ກວ່າ 7.000 ຄັນ! ລົດເມຈີນ ຜະລິດເພື່ອຄົມມະນາຄົມຄິວບາ ແລະ ຖືກໃຈປະຊາຊົນ

106

ນັບຕັ້ງແຕ່ລົດເມໂດຍສານຂອງບໍລິສັດອະວີ່ທົງ 12 ຄັນທໍາອິດ ເດີນທາງຈາກປະເທດຈີນ ມາຮອດປະເທດຄິວບາ ເມື່ອປີ 2005 ປັດຈຸບັນຈໍານວນລົດໂດຍສານທີ່ຄິວບາສັ່ງຊື້ຈາກຈີນ ກໍ່ເພິ່ມຂຶ້ນຫຼາຍກວ່າ 7.000 ຄັນແລ້ວ ເຮັດໃຫ້ຄິວບາກາຍເປັນຕະຫຼາດຕ່າງປະເທດທີ່ໃຫຍ່ທີ່ສຸດຂອງບໍລິສັດຈາກຈີນ ແລະ ມີສັດສ່ວນລົດໂດຍສານຈີນ ໃນລະບົບຂົນສົ່ງຂອງຄິວບາສູງ ປະມານ 80%.

ຈຳນວນດັ່ງກ່າວ ຍັງບໍ່ລວມລົດໂດຍສານ 2.000 ຄັນ ທີ່ຖືກປະກອບຂຶ້ນໃນປະເທດນີ້ ໂດຍນໍາເຂົ້າຊິ້ນສ່ວນມາຈາກບໍລິສັດຜູ້ຜະລິດໃນເຈີ້ງໂຈວ ເມືອງເອກຂອງມົນທົນເຫີໜານ ທາງພາກກາງຂອງປະເທດຈີນ.

ในภาพอาจจะมี หนึ่งคนขึ้นไป, รถประจำทาง และสถานที่กลางแจ้ง

ເພື່ອຕອບສະໜອງຕໍ່ຕະຫຼາດທີ່ສໍາຄັນແຫ່ງນີ້ ບໍລິສັດອະວີ່ທົງ ຈຶ່ງໄດ້ເລີ່ມດັດແປງພາຫະນະທີ່ສອດຄ່ອງກັບຄວາມຕ້ອງການຂອງຜູ້ໃຊ້ວຽກໃນທ້ອງຖິ່ນ ຕົວຢ່າງເຊັ່ນ: ລົດໂດຍສານ 47 ບ່ອນນັ່ງຂອງບໍລິສັດແມ່ນຖືກຫຼຸດຈໍານວນລົງ 3 ບ່ອນນັ່ງ ແຕ່ຈະໄດ້ພື້ນທີ່ໃນການວາງຂາ ແລະ ພື້ນທີ່ໃຫ້ທາງຍ່າງໃຫ້ກວ້າງຂຶ້ນ ເພື່ອໃຫ້ສະດວກຕໍ່ການເດີນທາງໄກຫຼາຍຍິ່ງຂຶ້ນ.

“ຜະລິດຕະພັນ ແລະ ບໍລິການທີ່ມີຄຸນນະພາບຂອງອະວີ່ທົງ ໄດ້ຮັບຄວາມໄວ້ວາງໃຈຈາກຄິວບາ ແລະ ລັດຖະບານທຸກລະດັບ” ທ່ານອິ່ນຮ່າວ ຜູ້ຈັດການຝ່າຍຂາຍຂອງບໍລິສັດອະວີ່ທົງ ໃນຄິວບາ ກ່າວ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ດ້ານກິລເລີໂມ ກອນຊາເລຊ ຜູ້ອໍານວຍການຝ່າຍວິສະວະກໍາຂອງກະຊວງຄົມມະນາຄົມຂອງຄິວບາກໍ່ໄດ້ໃຫ້ສໍາພາດເຊິ່ງສອດຄ່ອງກັບຄໍາເວົ້າຂອງ ທ່ານອິ່ນຮ່າວ ວ່າ ຜູ້ໂດຍສານພຶງພໍໃຈກັບບໍລິການນີ້ຫຼາຍ “ໃນໄລຍະຫຼາຍປີ ທີ່ຜ່ານມາ ພວກເຂົາເຈົ້າທຸ່ມເທໃຫ້ກັບການສ້າງຜະລິດຕະພັນຂອງຄິວບາຕາມເງື່ອນໄຂຂອງພວກເຮົາ”.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ປັດຈຸບັນ ມີລົດໂດຍສານອະວີ່ທົງ ຫຼາຍກວ່າ 20 ລຸ້ນ ທີ່ຖືກໃຊ້ວຽກຢູ່ໃນຄິວບາລວມເຖິງລົດລະບົບໄຮບຣິດ 40 ຄັນ ທີ່ຊ່ວຍຫຼຸດການໃຊ້ເຊື້ອໄຟແບບເກົ່າໄປຫຼາຍກວ່າ 50% ເຊິ່ງເປັນຄຸນສົມບັດທີ່ມີຄຸນຄ່າຢ່າງຍິ່ງ ສໍາລັບປະເທດທີ່ມີຊັບພະຍາກອນຈໍາກັດແບບຄິວບາ ເພາະຊ່ວຍຫຼຸດຄ່າໃຊ້ຈ່າຍການນໍາເຂົ້ານໍ້າມັນທີ່ມີລາຄາແພງ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ນອກຈາກນີ້, ລົດເມໂດຍສານໄຟຟ້າທີ່ເລິ່ມນໍາມາໃຊ້ວຽກ ໃນປະເທດຄິວບາ ຕັ້ງແຕ່ປີ 2017 ກໍ່ໄດ້ອອກແລ່ນໃຫ້ບໍລິການ ເປັນໄລຍະທາງຫຼາຍກວ່າ 60.000 ກິໂລແມັດແລ້ວ ແລະ ບໍ່ພົບເຫັນກໍລະນີຂັດຂ້ອງທາງໄຟຟ້າໃດໆ ທັງຍັງມີອັດຕາການເກີດເຫດຂັດຂ້ອງທົ່ວໄປທີ່ຕໍ່າກວ່າລົດໃຫຍ່ຈັກນໍ້າມັນກາຊວນທົ່ວໄປເຖິງ 10 ເທົ່າ ເຊິ່ງຊ່ວຍປະຢັດຄ່າບໍາລຸງຮັກສາ ແລະ ຄ່າສ້ອມແປງໃຫ້ປະເທດໄດ້ອີກດ້ວຍ.

ຂໍ້ມູນຈາກ China Xinhua News