ຊ່ວຍກັນຫຼຸດຜ່ອນ ຢາງພລາສຕິກ ເພື່ອຫຼຸດຜ່ອນມົນລະພິດທາງອາກາດ

118

ພລາສຕິກ ເປັນຢາງທີ່ທົ່ວໂລກນໍາໃຊ້ຫຼາຍສົມຄວນ ໃນການບັນຈຸພັນ ເຮັດເປັນວັດຖຸດິບ ຜະລິດຕະພັນຕ່າງໆຫຼາຍໆຢ່າງ, ໃນປະເທດລາວເຮົາ ກໍເຊັ່ນກັນ. ທ່ານຮູ້ບໍ່ວ່າ ປະລິມານການຜະລິດຢາງພລາສຕິກທົ່ວໂລກແມ່ນ 400 ລ້ານໂຕນຕໍ່ປີ (ນໍ້າໜັກລົດ 1 ຄັນ ຄັນລະ 1 ໂຕນ) ນະຄອນຫຼວງເຮົາມີການຖິ້ມເສດຂີ້ເຫຍື້ອທັງໝົດ 600 ໂຕນ/ວັນ ແລະ ມີພຽງ 1/5 ຂອງຈໍານວນຢາງພລາສຕິກທັງໝົດທີ່ໄດ້ຮັບການນໍາໃຊ້ຄືນໃນທົ່ວໂລກ.

ໃນເສດຂີ້ເຫຍື້ອທັງໝົດ 600 ໂຕນ/ວັນ ໃນນັ້ນມີ ພລາສຕິກ 10% ເທົ່າກັບ 60 ໂຕນ/ວັນ ທັງລາສຕິກທີ່ເກັບສະສົມໄວ້ 30 ໂຕນ/ວັນ ແລະ ພລາສຕິກທີ່ຖືກຖິ້ມ ແລະ ຈູດຊະຊາຍ 30 ໂຕນ/ວັນ.

ຢາງພລາສຕິກທີ່ຖືກຖິ້ມ ແລະ ຈູດຊະຊາຍ ເປັນສ່ວນໜຶ່ງສົ່ງຜົນກະທົບຕໍ່ຊີວິດປະຈໍາວັນຂອງເຮົາຫຼາຍ ໃນການກໍ່ໃຫ້ເກີດອາກາດເປັນພິດ, ບັນຫາໂລກຮ້ອນ, ພະຍາດຕ່າງໆ ທີ່ເຮົາກໍາລັງຜະເຊີນຢູ່ ເພາະຢາງພລາສຕິກຕ້ອງໃຊ້ເວລາຢ່າງໜ້ອຍ 450 ປີ ຈຶ່ງຈະຖືກຍ່ອຍສະຫຼາຍເປັນໂມເລກູນຢ່າງສົມບູນໄດ້.

ຕາມການລາຍງານ ຂອງ ທ່ານ ເຊິດຈ໌ ດຸສຊັນຕຸສເຊ Serge Doussantousse ຕາງໜ້າໂຄງການວຽງຈັນສີຂຽວໃຫ້ຮູ້ວ່າ:  ມົນລະພິດຈາກຢາງພລາສຕິກ, ຂີ້ເຫຍື້ອເພີ່ມຂຶ້ນທຸກວັນ ແລະ ການຖິ້ມເສດຢາງພລາສຕິກນັບມື້ຮ້າຍແຮງ ແລະ ເພີ່ມປະລິມານຂຶ້ນເລື້ອຍໆ ສາເຫດມາຈາກ ການພັດທະນາທາງດ້ານເສດຖະກິດສົ່ງຜົນໃຫ້ປະລິມານການຊົມໃຊ້ຜະລິດຕະພັນເພີ່ມຂຶ້ນ (ໂດຍສະເພາະການໃຊ້ຢາງພລາສຕິກແບບຄັ້ງດຽວ), ບໍ່ມີພື້ນທີ່ລະບົບການຈັດການຂີ້ເຫຍື້ອຢ່າງພຽງພໍ, ປະຊາຊົນຫັນໄປຈູດຂີ້ເຫຍື້ອ ເຊິ່ງເປັນການສ້າງມົນລະພິດຕໍ່ສິ່ງແວດລ້ອມ ແລະ ເປັນຜົນໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບ ໂດຍໃນປະເທດລາວມີການຖິ້ມ, ຈູດ ເສດຢາງພລາສຕິກ ແລະ ຂີ້ເຫຍື້ອເພີ່ມຂຶ້ນ ປະມານມື້ລະ 30 ໂຕນ/ວັນ.

ໃນທຸກໆ 5-16 ລ້ານໂຕນ ຂອງການເຊາະລ້າງເສດພລາດຕິກລົງສູ່ມະຫາສະໝຸດ ມັນໄດ້ຂ້າສັດນໍ້າ ແລະ ນົກນັບລ້ານຕົວໃນແຕ່ລະປີ, ຍິ່ງມີການເພີ່ມຂຶ້ນຂອງ ພລາສຕິກຫຼາຍເທົ່າໃດ ມັນຍິ່ງຈະທໍາລາຍຊັບພະຍາກອນທໍາມະຊາດ, ສິ່ງແວດລ້ອມ, ຊັ້ນບັນຍາກາດ, ໂລກທີ່ເຮົາຢູ່ຂຶ້ນນັບມື້. ແຕ່ເຮົາກໍສາມາດຫຼຸດຜ່ອນບັນຫາເຫຼົ່ານີ້ໄດ້ຫາກຮ່ວມໃຈກັນ ເຊັ່ນ: ຢຸດການນໍາໃຊ້ຖົງຢາງພລາສຕິກ, ໃຊ້ທໍ່ດູດທີ່ບໍ່ແມ່ນຢາງພລາສຕິກ, ເບິ່ງຂ້າມຂວດພລາສຕິກ, ຫຼີກລຽງການບັນຈຸພລາສຕິກ, ນໍາໃຊ້ຄືນສິ່ງທີ່ພໍໃຊ້ໄດ້, ບໍ່ຖິ້ມຂີ້ເຫຍື້ອຊະຊາຍ, ສຶກສາໃຫ້ກັບຄອບຄົວຂອງທ່ານປະຕິບັດຕາມ.

ສ່ວນວິທີແກ້ໄຂແບບຍືນຍົງສໍາລັບຂວດພລາສຕິກແບບໃຊ້ຄັ້ງດຽວ ຄື: ຜູ້ຜະລິດຂວດຢາງ ຄວນສົ່ງເສີມດ້ານທັດສະນະຄະຕິແບບຍືນຍົງ ໃນກຸ່ມຄົນຜູ້ຊື້ຜະລິດຕະພັນຂອງຕົນ, ສົ່ງເສີມເຄື່ອງບັນຈຸພັນຂະໜາດ 20 ລິດ, ສະເໜີການນໍາໃຊ້ຕູ້ນໍ້າ, ຈັດຊື້ຂວດນໍ້າທີ່ໃຊ້ຄືນແລ້ວ ມາໃຊ້ຄືນໃໝ່, ໃຫ້ລູກຄ້າຕົນບໍ່ຖິ້ມຂີ້ເຫຍື້ອຊະຊາຍ.

ພຽງແຕ່ເຮົາທຸກຄົນ ບໍ່ວ່າຈະເປັນໃຜກໍຕາມຫາກຮ່ວມມືກັນຫຼຸດຜ່ອນການນໍາໃຊ້, ການຈູດ ແລະ ຖິ້ມຊະຊາຍ ຂອງ ພລາສຕິກ ເຮົາກໍຈະມີອາກາດທີ່ດີ, ທໍາມະຊາດດີປາສະຈາກມົນລະພິດ ເຮັດໃຫ້ໂລກເຮົາໜ້າຢູ່ຍິ່ງຂຶ້ນ.