ຂ່າວດີອີກແລ້ວ ຢາກເຮັດວຽກຢູ່ກະຊວງ ອຄ ສະໝັກເລີຍ

110

ອີກທາງເລືອກບ່ອນເຮັດວຽກຂອງນັກສຶກສາຈົບໃໝ່ ທີ່ຕ້ອງການເຮັດວຽກຢູ່ ບັນດາກົມ, ຫ້ອງການ ແລະ ສະຖາບັນເສດຖະກິດ ອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພິ່ນໄດ້ແບ່ງຕົວເລກລັດຖະກອນໃໝ່ໃຫ້ ຈໍານວນ 12 ຕົວເລກ ປະຈໍາປີ 2019 ຕາມເງື່ອນໄຂນີ້ເລີຍ

 

ຖືສັນຊາດລາວໂດຍກໍາເນີດ ຫຼື ໄດ້ຮັບສັນຊາດລາວແຕ່ 3 ປີຂຶ້ນໄປ, ອາຍຸ 18 ປີຂຶ້ນໄປ ບໍ່ເກີນ 35 ປີ, ເປັນພົນລະເມືອງດີ, ມີຄຸນສົມບັດດີ, ມີຄວາມຈົງຮັກພັກດີຕໍ່ລະບອບປະຊາທິປະໄຕ ປະຊາຊົນ, ບໍ່ເຄີຍຖືກສານປະຊາຊົນຕັດສິນລົງໂທດ ບໍ່ຖືກລົງວິໄນຈາກອົງການຕ່າງໆ, ມີປະຫວັດການເຄື່ອນໄຫວຂອງຕົນ ແລະ ຄອບຄົວຈະແຈ້ງ, ມີສຸຂະພາບແຂງແຮງ ແລະ ມະນຸດສໍາພັນດີ, ມີວິຊາສະເພາະໃຫ້ສອດຄ່ອງກັບຕໍາແໜ່ງງານ ດັ່ງນີ້:

ເຮັດວຽກຢູ່ ຫ້ອງການກະຊວງ 01 ຕໍາແໜ່ງ ຈົບຊັ້ນສູງຂຶ້ນໄປ ຂະແໜງ ໄຟຟ້າເອເລັກໂທນິກ, ຄຸ້ມຄອງຫ້ອງການ ໂດຍມີຄວາມຮູ້ພື້ນຖານໃນການນໍາໃຊ້ ຄອມພິວເຕີ້ເວີດ, ເອັກເຊວ, ສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດ ຫຼື ພາສາຕ່າງປະເທດໃດໜຶ່ງ ໄດ້ໃນລະດັບດີ.

ເຮັດວຽກຢູ່ກົມຈັດຕັ້ງ ແລະ ພະນັກງານ 01 ຕໍາແໜ່ງ ຈົບປະລິນຍາຕີຂຶ້ນໄປ ຂະແໜງ ພັດທະນາຊັບພະຍາກອນມະນຸດ ຫຼື ບໍລິຫານຊັບພະຍາກອນມະນຸດ ໂດຍມີຄະແນນຈົບສະເລ່ຍ 3,0 ຂຶ້ນໄປ, ມີຄວາມຮູ້ພື້ນຖານໃນການນໍາໃຊ້ຄອມພິວເຕີເວີດ, ເອັກເຊວ,ສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດ ໄດ້ໃນລະດັບດີ (ຕ້ອງມີໃບປະກາດ ຫຼື ໃບຢັ້ງຢືນ).

ເຮັດວຽກຢູ່ກົມກວດກາ 01 ຕໍາແໜ່ງ ຈົບປະລິນຍາຕີຂຶ້ນໄປ ວິທະຍາສາດການເມືອງ, ສະຖິຕິ-ແຜນການ ມີຄວາມຮູ້ພື້ນຖານໃນການນໍາໃຊ້ຄອມພິວເຕີ ເວີດ-ເອັກເຊວ, ສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດ ໄດ້ໃນລະດັບດີ, ເຮັດວຽກເປັນທີມ ແລະ ສາມາດເດີນທາງໄປຕ່າງແຂວງໄດ້, ມີທັດສະນະການສ້າງແຜນການ, ການວິເຄາະ ວິໄຈ ແລະ ການສະຫຼຸບວຽກງານຕ່າງໆ.

ເຮັດວຽກຢູ່ກົມແຜນການ ແລະ ການຮ່ວມມື 01 ຕໍາແໜ່ງ ຈົບປະລິນຍາຕີຂຶ້ນໄປ ການຄ້າຕ່າງປະເທດ, ກົດໝາຍ (ທຸລະກິດ) ມີຄວາມຮູ້ພື້ນຖານໃນການນໍາໃຊ້ ຄອມພິວເຕີ ເວີດ-ເອັກເຊວ ສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດ ຫຼື ພາສາຕ່າງປະເທດໃດໜຶ່ງ ໄດ້ໃນລະດັບດີ.

ເຮັດວຽກຢູ່ກົມອຸດສາຫະກໍາ ແລະ ຫັດຖະກໍາ 01 ຕໍາແໜ່ງ ຈົບປະລິນຍາຕີຈາກຕ່າງປະເທດ ຫຼື ປະລິນຍາໂທພາຍໃນ ວິສະວະກໍາ (ສິ່ງແວດລ້ອມ ແລະ ເຄມີ) ມີຄວາມຮູ້ພື້ນຖານໃນການນໍາໃຊ້ຄອມພິວເຕີ ເວີດ-ເອັກເຊວ; ສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດ ໄດ້ໃນລະດັບດີ ຖ້າໄດ້ພາສາຈີນ ແລະ ພາສາຫວຽດນາມຈະພິຈາລະນາເປັນພິເສດ, ເຮັດວຽກເປັນທີມໄດ້.

ເຮັດວຽກຢູ່ກົມການຄ້າພາຍໃນ 01 ຕໍາແໜ່ງ ຈົບປະລິນຍາຕີຂຶ້ນໄປ ວິສະວະກໍາ (ສິ່ງແວດລ້ອມ ແລະ ເຄມີ) ຄະແນນສອບເສັງ ຫຼື ປ້ອງກັນບົດ 3.0, ຜົນການຮຽນແຕ່ລະປີ 2.5 ສາມາດເວົ້າ, ອ່ານ, ຂຽນ ພາສາໃດໜຶ່ງເຊັ່ນ: ອັງກິດ, ຈີນ, ຫວຽດນາມ (ຕ້ອງມີໃບປະກາດ ຫຼື ໃບຢັ້ງຢືນ).

ເຮັດວຽກຢູ່ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ 01 ຕໍາແໜ່ງ ຈົບປະລິນຍາຕີຂຶ້ນໄປ ກົດໝາຍວິສາຫະກິດ ຄະແນນຈົບຊັ້ນສະເລ່ຍ 2.7 ຂຶ້ນໄປ, ສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດໄດ້ໃນລະດັບດີ, ມີຄວາມຮູ້ທາງດ້ານ ໄອທີ (IT) ໃນລະດັບດີ.

ເຮັດວຽກຢູ່ກົມນະໂຍບາຍການຄ້າ 01 ຕໍາແໜ່ງ ຈົບປະລິນຍາໂທຂຶ້ນໄປ ເສດຖະສາດລະຫວ່າງປະເທດ, ສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດ ຫຼື ພາສາຕ່າງປະເທດໃດໜຶ່ງໄດ້ໃນລະດັບດີ.

ເຮັດວຽກຢູ່ກົມການເຂົ້າ ແລະ ສົ່ງອອກ 01 ຕໍາແໜ່ງ ຈົບປະລິນຍາໂທຂຶ້ນໄປ ເສດຖະສາດ, ການຄ້າລະຫວ່າງປະເທດ ສາມາດເວົ້າ, ອ່ານ, ຂຽນ ພາສາ ໄດ້ໃນລະດັບດີ (ມີໃບປະກາດຈະພິຈາລະນາເປັນພິເສດ).

ເຮັດວຽກຢູ່ກົມສົ່ງເສີມການຄ້າ 01 ຕໍາແໜ່ງ ຈົບປະລິນຍາໂທຂຶ້ນໄປ ການຄ້າລະຫວ່າງປະເທດ, ການຕະຫຼາດ ສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດ ຫຼື ພາສາຕ່າງປະເທດໃດໜຶ່ງໄດ້ໃນລະດັບດີ.

ເຮັດວຽກຢູ່ກົມສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງ 01 ຕໍາແໜ່ງ ຈົບປະລິນຍາໂທຂຶ້ນໄປ ບໍລິຫານທຸລະກິດສາກົນ, ເສດຖະສາດທົ່ວໄປ ສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດ ຫຼື ພາສາຕ່າງປະເທດໃດໜຶ່ງໄດ້ໃນລະດັບດີ, ມີຄວາມຮູ້ພື້ນຖານໃນການນໍາໃຊ້ຄອມພິວເຕີ ເວີດ-ເອັກເຊວ.

ແລະ ເຮັດວຽກຢູ່ສະຖາບັນຄົ້ນຄວ້າເສດຖະກິດ ອຸດສາຫະກໍາ ແລະ ການຄ້າ 01 ຕໍາແໜ່ງ ຈົບປະລິນຍາຕີຂຶ້ນໄປ IT ສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດ ຫຼື ພາສາຕ່າງປະເທດໃດໜຶ່ງໄດ້ໃນລະດັບດີ.

ເລີ່ມເປີດຂາຍແບບຟອມສອບເສັງວັນທີ 08-09 ພຶດສະພາ 2019 (ຕາມໂມງລັດຖະການ) ຜູ້ສະໝັກຕ້ອງໄດ້ມາຊື້ແບບຟອມເອງ ກຽມໃບປະກາດສະນີຍະບັດມາພ້ອມ, ປິດຮັບແບບຟອມສອບເສັງ ວັນທີ 10 ພຶດສະພາ 2019 (ຕາມໂມງລັດຖະການ), ມື້ສອບເສັງ ວັນທີ 21 ພຶດສະພາ 2019 ເວລາ 8:30 ທີ່ຫ້ອງປະຊຸມຂອງກະຊວງອຸດສາຫະກໍາ ແລະ ການຄ້າ.