ວັນກາແດງໂລກ ຄົບຮອບ 156 ປີ ຄາດຈະມີຜູ້ບໍລິຈາກເລືອດກວ່າ 1.000 ຄົນ

59

ສູນເລືອດແຫ່ງຊາດ ອົງການກາແດງລາວ ຈັດກິດຈະກຳສະເຫຼີມສະຫຼອງວັນກາແດງໂລກ ຄົບຮອບ 156 ປີ ຜ່ານກິດຈະກໍາບໍລິຈາກເລືອດ ພາຍໃຕ້ຫົວຂໍ້ “ Love – ຮັກ ” ແບ່ງປັນຄວາມຮັກ ແລະ ນໍ້າໃຈເຊິ່ງກັນ ແລະ ກັນ ຂຶ້ນໃນວັນທີ 7 – 8 ພຶດສະພາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ຄາດຈະມີຜູ້ເຂົ້າຮ່ວມກິດຈະກຳກວ່າ 1 ພັນຄົນ.

ທ່ານ ດຣ. ສິງ ເມໂນລາດ ຮອງປະທານອົງການກາແດງລາວ ກ່າວວ່າ: ການຈັດກິດຈະກໍາບໍລິຈາກເລືອດໃນຄັ້ງນີ້ ແມ່ນເພື່ອສະເຫຼີມສະຫຼອງເນື່ອງໃນໂອກາດວັນສ້າງຕັ້ງວັນກາແດງໂລກ 8 ພຶດສະພາ ໃຫ້ມີເນື້ອໃນຍິ່ງຂຶ້ນ ພ້ອມທັງໃຫ້ປະຊາຊົນຮັບຮູ້ບົດບາດການເຄື່ອນໄຫວວຽກງານມະນຸດສະທໍາຂອງອົງການກາແດງລາວ ກໍຄືວຽກງານການປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພຢູ່ ສປປ ລາວ. ນອກຈາກນີ້, ກໍຍັງເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບການເຮັດວຽກຂອງບັນດາກາແດງ ແລະ ຊີກວົງເດືອນແດງໃນການປະຕິບັດງານລວມເຖິງຄວາມເປັນສາກົນ ເພື່ອສະແດງອອກໃນການເຜີຍແຜ່ເຖິງ ຄວາມຮັກ, ການແບ່ງປັນນໍ້າໃຈເຊິ່ງກັນ ແລະ ກັນ ຜ່ານການເຮັດວຽກຂອງອົງການກາແດງຕ່າງໆໃນໂລກ.

ກິດຈະກຳຄັ້ງນີ້ໄດ້ມຸ່ງເປົ້າໃສ່ກຸ່ມນັກຮຽນ – ນັກສຶກສາ ອາຍຸ 17 ປີຂຶ້ນໄປ ກວ່າ 1.000 ຄົນ, ຜູ້ຮ່ວມບໍລິຈາກທັງເກົ່າ ແລະ ໃໝ່ກວ່າ 300 ຄົນ, ອາສາສະໝັກ ແລະ ບຸກຄົນທົ່ວໄປ ຄາດກິດຈະກໍາຄັ້ງນີ້ຈະໄດ້ຮັບເລືອດກວ່າ 700 ຖົງ.

ຜົນຈາກການຈັດຕັ້ງປະຕິບັດວຽກງານເລືອດປີ 2018 ທົ່ວປະເທດໄດ້ຮັບເລືອດທັງໝົດ 49.070 ຖົງ. ໃນນີ້, ຢູ່ສູນກາງຈໍານວນ 20.609 ຖົງ ແລະ ຢູ່ຕ່າງແຂວງ 28.461 ຖົງ ສາມາດປະຕິບັດໄດ້ 98,14% ແຜນການປີ ເຊິ່ງແຜນການບໍລິຈາກເລືອດປີ 2019 ຄາດຄະເນທົ່ວປະເທດຈະຮັບເລືອດໃຫ້ໄດ້ທັງໝົດ 55 ພັນຖົງ. ໃນນີ້, ຢູ່ສູນກາງຈໍານວນ 23 ພັນຖົງ ແລະ ຢູ່ຕ່າງແຂວງ 32 ພັນຖົງ.

( ຂ່າວ: ທິບອຸສາ, ຮູບ: ສຸກສະຫວັນ )