ພະແນກພາຍໃນນະຄອນຫຼວງ ຮັບລັດຖະກອນ 6 ຕໍາແໜ່ງ

165

ຂ່າວດີມາເລື້ອຍໆ ສໍາລັບໃຜທີ່ຕ້ອງການເສັງເຂົ້າເປັນລັດຖະກອນ ເຮັດວຽກຊ່ວຍພັກຊ່ວຍລັດໄປໃນພາຍພາກໜ້າ ຕາມວິຊາສະເພາະທີ່ໄດ້ຮຽນມາ, ມື້ນີ້ຫາໂອກາດໄປເສັງເຂົ້າພະແນກພາຍໃນນະຄອນຫຼວງວຽງຈັນລອງເບິ່ງ ໜຶ່ງຕຳແໜ່ງນັ້ນອາດເປັນຂອງທ່ານ.

ໂດຍພະແນກພາຍໃນນະຄອນຫຼວງວຽງຈັນໄດ້ອອກ ປະກາດສະບັບເລກທີ 0576/ພນນວ ນະຄອນຫຼວງວຽງຈັນ ລົງວັນທີ 03 ພຶດສະພາ 2019 ວ່າ: ປີນີ້ມີແຜນຈະຮັບສະໝັກບັນດານັກສຶກສາທີ່ຮຽນຈົບວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ ທັງໝົດ 6 ຕຳແໜ່ງງານ.

ໃນພາກສ່ວນທີ່ຈະບັນຈຸ ປະກອບມີ ຫ້ອງວ່າການນະຄອນຫຼວງວຽງຈັນ 1 ຕໍາແໜ່ງງານ ວິຊາ ບໍລິຫານຄຸ້ມຄອງ ແລະ ການເງິນ (ບໍ່ຈໍາກັດເພດ), ຄະນະຈັດຕັ້ງ 1 ຕໍາແໜ່ງງານ ວິຊາ ການເມືອງ ຫຼື ກົດໝາຍ ຕ້ອງມີຄວາມຮູ້ດ້ານພາສາຫວຽດນາມ (ຖ້າຈົບຈາກ ສສ ຫວຽດນາມຈະພິຈາລະນາເປັນພິເສດ), ຫ້ອງການສະມາຄົມນັກຮົບເກົ່າເມືອງປາກງື່ມ 1 ຕໍາແໜ່ງງານ ວິຊາ ຄະນິດສາດຄອມພິວເຕີ (ເພດຍິງ), ຫ້ອງການຄະນະອົບຮົມເມືອງໄຊທານີ 1 ຕໍາແໜ່ງງານ ວິຊາການເມືອງ (ເພດຊາຍ), ຫ້ອງການຄະນະກວດກາພັກ-ລັດເມືອງນາຊາຍທອງ 1 ຕໍາແໜ່ງງານ ວິຊາ ປະເມີນຫຼັກຊັບ ແລະ ທີ່ດິນ ຫຼື ການເງິນ ການທະນາຄານ (ເພດຊາຍ).

ເປີດຂາຍແບບຟອມສອບເສັງພຽງວັນດຽວ ວັນທີ 9 ພຶດສະພາ 2019 ເວລາ 9:00 -16:00 ໃນໂມງລັດຖະການ, ການຈໍາໜ່າຍແບບຟອມ ຕໍາແໜ່ງງານຈໍານວນລະ 10 ສະບັບເທົ່ານັ້ນ.

ຫຼັງຈາກນັ້ນ ຈະເປີດຮັບຄໍາຮ້ອງສະໝັກສອບເສັງ ວັນທີ 13 ພຶດສະພາ 2019 ແລະ ສອບເສັງໃນວັນທີ 17 ພຶດສະພາ 2019 ເວລາ 8:30 -11:00 ທີ່ຕຶກສໍານັກງານຫ້ອງວ່າການນະຄອນຫຼວງວຽງຈັນ (ຊັ້ນ 3).