ຜະລິດຕະພັນລາວ ເກືອບ 1 ພັນລາຍການ ໃກ້ຈະສາມາດຊື້ – ຂາຍຜ່ານລະບົບເອເລັກໂຕຣນິກ

153

ເລີ່ມແຕ່ກາງປີ 2017 ເປັນຕົ້ນມາ ເວັບໄຊ www.plaosme.com ທີ່ເປັນຂົວຕໍ່ລະຫວ່າງຜູ້ຜະລິດສິນຄ້າລາວ ແລະ ລູກຄ້າໃນທົ່ວໂລກໄດ້ເປີດນໍາໃຊ້ ປັດຈຸບັນມີສິນຄ້າທີ່ລົງໂຄສະນາ 989 ລາຍການ ໃນໄວໆນີ້ສິນຄ້າຈະສາມາດຊື້ – ຂາຍຜ່ານລະບົບເອເລັກໂຕຣນິກ.

1 ໃນ 7 ນະໂຍບາຍພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ( SME ) 2016 – 2021 ກໍຄືນະໂຍບາຍທີ 4 ການສົ່ງເສີມການເຂົ້າເຖິງຕະຫຼາດ ແລະ ການຂະຫຍາຍຕະຫຼາດຂອງ SME, ລັດຖະບານລາວ ໄດ້ຈັດສັນງົບປະມານຈາກທຶນກູ້ຢືມດອກເບ້ຍຕໍ່າຂອງທະນາຄານພັດທະນາອາຊີ ( ADB ) ເພື່ອນໍາໃຊ້ເຂົ້າໃນກິດຈະກໍາສ້າງເວັບໄຊ www.plaosme.com ໃຫ້ເປັນບ່ອນເຊື່ອມຕໍ່ SME ກັບຜູ້ຊື້ຢູ່ທັງພາຍໃນ ແລະ ຕ່າງປະເທດ ໄດ້ໂດຍກົງຜ່ານລະບົບຊື້ – ຂາຍທາງເອເລັກໂຕຣນິກ ( E – commerce ) ເຊິ່ງນອນໃນແຜນງານທີ 3 ຂອງໂຄງການພັດທະນາພາກເອກະຊົນ ແລະ SME.

ເວັບໄຊ www.plaosme.com ຈະເປັນເວັບໄຊ E – commerce ປະເພດທຸລະກິດເຖິງທຸລະກິດ ຫຼື B2B ທີ່ຮວບຮວມຂໍ້ມູນກ່ຽວກັບຜະລິດຕະພັນຂອງ ວນກ ຢູ່ ສປປ ລາວ ແລະ ໃຫ້ຜູ້ຊື້ຈາກທັງພາຍໃນ ແລະ ສາກົນສາມາດສັ່ງຊື້ຜະລິດຕະພັນລາວທີ່ລົງໃນເວັບໄຊດັ່ງກ່າວນັ້ນໄດ້ຢ່າງສະດວກ, ເວັບໄຊດັ່ງກ່າວຍັງຈະມີລະບົບການຊໍາລະເງິນທີ່ເຊື່ອຖືໄດ້ອີກດ້ວຍ ເພື່ອຊ່ວຍໃຫ້ SME ສາມາດເຮັດທຸລະກໍາຜ່ານທາງເອເລັກໂຕຣນິກໄດ້.

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ກສວ ) ໃນນາມເປັນໜ່ວຍງານຄຸ້ມຄອງໂຄງການໄດ້ຊຸກຍູ້ ແລະ ໃຫ້ການສະໜັບສະໜູນພາກສ່ວນກ່ຽວຂ້ອງຄືກົມການນໍາເຂົ້າ ແລະ ສົ່ງອອກ ເປັນເຈົ້າການສ້າງເວັບໄຊດັ່ງກ່າວ ແລະ ຕໍ່ມາຄະນະນຳກະຊວງ ອຄ ໄດ້ຕົກລົງມອບໂອນໃຫ້ກົມສົ່ງເສີມການຄ້າ ສືບຕໍ່ຈັດຕັ້ງຜັນຂະຫຍາຍວຽກງານສົ່ງເສີມການເຂົ້າເຖິງຕະຫຼາດຂອງ SME ຜ່ານລະບົບຊື້ – ຂາຍທາງເອເລັກ   ໂຕຣນິກ.

ເວັບໄຊ www.plaosme.com ໄດ້ເປີດນໍາໃຊ້ໃນກາງເດືອນສິງ     ຫາ 2017 ມາຮອດປັດຈຸບັນມີ SME ເຂົ້າໄປລົງທະບຽນທັງໝົດ 273 ຫົວໜ່ວຍ. ໃນນັ້ນ, ມີ 193 ຫົວໜ່ວຍທີ່ໄດ້ລົງໂຄສະນາຜະລິດຕະພັນຂອງຕົນ, ເຮັດໃຫ້ມີຜະລິດຕະພັນສະແດງໃນເວັບໄຊ ກວ່າ 989 ລາຍການ, ເຖິງວ່າປັດຈຸບັນເວັບໄຊຍັງບໍ່ທັນສາມາດເຮັດທຸລະກໍາຜ່ານທາງເອເລັກໂຕຣນິກໄດ້ຢ່າງແທ້ຈິງກໍຕາມ ແຕ່ເວັບໄຊດັ່ງກ່າວກໍໄດ້ສ້າງໜໍ່ແໜງທີ່ດີ ເຊິ່ງສະແດງອອກໃນຈຳນວນຄຳ ຖາມທີ່ສອບຖາມກ່ຽວກັບສິນຄ້າເຂົ້າມາຜ່ານເວັບໄຊຫຼາຍກວ່າ 132 ຄໍາຖາມ. ພ້ອມນັ້ນ, ມີຜູ້ເຂົ້າຊົມເວັບ    ໄຊທັງພາຍໃນ ແລະ ຕ່າງປະເທດ 143.829 ຄັ້ງ, ຜູ້ເຂົ້າຊົມຈາກພາຍໃນ ສປປ ລາວ 41,50%, ໄທ 17,39%, ອາເມຣິກາ 6,75%, ມາເລເຊຍ 5,13%, ຝຣັ່ງ 6,65%,       ສ.ເກົາຫຼີ 2,83%, ສິງກະໂປ 2,24%, ບຣາຊິນ 1,98%, ອິນເດຍ 1,78% ແລະ ຈາກ ສປ ຈີນ 1,78%.

ເພື່ອເຮັດໃຫ້ເວັບໄຊ www.plaosme.com ກາຍເປັນເວັບໄຊ  ທີ່ສາມາດຊື້ – ຂາຍຜ່ານເອເລັກ         ໂຕຣນິກ ( E – commerce ) ໄດ້ຢ່າງສົມບູນ ສິ່ງສຳຄັນແມ່ນຕ້ອງມີລະບົບການຊໍາລະເງິນ ແລະ ລະບົບຄິດໄລ່ຄ່າຕ່າງໆ ລວມທັງຄ່າຂົນສົ່ງສິນຄ້າຈາກຕົ້ນທາງເຖິງປາຍທາງ. ໃນວັນທີ 11 ມີນາ 2019 ກົມສົ່ງເສີມການຄ້າ ຮ່ວມກັບ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຊ່ອງທາງການເຮັດການຄ້າຜ່ານລະບົບອອນລາຍໃນທີ່ປະຊຸມຜູ້ພັດທະນາເວັບໄຊ ກໍຄື ບໍລິສັດ Butterfli ໄດ້ນໍາສະເໜີລະບົບການຊໍາລະເງິນຜ່ານທາງເອເລັກໂຕຣນິກໃນຮູບແບບຕ່າງໆ ເຊັ່ນ: ການໃຊ້ QR Code, Top Up, Swiping Card ທັງໃນຮູບແບບ Offline ແລະ Online ລວມທັງລະບົບການຮັກສາຄວາມປອດໄພ ເພື່ອປ້ອງກັນການລັກລອບຂໍ້ມູນບັນຊີຂອງຜູ້ເປັນສະມາຊິກອີກດ້ວຍ, ຜູ້ພັດທະນາເວັບໄຊໄດ້ສະເໜີໃຫ້ເວັບໄຊ www.plaosme.com ນໍາໃຊ້ລະບົບ “ Plao pay ” ທີ່ເປັນແອັບພລິເຄຊັນ ( Application ) ຊໍາລະເງິນຮູບແບບ P2P ( Peer To Peer ) ທີ່ສາ    ມາດຊໍາລະເງິນໄດ້ທັງໃນຮູບແບບ Offline ແລະ Online ໂດຍການສະແກນ QR Code ເຊິ່ງຈະຊ່ວຍໃຫ້ລັດຖະບານສ້າງແຫຼ່ງລາຍຮັບ ເພື່ອຈ່າຍດອກເບ້ຍເງິນກູ້ໃຫ້ແກ່ ADB. ພ້ອມກັນນັ້ນ, ກໍເປັນຮູບແບບທີ່ຈະເກັບຄ່າທຳນຽມກັບ SME ຕໍ່າທີ່ສຸດກໍວ່າໄດ້.

ແຕ່ຢ່າງໃດກໍຕາມ, ໃນກອງປະຊຸມກໍຍັງບໍ່ສາມາດຕົກລົງຮັບຮອງເອົາຮູບແບບທີ່ຜູ້ພັດທະນາເວັບໄຊສະເໜີ ເນື່ອງຈາກວ່າ ກົມສົ່ງເສີມການຄ້າ ຮ່ວມກັບ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຍັງຕ້ອງໄດ້ປະສານງານກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະທະນາຄານ ແຫ່ງ ສປປ ລາວ, ບັນດາທະນາຄານທຸລະກິດ ແລະ ຂໍທິດຈາກຄະນະນຳກະຊວງ ອຄ ໃນບາດກ້າວຕໍ່ໄປ.

[ ຮຽບຮຽງ: ພຸດຕີ້ – ສັນຕິ; ຂໍ້ມູນ: ກະຊວງ ອຄ ]