ນັກທຸລະກິດຍີ່ປຸ່ນ ເຂົ້າລົງທຶນດ້ານອະສັງຫາລິມະຊັບໃນລາວ

121

ນັກທຸລະກິດຍີ່ປຸ່ນໄດ້ເຂົ້າລົງທຶນດ້ານອະສັງຫາລິມະຊັບໃນລາວ ພາຍໃຕ້ໂຄງການອະຣາຕະໄຊເສດຖາ ເຊິ່ງເປັນການລົງທຶນຮ່ວມຈາກກຸ່ມບໍລິສັດ ຄຣີດ ແລະ ອານັນດີ ໂດຍຈະເລີ່ມກໍ່ສ້າງພາຍໃນປີ 2019 ນີ້ ແລະ ຈະໃຫ້ສຳເລັດພາຍໃນປີ 2021. ຫຼ້າສຸດໃນວັນທີ 4 ພຶດສະພາຜ່ານມາ ໄດ້ເປີດຫ້ອງຂາຍເພື່ອແນະນຳ ແລະ ໃຫ້ຂໍ້ມູນກ່ຽວກັບໂຄງການ.

ທ່ານ ໂທຊິຮິໂກ ມູນິໂຢຊິ ຜູ້ອຳນວຍການ ກຸ່ມບໍລິສັດ ຄຣີດ ກ່າວວ່າ: ກຸ່ມບໍລິສັດ ຄຣີດ ເປັນກຸ່ມບໍລິສັດອະສັງຫາລິມະຊັບ  ແນວໜ້າຂອງປະເທດຍີ່ປຸ່ນ ມີປະສົບການຫຼາຍກວ່າ 20 ປີ ມີໂຄງການປະສົບຜົນສຳເລັດໃນ 9 ປະເທດ ແລະ ລົງທຶນໃນຕະຫຼາດອະສັງຫາລິມະຊັບທີ່ກຳລັງຂະຫຍາຍຕົວຢູ່ປະເທດກຳປູເຈຍ, ມາເລເຊຍ, ຫວຽດນາມ, ບັງກລາເທດ ແລະ ລາວ. ໂຄງການທີ່ຢູ່ອາໄສ ອະຣາຕະໄຊເສດຖາ ແມ່ນໂຄງການທຳອິດຂອງ ຄຣີດ ໃນປະເທດລາວ ເປັນໂຄງການຮ່ວມລົງທຶນກັບ ກຸ່ມບໍລິສັດ ອານັນດີ ລາວ ຈຳກັດ, ໂຄງການທຳອິດແມ່ນໂຄງການທີ່ຢູ່ອາໄສຊຸມຊົນ, ຢູ່ທາງດ້ານຫຼັງ ລາວ – ໄອເຕັກ ແລະ ຢູ່ໃກ້ກັບບຶງທາດຫຼວງ, ໂຄງການຈະເລີ່ມກໍ່ສ້າງພາຍໃນປີ 2019 ແລະ ຈະໃຫ້ສຳເລັດໃນປີ 2021.

ທ່ານ ນາງ ຊູມຽນ ເດດປັນຍາ ຜູ້ອຳນວຍການ ກຸ່ມບໍລິສັດ ອານັນດີ ລາວ ຈຳກັດ ໄດ້ກ່າວວ່າ: ກຸ່ມບໍລິສັດ ອານັນດີ ທີ່ມີສຳນັກງານໃຫຍ່ຕັ້ງຢູ່ປະເທດສິງກະໂປ ໄດ້ເລີ່ມຫຼາຍໂຄງການຢ່າງຕໍ່ເນື່ອງ. ໃນນີ້, ລວມທັງໂຄງການ ອານັນດີ ລີເວີວິວ ເຊິ່ງເລີ່ມຈັດຕັ້ງປະຕິບັດໃນເດືອນກຸມພາ 2018 ແລະ ຈະສຳເລັດໃນປີ 2019. ສອງກຸ່ມບໍລິສັດ ໄດ້ນຳເອົາວິທີການ ແລະ ມາດຕະຖານຂອງຍີ່ປຸ່ນ ເຂົ້າໃນການຄຸ້ມຄອງຄຸນນະພາບການກໍ່ສ້າງ ແລະ ການອອກແບບໂຄງການ.

ເປົ້າໝາຍສຳຄັນຂອງ ກຸ່ມບໍລິສັດ ຄຣີດ ແມ່ນຕ້ອງການເປັນສ່ວນໜຶ່ງຂອງຖານເສດຖະກິດທີ່ເຕີບໂຕໄວທີ່ສຸດໃນການສະໜັບສະໜູນຂະແໜງການພັດທະນາອະສັງຫາລິມະຊັບໃນການຕອບສະໜອງໂຄງການພັດທະນາທີ່ຢູ່ອາໄສທີ່ຕິດເສັ້ນທາງ 450 ປີ – ດອນນົກຂຸ້ມ ເປັນເຂດທີ່ຈະກາຍເປັນສູນກາງທາງທຸລະກິດ – ການຄ້າ ຂອງນະຄອນຫຼວງວຽງຈັນ ອີກແຫ່ງໜຶ່ງໃນອະນາຄົດ.

ອະຣາຕະ ໃນພາສາຍີ່ປຸ່ນ ແປວ່າ “ ໃໝ່ ” ເປັນການນຳເອົາແນວຄວາມຄິດໃໝ່ທີ່ເໝາະສົມ ແລະ ສອດຄ່ອງກັບການປ່ຽນແປງໃໝ່ຂອງການໃຊ້ຊີວິດຂອງຄົນລາວໃນປັດຈຸບັນ, ອະຣາຕະໄຊເສດຖາ ປະກອບມີ: 108 ຫຼັງ, ມີແບບເຮືອນຕ່າງໆໃຫ້ເລືອກ ເຊັ່ນ: ເຮືອນຫ້ອງແຖວຢູ່ອາໄສ 2 ຊັ້ນ, ເຮືອນຫ້ອງແຖວ 3 ຊັ້ນ ສາມາດຄ້າຂາຍໄດ້ ແລະ ເຮືອນດ່ຽວວິນລາ 2 ຊັ້ນ ໃນລາຄາເລີ່ມຕົ້ນພຽງແຕ່ 95.789 ໂດລາສະຫະລັດ. ນອກຈາກນັ້ນ, ຍັງມີສະຖານທີ່ຕ່າງໆ ເຊັ່ນ: ສະລອຍນໍ້າຊຸມຊົນ, ສະລອຍນໍ້າເດັກນ້ອຍ, ສະໜາມເດັກຫຼິ້ນ, ມິນິມາກ, ສູນອອກກຳລັງກາຍ ແລະ ການຮັກສາຄວາມປອດໄພ 24 ຊົ່ວໂມງ. ສະຖານທີ່ແມ່ນຫ່າງຈາກ ລາວ – ໄອເຕັກ ພຽງ 4 ກິໂລແມັດ, ຢູ່ໃກ້ຕະຫຼາດຂາຍສົ່ງ ບາຊາບີ, ສະໜາມກີລາລ້ານຊ້າງ, ໂຮງໝໍກະເສມລາດ ແລະ ອື່ນໆ.

ຈຸດເດັ່ນຂອງໂຄງການແມ່ນອ້ອມຮອບດ້ວຍສິ່ງອຳນວຍ ຄວາມສະດວກຫຼາຍຢ່າງ ໂດຍຕັ້ງຢູ່ບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງເປັນເຂດໜຶ່ງທີ່ມີປະຊາກອນເຕີບໂຕໄວທີ່ສຸດຂອງນະຄອນຫຼວງວຽງຈັນ.