ພາກສ່ວນຕ່າງໆກຳລັງຂຸ້ນຂ້ຽວປຶກສາຫາລື ເລື່ອງຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ

61

ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2019 ທີ່ຫໍວັດທະນະທໍາແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລືເລື່ອງ: ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫົ້າທຸກປະເພດ ໂດຍການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ; ມີບັນດາຫົວໜ້າກົມ, ສະຖາບັນ, ໂຮງຮຽນ, ກອງວິຊາການ ແລະ ລັດວິສາຫະກິດ, ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ດຣ. ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃນກອງປະຊຸມວ່າ: ອະໄວຍະວະທີ່ໄດ້ຮັບຜົນກະທົບໂດຍກົງຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າແມ່ນ ສະໝອງ ແລະ ຕັບ.ຈາກການສຳຫລວດການບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າພົບວ່າ ຄົນລາວທີ່ມີອາຍຸ 15 ປີຂຶ້ນເມືອ ມີອັດຕາການບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າສູງ ສະເລ່ຍຜູ້ລະ 15 ລິດຕໍ່ຄົນ/ປີ. ຖ້າສະເລ່ຍໃສ່ແຕ່ລະຫົວຄົນ ພົບວ່າ ແຕ່ລະປີຄົນລາວບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າ (ເຫລົ້າຂາວ) ຜູ້ລະ 7,3 ລິດ ຊຶ່ງສູງກວ່າໝູ່ໃນອາຊຽນ.

ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈຳກັດ ສະແດງຄວາມຊົມເຊີຍ ແລະ ເຫັນດີປະຕິບັດຕາມແຈ້ງການຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍ ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ, ເປັນຕົ້ນແມ່ນ ຜະລິດ ຕິດຕັ້ງປ້າຍໂຄສະນາຢູ່ຕາມາສາຍທາງ ແລະ ສະຖານທີ່ຕ່າງໆ, ການໂຄສະນາທາງສື່ມວນຊົນທຸກປະເພດ ແລະ ກິດຈະກຳສົ່ງເສີມການຂາຍ (ສາວເຊຍເບຍ) ແລະ ອື່ນໆທີ່ເປັນການຊັກຊວນໃຫ້ມີການດື່ມ ໂດຍໄດ້ຢືນຢັນວ່າຈະດັດແກ້ ແລະ ປັບປຸງການໂຄສະນາຕ່າງໆກ່ຽວກັບຜະລິດຕະພັນຂອງບໍລິສັດ ເບຍລາວ ເພື່ອໃຫ້ສອດຄ່ອງກັບແຈ້ງການ ແລະ ກົດໝາຍ, ໂດຍຈະໄດ້ກຳນົດເວລາ, ຂະໜາດ ແລະ ອື່ນໆຄືນໃໝ່ ເພື່ອຫລີກລ້ຽງການໂຄສະນາ ຫລື ຊັກຊວນໃຫ້ມີການດື່ມຫລາຍເກີນໄປ.

ພ້ອມດຽວກັນນັ້ນ ກໍເຫັນດີ ແລະ ນ້ອມຮັບກ່ຽວກັບປະເດັນ (ສາວເຊຍເບຍ), ຊຶ່ງຫາກເຫັນວ່າຍັງເປັນຜົນປະໂຫຍດຢູ່, ເປັນການສ້າງວຽກເຮັດງານທໍາ (ຫລາຍຄົນຮຽນຈົບຍ້ອນ, ບາງຄົນກໍສາມາດເປັນເສົາຂອງຄອບຄົວ) ແລະ ເປັນການດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວບ້ານເຮົາຫລາຍຂຶ້ນ ກໍຈະປັບປຸງຮູບແບບ ໂດຍບໍ່ໃຫ້ໂລດຜົນເກີນໄປ ແລະ ໃຫ້ສອດຄ່ອງກັບວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດເຮົາ, ແຕ່ຖ້າຫາກວ່າ ແນວໃດກໍໃຫ້ຢຸດ ກໍໄດ້ນ້ອມຮັບ ແລະ ປະຕິບັດຕາມ.

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 196/ຖວທ ລົງວັນທີ 24 ເມສາ 2019 ເຖິງ ບໍລິສັດ ລັດວິສາຫະກິດ, ບໍລິສັດເອກະຊົນ, ຜູ້ປະກອບການຜະລິດ, ນຳເຂົ້າ-ສົ່ງອອກ, ຈຳໜ່າຍ ແລະ ໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ຢຸດຕິ ການຜະລິດສື່ໂຄສະນາ ແລະ ໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າ.

ແຫລ່ງທີ່ມາ:ຂປລ