ຫວຽດນາມ ລົງທຶນໃນລາວຂະແໜງ ຍທຂ – ພະລັງງານ ຫຼາຍສຸດ

71

ປັດຈຸບັນມູນຄ່າການລົງທຶນຂອງຫວຽດນາມຢູ່ລາວ ລວມທັງໝົດ 4,1 ຕື້ໂດລາສະຫະລັດ ຈັດຢູ່ໃນອັນດັບການລົງທຶນແຖວໜ້າທີ່ມີຜົນຕໍ່ການພັດທະນາຂອງລາວ, ການລົງທຶນສ່ວນໃຫຍ່ແມ່ນກວມເອົາຂະແໜງໂຍທາທິການ ແລະ ຂົນສົ່ງ ( ຍທຂ ), ພະລັງງານ ແລະ ບໍ່ແຮ່ ແລະ ກະສິກຳ.

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ສຳພາດ ວ່າ: ປັດຈຸບັນວິສາຫະກິດຫວຽດນາມ ມີມູນຄ່າການລົງທຶນໃນລາວສູງເຖິງ 4,1 ຕື້ໂດລາສະຫະລັດ ໃນຈຳນວນ 409 ໂຄງການ ນັບແຕ່ມື້ລັດຖະບານເປີດກວ້າງການລົງທຶນ ຫວຽດນາມລົງທຶນສ່ວນ ໃຫຍ່ແມ່ນຂະແໜງໂຍທາທິການ ແລະ ຂົນສົ່ງ, ພະລັງງານໄຟຟ້າ, ຂະແໜງການສຶກສາໂດຍບໍ່ລວມການຊ່ວຍເຫຼືອລ້າ. ແນວໃດກໍດີເຖິງແມ່ນວ່າການລົງທຶນຂອງຫວຽດນາມ ໂດຍລວມໃນປັດຈຸບັນຍັງບໍ່ທັນມີການຂະຫຍາຍຕົວໄດ້ດີເທົ່າທີ່ຄວນ ຍ້ອນບັນຫາສະພາບທາງດ້ານເງິນບໍ່ມີຄວາມຄ່ອງຕົວເປັນໄປຕາມສະພາບເສດຖະກິດໂລກທີ່ເອົາແນ່ເອົານອນໄດ້ຍາກ.

ບັນດາໂຄງການທີ່ຫວຽດນາມລົງທຶນ ປະກອບມີ: ຂະແໜງໂຍທາທິການ ແລະ ຂົນສົ່ງ ໂຄງການເຊື່ອມຕໍ່ເສັ້ນທາງຄົມມະຄົມຂອງສອງປະເທດ ເປັນຕົ້ນທາງດ່ວນ ວຽງຈັນ – ປາກຊັນ – ແທັງຖຸ້ຍ – ເຫງະອານ – ຮາໂນ້ຍ, ເສັ້ນທາງລົດໄຟ ແຕ່ວຽງຈັນ – ທ່າແຂກ – ມຸຢາ – ເຕີນເອີບ – ຫວຸງອ່າງ, ໂຄງການກໍ່ສ້າງສະໜາມບິນໜອງຄ້າງ.

ນອກຈາກນີ້, ລັດຖະບານສອງຝ່າຍກໍໄດ້ສືບຕໍ່ຜັນຂະຫຍາຍບົດບັນທຶກການຊື້ – ຂາຍໄຟຟ້າ ລະຫວ່າງສອງປະເທດທີ່ໄດ້ລົງນາມຮ່ວມກັນມາແຕ່ປີ 2016 ປັດຈຸບັນຜົນຂອງການເຈລະຈາເພື່ອຂາຍໄຟຟ້າຈາກລາວ ໄປ ຫວຽດນາມ ແມ່ນມີຄວາມຄືບໜ້າພໍສົມຄວນ ເປັນຕົ້ນໂຄງການນ້ຳຊຳ 3, ນ້ຳກົງ 2 ແລະ ນ້ຳກົງ 3, ດາກອີມູນ, ນ້ຳອາງ ແລະ ອື່ນໆ, ສ່ວນສຳຮອງລົງມາແມ່ນຫວຽດນາມ ຍັງມີການລົງທຶນໃນຂະແໜງການກະສິກຳນຳອີກ.

ລາວ – ຫວຽດນາມ ຍັງສືບຕໍ່ຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດເອົາໃຈໃສ່ເປັນບຸລິມະສິດທັງພະນັກງານ ແລະ ນັກສຶກສາໄປຮຽນດ້ວຍທຶນແຮກສ່ຽວ ແລະ ທຶນສ່ວນຕົວເປັນຈຳນວນຫຼາຍໃນແຕ່ລະປີ. ໃນປີ 2018 ຫວຽດນາມ ໃຫ້ທຶນຊ່ວຍເຫຼືອລ້າແກ່ລາວ ຈຳນວນ 735 ຕື້ດົງ ຈັດສັນເຂົ້າໃນໂຄງການທີ່ເປັນຈຸດສຸມ ແລະ ສຳເລັດການພິຈາລະນາຮັບຮອງເອົາແລ້ວ 8 ໂຄງການ, ປະຕິບັດສຳເລັດມອບ – ຮັບ ແລະ ນຳໃຊ້ມີ 12 ໂຄງການ. ໂຄງການປຸກສ້າງຫໍສະພາແຫ່ງຊາດຫຼັງໃໝ່ ໂດຍນຳໃຊ້ກົນໄກພິເສດ.

ທ່ານ ສຸພັນ ແກ້ວມີໄຊ ກ່າວຕື່ມວ່າ: ສຳລັບນັກທຸລະກິດລາວທີ່ຈະເຂົ້າໄປລົງທຶນໃນຫວຽດນາມ ເຫັນວ່າຍັງມີໜ້ອຍ ເຊິ່ງປັດຈຸບັນມີວິສາຫະກິດຈາກ ສປປ ລາວ ກຳລັງມີການເຈລະຈາ ເພື່ອເຂົ້າໄປພັດທະນາທ່າເຮືອຫວຸງອ່າງ 1,2,3 ໃຫ້ເປັນທ່າເຮືອການຮ່ວມມື ລາວ – ຫວຽດນາມ ແບບພິເສດທີ່ຈະເຮັດໃຫ້ປະເທດລາວມີການຂົນສົ່ງສິນຄ້ານຳເຂົ້າ – ສົ່ງອອກຜ່ານທະເລໃນອະນາຄົດ.

[ ໂດຍ: ສຸລິນ; ຮູບ: ວິລະສັກ ]