ALL- NEW NISSAN TERRA ເທັກໂນໂລຢີການຂັບຂີ່ແບບອັດສະລິຍະຂອງລົດນິສສັນ

136

ອໍ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ນໍາເຂົ້າໂດຍ ຕົວແທນນຈໍາໜ່າຍລົດຍົນນິສສັນ NISSAN ໃນປະເທດລາວ ຄືບໍລິສັດ ຕັນຈົງ (ລາວ) ຈຳກັດ  (Lao) Sole Co., Ltd. (“TCML”). ລົດໄດ້ຖືກຜະລິດທີ່ສູນການຜະລິດລົດນິສສັນໃນປະເທດໄທຍ ເພື່ອສະໜອງລົດໃຫ້ກັບຕະຫຼາດໃນອາຊີຕາເວັນອອກສ່ຽງໃຕ້, ນິສສັນ NISSAN ໄດ້ປະສົມປະສານການເຮັດວຽກຂອງເຄື່ອງຈັກລະດັບສູງ ດ້ວຍເທັກໂນໂລຢີການຂັບທີ່ອັນລໍ້າສະໄໝ ເພື່ອການຂັບຂີ່ທີ່ສະດວກສະບາຍ ແລະ ເຮັດໃຫ້ລູກຄ້າເກີດຄວາມໝັ້ນໃຈໃນການຂັບຂີ່.

ດ້ວຍຮູບແບບຂອງໂຄງສ້າງ 7 ບ່ອນນັ່ງຂອງລົດສະປອດທ໌ SUV ອໍ ນິວ ນິສສັນ ເທີຣາ SUV ALL- NEW NISSAN TERRA ໄດ້ພັດທະນາມາ ກວ່າ 60 ປີຂອງລົດຕະກູນ SUV ຂອງນິສສັນ Nissan ໄດ້ແກ່ ນິສສັນ ແພັທໂທລ໌ Nissan Patrol, ນັສສັນ ເສີຟາຣີ Nissan Safari, ນິສສັນ ເທີຣາໂນ Nissan Terrrano ແລະ ນິສສັນ ເອັກຊ໌ເທີຣາ Nissan Xterra.

ອໍ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ຖືກຕິດຕັ້ງດ້ວຍເທັກໂນໂລຢີການຂັບຂີ່ແບບອັດສະລິຍະທີ່ເນັ້ນນຳໃຊ້ເທັກໂນໂລຢີແບບຫຼ້າສຸດທີ່ເຮັດໃຫ້ລົດຮັບຮູ້ເຖິງສະພາບແວດລ້ອມຕ່າງໆ ໃນເວລາຂັບຂີ່ເຊັ່ນຄຸນສົມບັດຂອງ Lane Warning Departure Warning (LDW) ເຊິ່ງເປັນລະບົບການເຕືອນໃຫ້ທ່ານທີ່ກໍາລັງຂັບຢູ່ໃນເລນຖະໜົນ ແລະ ຄຸນສົມບັດ Auto Tail Gate ທີ່ຊ່ວຍໃຫ້ທ່ານເປີດທ້າຍລົດດ້ວຍການຈັບເຊັນເຊີຈາກຕີນ ພຽງແຕ່ທ່ານແກວ່ງຕີນທາງດ້ານລຸ່ມຂອງກັນຊົນ ທ້າຍລົດກໍ່ຈະເປີດໃຫ້.

ເທັກໂນໂລຢີການຂັບຂີ່ແບບອັດສະລິຍະຂອງນິສສັນ Nissan ທີ່ນໍາໃຊ້ເທັກໂນໂລຢີຊັ້ນສູງ

ວັດຖຸປະສົງຂອງການຂັບເຄື່ອນແບບອັດສະລິຍະຂອງນິສສັນ NISSAN ເພື່ອເຮັດໃຫ້ລູກຄ້າຮູ້ສືກໝັ້ນໃຈ, ຕື່ນເຕັ້ນ ແລະ ເຂົ້າເຖິງໃນການຂັບຂີ່ໄດ້ຫຼາຍຂື້ນ. ດ້ວຍພາບລັກການຂັບຂີ່ເພື່ອຄວາມປອດໄພທີ່ຖືກຕິດຕັ້ງມາໃນຕົວລົດຂອງ ອໍ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ປະກອບດ້ວຍ:

1) ລະບົບເຕືອນໃຫ້ຂັບຢູ່ໃນເລນຂອງຖະໜົນ (LDW) – ຄຸນສົມບັດຂອງລະບົບເຕືອນຈະຊ່ວຍກວດຈັບເລນເທິງຖະໜົນ. ຖ້າຫາກລະບົບກວດພົບວ່າທ່ານກຳລັງຂັບອອກນອກເລນທີ່ທ່ານກຳລັງຂັບຢູ່ ລະບົບກໍ່ຈະເຕືອນທ່ານ. ດ້ວຍເທັກໂນໂລຢີນີ້, ຈະຊ່ວຍໃຫ້ທ່ານຂັບລົດໄດ້ຢ່າງປອດໄພ ແລະ ບໍ່ເປັນອັນຕະລາຍຕໍ່ຜູ້ຂັບຂີ່ຄົນອື່ນ.

2) ຄຸນສົມບັດຕໍ່ໄປນີ້ແມ່ນເຮັດໃຫ້ທ່ານສະດວກສະບາຍຍິ່ງຂື້ນ ໃນການເປີດທ້າຍລົດເມື່ຶອທ່ານຖືເຄື່ອງ ຫຼື ອຸປະກອນຈົນເຕັມມື ດ້ວຍລະບົບອໍໂຕ ເທັລ ເກທ໌ Auto Tail Gate. ສິ່ງທີ່ທ່ານຕ້ອງເຮັດຄືການເອົາຕີນແກວ່ງຄ່ອຍໆ ໃສ່ບໍລິເວນກ້ອງກັນຊົນ ແລ້ວປະຕູກໍ່ຈະເປີດໂດຍອັດຕະໂນມັດ.

ລູກຄ້າສາມາດເຂົ້າມາຢ້ຽມຊົມ ແລະ ທົດລອງຂັບ ອໍ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ທີ່ ໂຊ ຣູມ Showroom ຫຼື ໂຣດໂຊ Roadshows. ສໍາລັບ ອໍ ນູ ນິສສັນ ເທີຣາ ALL- NEW NISSAN TERRA ມີຫຼາກຫຼາຍສີໃຫ້ທ່ານໄດ້ເລືອກເຊັ່ນ: ສີຄຣີມ, ສີແດງ, ສີນໍ້າຕານ, ສີຟ້າ, ສີຂາວ, ສີເງິນ, ສີຂີ້ເຖົ່າ, ແລະ ດຳ.

ในภาพอาจจะมี รถยนต์

ສໍາຫຼັບຂໍ້ມູນເພີ່ມເຕີມກ່ຽວກັບນິສສັນ Nissan ທຸກລຸ້ນໃນລາວ. ກະລຸນາເຂົ້າເບິ່ງທີ່ເວັບໄຊທ໌ຂອງນິສສັນລາວ www.nissan-lao.la

ຫຼື ຕິດຕາມທາງໜ້າ Facebook ຂອງນິສສັນລາວທີ່ fb.com/NissanLaos/

 

ในภาพอาจจะมี ข้อความ