ເປີດປ້າຍໂອດ໊ອບ ບ້ານຫາດນາແລ້ງ ເມືອງນາແລ ແຂວງຫຼວງນ້ຳທາ

157

ກຸ່ມຫັດຖະກໍາໄມ້ປ່ອງ ບ້ານຫາດນາແລ້ງ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ຮັບການຢັ້ງຢືນເປັນຜະລິດຕະພັນ ໂອດ໊ອບຢ່າງເປັນທາງການ.

ໃນວັນທີ 3 ພຶດສະພາ 2019 ທີ່ຫ້ອງປະຊຸມສະໂມສອນເມືອງນາແລ ໄດ້ຈັດກອງປະຊຸມເປີດປ້າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ( ODOP ) ແຫ່ງຊາດຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໄຫຼ ສີປະເສີດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ເຊິ່ງມີບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຮອງຫົວໜ້າກົມກະຊວງ ອຄ, ຮອງຫົວໜ້າພະແນກ, ໂຄງການ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເປີດປ້າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ເຟີນີເຈີໄມ້ປ່ອງ ຂອງເມືອງນາແລ ແມ່ນເປັນການສົ່ງເສີມວຽກງານຫັດຖະກຳໄມ້ປ່ອງ ກໍຄືສ້າງວຽກເຮັດງານທຳ ແລະ ເປັນການສົ່ງເສີມສິນຄ້າພູມປັນຍາຂອງປະຊາຊົນ, ສ້າງລາຍຮັບໃຫ້ປະຊົນມີອາຊີບ ແລະ ມີຊີວິດທີ່ດີຂຶ້ນ.

ທ່ານ ຄຳໄຫຼ ສີປະເສີດ ໄດ້ເນັ້ນໜັກໃຫ້ກຸ່ມຜະລິດຕະພັນຫັດຖະກຳເຟີນີເຈີໄມ້ປ່ອງ ໃຫ້ເອົາໃຈໃສ່ໃນການຜະລິດສິນຄ້າໃຫ້ໄດ້ຄຸນນະພາບມາດຕະຖານ ຕາມແບບໂຄງການທີ່ໄປຝຶກອົບຮົມມາ ແລະ ໃຫ້ມີຄວາມຍືນຍົງໄປຕະຫຼອດ.

( ຂໍ້ມູນຈາກ: ພະແນກ ອຄ ແຂວງ )

( ຮຽບຮຽງໂດຍ: ພຸດຕີ້ )