ເຜີຍແຜ່ປຶ້ມຄູ່ມືການສົ່ງຜູ້ຮ້າຍຂ້າມແດນໃຫ້ 5 ແຂວງພາກເໜືອ

79

ບັນຫາອາຊະຍາກຳຂ້າມຊາດ ຍັງສືບຕໍ່ເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ຄວາມສະຫງົບຂອງຊາດ, ທັງເປັນບັນຫາທີ່ເຊື່ອມໂຍງກັບປະເທດເພື່ອນມິດ, ປະເທດໃກ້ຄຽງ ໃນພາກພື້ນ ແລະ ໃນໂລກ. ການແກ້ໄຂບັນຫາອາຊະຍາກຳຂ້າມຊາດ ຈຶ່ງຮຽກຮ້ອງໃຫ້ມີການປະສານສົມທົບຮ່ວມໄມ້ຮ່ວມມືກັນລະຫວ່າງຊາດ. ຖ້າຫາກບັນດາປະເທດ ບໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອກັນຢ່າງໃກ້ຊິດ, ຜົນສຳເລັດໃນການແກ້ໄຂບັນຫາດັ່ງກ່າວ ກໍ່ບໍ່ອາດເກີດຂຶ້ນໄດ້.

ເພືື່ອເປັນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ກົດໝາຍ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະ ຫງົບ, ສານປະຊາຊົນສູງສຸດ, ກະຊວງການຕ່າງປະເທດ ແລະ ມະຫາວິທະຍາໄລແຫ່ງຊາດ ຈຶ່ງໄດ້ຕົກລົງແຕ່ງຕັ້ງຄະນະຄົ້ນຄວ້າຂຽນປື້ມຄູ່ມືການສົ່ງຜູ້ຮ້າຍຂ້າມແດນຂຶ້ນ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດຕົວຈິງ ມາແຕ່ເດືອນກຸມພາ 2017 ເປັນຕົ້ນມາ ເຊິ່ງມາຮອດທ້າຍປີ 2018 ໄດ້ສໍາເລັດບໍລິບູນ.

ເພື່ອສືບຕໍ່ປະຕິບັດຕາມແຜນການເຄື່ອນໄຫວທີ່ວາງໄວ້ ຄະນະນໍາອົງການໄອຍະການປະຊາຊົນສູງສຸດໃນຖານະເປັນອົງການໃຈກາງປະສານງານວຽກງານສົ່ງຜູ້ຮ້າຍຂ້າມແດນ ຈຶ່ງຕົກລົງຈັດກອງປະຊຸມເຜີຍແຜ່ປຶ້ມຄູ່ມືການສົ່ງຜູ້ຮ້າຍຂ້າມແດນຂຶ້ນ ໃນວັນທີ 8 ພຶດສະພາ 2019 ທີ່ຫ້ອງປະຊຸມ ໂຮງແຮມມິດຕະພາບ ເມືອງໄຊ ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຊື່ງມີພະນັກງານຂັ້ນການນໍາ, ຂັ້ນຂະແໜງ ແລະ ພະນັກງານວິຊາການທີ່ມາຈາກອົງການໄອຍະການປະຊາຊົນ, ສານປະຊາຊົນ ແລະ ອົງການສືບສວນ-ສອບສວນ ຈາກ 5 ພາກເໜືອ ແຂວງ ອຸດົມໄຊ, ແຂວງ ຜົ້ງສາລີ, ແຂວງ ຫຼວງນໍ້າທາ, ແຂວງ ບໍ່ແກ້ວ ແລະ ແຂວງຫົວພັນ ເຂົ້າຮ່ວມ ຢ່າງພ້ອມພຽງ.

ການຈັດກອງປະຊຸມເຜີຍແຜ່ປຶ້ມຄູ່ມືການສົ່ງຜູ້ຮ້າຍຂ້າມແດນ ຊຶ່ງຈະເປັນພື້ນຖານສໍາຄັນໃຫ້ແກ່ການພິຈາລະນາການສົ່ງຜູ້ຮ້າຍຂ້າມແດນ, ນຳເອົາອາຊະຍາກອນທີ່ເອົາຕົວຫຼົບໜີໄປຕ່າງປະເທດ ມາດຳເນີນຄະດີຕາມຂະບວນຍຸຕິທຳ, ຕ້ານອາຊະຍາກໍາຂ້າມຊາດ, ຈຳກັດ, ສະກັດກັ້ນການກະທຳຜິດ, ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ.

ພາບ-ຂ່າວ: ສຸວັນທອງ ປັນຍາຂັນ