ນາງ ໄພລຸນ ກິງສະດາ ຜູ້ໂຊກດີ ຈາກເກຍ ມໍເຕີ ລາວ ເຂົ້າຊົມບານ ຢູໂຣປາລີກ ຮອບຊີງຊະນະເລີດ

70

ເກຍ ມໍເຕີ ລາວ ຜູ້ສະໜັບສະໜູນຫຼັກຂອງບານເຕະ ຢູໂຣປາລີກ ໄດ້ຈັດກິດຈະກໍາມອບໂຊກໃຫ້ລູກຄ້າໄດ້ມີໂອກາດເຂົ້າໄປສໍາຜັດກັບບັນຍາກາດດັ່ງກ່າວ ໂດຍແຈກລາງວັນໃຫຍ່ປີ້ເຂົ້າຊົມບານເຕະ ຢູໂຣປາລີກ ຮອບຊີງຊະນະເລີດ ຈໍານວນ 1 ປີ້ 2 ບ່ອນນັ່ງ ມູນຄ່າ 2 ພັນໂດລາສະຫະລັດ ຜູ້ໂຊກດີແມ່ນ ທ່ານ ນາງ ໄພລຸນ ກິງສະດາ.

ພິທີຈັບສະຫຼາກຫາຜູ້ໂຊກດີລຸ້ນຮັບລາງວັນໃຫຍ່ດັ່ງກ່າວ ຈັດຂຶ້ນໃນວັນທີ 6 ພຶດສະພາ 2019 ຢູ່ທີ່ ສູນ ເກຍ ມໍເຕີ ລາວ ເຊິ່ງຜູ້ທີ່ເຂົ້າຮ່ວມລຸ້ນໂຊກມີ 70 ກວ່າທ່ານ ເຊິ່ງກິດຈະກໍານີ້ແມ່ນເຈາະຈົງເອົາສະເພາະລູກຄ້າທີ່ເຂົ້າມາໃຊ້ບໍລິການກັບ ເກຍ ມໍເຕີ ລາວ ໃນໄລຍະວັນທີ 1 ຫາ 30 ເມສາ 2019 ເທົ່ານັ້ນ ແລະ ຈະມີຜູ້ໂຊກດີພຽງທ່ານດຽວທີ່ຈະໄດ້ຮັບລາງວັນໃຫຍ່ປີ້ເຂົ້າຊົມບານເຕະຢູໂຣປາລີກ ຈໍານວນ 3 ມື້ 2 ຄືນ ໂດຍຈ່າຍຄ່າເດີນທາງໄປ – ກັບ, ຄ່າທີ່ພັກ ແລະ ຄ່າອາຫານໃຫ້ແກ່ຜູ້ໂຊກດີ ເຊິ່ງຈະອອກເດີນທາງໃນວັນທີ 25 ພຶດສະພາ 2019 ນີ້.

ສ່ວນຜູ້ໂຊກດີທີ່ໄດ້ຮັບລາງວັນໃຫຍ່ໃນຄັ້ງນີ້ແມ່ນ ທ່ານ ນາງ ໄພລຸນ ກິງສະດາ ປະຊາຊົນ ບ້ານໂນນແສງຈັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນັບວ່າເປັນໂຊກໃຫຍ່ໃຫ້ແກ່ຕົນເອງ ແລະ ຄອບຄົວຫຼາຍທີ່ໄດ້ຮັບລາງວັນດັ່ງກ່າວ ເຊິ່ງເຈົ້າຂອງເອງກໍບໍ່ຄິດວ່າຈະໄດ້ຮັບລາງວັນຈາກກິດຈະກໍາດີໆແບບນີ້ ເນື່ອງຈາກວ່າບໍ່ໄດ້ເຂົ້າຮ່ວມພິທີນໍາ ເມື່ອມີທີມງານໂທໄປແຈ້ງກໍເຮັດໃຫ້ຮູ້ສຶກຕົກໃຈເລັກໜ້ອຍແຕ່ກໍດີໃຈໄປພ້ອມໆກັນ. ເຖິງຢ່າງໃດກໍຕາມ, ຜ່ານມາຕົນເອງກໍໄດ້ມາໃຊ້ບໍລິການຂອງ ເກຍ ມໍເຕີ ລາວ ສະເໝີມາ ບໍ່ວ່າຈະເປັນການສ້ອມແປງຕ່າງໆ ໂດຍສະເພາະແມ່ນຊື້ລົດ ເຊິ່ງໄດ້ໃຊ້ບໍລິການ ເກຍ ມໍເຕີ ລາວ ເປັນຄັນທີ 2 ແລ້ວ ເຮັດໃຫ້ໝັ້ນໃຈໄດ້ວ່າລົດທີ່ເຮົາຊື້ຈາກສູນດັ່ງກ່າວແມ່ນມີຄຸນນະພາບດີແທ້, ໃນອະນາຄົດກໍຢາກໃຫ້ມີກິດຈະກໍາດີໆແບບນີ້ອີກ.

ນາງ ໄພລຸນ ກິງສະດາ ຜູ້ໂຊກດີ ຈາກເກຍ ມໍເຕີ ລາວ ເຂົ້າຊົມບານ ຢູໂຣປາລີກ ຮອບຊີງຊະນະເລີດ

ທ່ານ ໜູໄຊ ແຫວນສະຫວັນ ຜູ້ອໍານວຍການພະແນກສື່ສານສູນກາງ ແລະ ການພັດທະນາ ໃຫ້ຮູ້ວ່າ: ເນື່ອງຈາກປີນີ້ ບໍລິສັດ ເກຍ ເປັນຜູ້ສະໜັບສະໜູນຫຼັກໃຫ້ແກ່ເຕະບານ ຢູໂຣປາລີກ ເຊິ່ງນັດຊີງຊະນະເລີດຈະຈັດຂຶ້ນຢູ່ປະເທດອາເຊີໄບຈານ, ທາງບໍລິສັດຈຶ່ງຢາກເປີດກວ້າງໃຫ້ບັນດາປະເທດຄູ່ຄ້າ ໂດຍສະເພາະກໍແມ່ນລູກຄ້າໄດ້ມີໂອກາດໄປຮ່ວມງານດັ່ງກ່າວ ເພື່ອເປັນການຕອບບຸນແທນຄຸນ ພ້ອມທັງເປັນການຄືນກໍາໄລອີກຊ່ອງທາງໜຶ່ງໃຫ້ແກ່ລູກຄ້າໄດ້ມີຄວາມປະທັບໃຈ ແລະ ມີກິດຈະກໍາຮ່ວມກັນລະຫວ່າງລູກຄ້າດ້ວຍກັນເອງ ໂດຍສະເພາະກໍແມ່ນໄດ້ເຮັດກິດຈະກໍາຮ່ວມກັບ ບໍລິສັດ ເກຍ ເຊິ່ງປີຜ່ານມາເຮົາກໍເຄີຍຈັດກິດຈະກໍານີ້ມາກ່ອນແລ້ວ ນັບວ່າເທື່ອນີ້ເປັນຄັ້ງທີ 2 ຂອງກິດຈະກໍາດີໆແບບນີ້. ນອກຈາກນີ້, ບັນດາປະເທດອ້ອມຂ້າງທີ່ເປັນຄູ່ຄ້າຂອງເກຍກໍໄດ້ມອບລາງວັນນີ້ໃຫ້ເຊັ່ນດຽວກັນ. ເຖິງຢ່າງໃດກໍຕາມ, ໃນປັດຈຸບັນ ບໍລິສັດ ເກຍ ໄດ້ເລີ່ມໃຫ້ຄວາມສົນໃຈສາຂາໃນລາວເຮົາຫຼາຍຂຶ້ນ, ເຊື່ອວ່າໃນອະນາຄົດທາງບໍລິສັດກໍຈະໃຫ້ໂອກາດມີກິດຈະກໍາດີໆແບບນີ້ຫຼາຍຂຶ້ນ.

ດ້ານຜະລິດຕະພັນລົດທີ່ໄດ້ຮັບຄວາມນິຍົມ ແລະ ໃຫ້ຍອດຂາຍທີ່ສູງແກ່ ເກຍ ມໍເຕີ ລາວ ໃນປັດຈຸບັນນີ້ແມ່ນ Kia New rio ແລະ Kia New Cerato. ນອກຈາກນີ້, ກໍແມ່ນລົດສໍາລັບຄອບຄົວ ເປັນຕົ້ນແມ່ນ Kia Grand Sedona.

ພິເສດຝາກເຖິງລູກຄ້າທັງ ເກົ່າ ແລະ ໃໝ່ ທີ່ມີຄວາມສົນໃຈຜະລິດຕະພັນຂອງຍີ່ຫໍ້ເກຍ ສາມາດເຂົ້າມາຊົມເບິ່ງໄດ້, ບໍລິສັດ ເກຍ ບໍ່ສະເພາະແຕ່ຂາຍລົດເທົ່ານັ້ນ ແຕ່ຍັງມີການສະໜັບສະໜູນໃນເລື່ອງຕ່າງໆ ເພື່ອເຮັດໃຫ້ລູກຄ້າໄດ້ມີໂອກາດເຂົ້າຮ່ວມກິດຈະກໍາຕ່າງໆນໍາ, ທີ່ສໍາຄັນ ບໍລິສັດ ເກຍ ກໍມີຜະລິດຕະພັນໃໝ່ອອກມາໃຫ້ໄດ້ຢ້ຽມຊົມຢູ່ຕະຫຼອດ, ທ່ານ ໜູໄຊ ກ່າວເພີ່ມ.