັ້ນ ຕ້ອງໄດ້ຍົກສະມັດຖະພາບການຜະລິດໃຫ້ສູງ. ໃນນີ້, ເນັ້ນໃສ່ການນຳໃຊ້ແນວພັນທີ່ດີ ແລະ ນຳໃຊ້ເຕັກນິກໃໝ່ ເພື່ອຮັບປະກັນໃຫ້ແກ່ການຄ້ຳປະກັນສະບຽງອາຫານໃຫ້ໝັ້ນຄົງ, ສ້າງຄວາມຮູ້ດ້ານເຕັກນິກວິຊາການກ່ຽວກັບການປ້ອງກັນ ແລະ ຮັບມືຕໍ່ການລະບາດຂອງສັດຕູພືດ ແລະ ພະຍາດລະບາດຂອງສັດລ້ຽງໃຫ້ພໍ່ແມ່ປະຊາຊົນ ກວ້າງຂວາງ, ຊຸກຍູ້ສົ່ງເສີມການຜະລິດຂອງຄອບຄົວປະຊາຊົນໃຫ້ເຂົ້າເປັນກຸ່ມ, ເປັນສະຫະກອນ, ເປັນຟາມເພື່ອສະດວກໃນການເຂົ້າຫາແຫຼ່ງທຶນ ແລະ ຕະຫຼາດ. ພ້ອມນີ້, ບັນດາຂະແໜງການ ແລະ ເມືອງ ຈົ່ງຊ່ວຍສະໜັບສະໜູນບັນດາແຜນງານ, ໂຄງການທີ່ເຊື່ອມໂຍງ ແລະ ຕິດພັນກັນ ເພື່ອພ້ອມກັນປະຕິບັດຄາດໝາຍສູ້ຊົນດັ້ງກ່າວໃຫ້ສຳເລັດຕາມແຜນການທີ່ວາງໄວ້.

[ ຂ່າວ: ບຸນທີ ]