ພາຍຸພັດຜ່ານບ້ານຫ້ວຍຈ້ວງ ກະທົບ 100 ຄອບຄົວ

80

ເຫດພາຍຸລະດູຮ້ອນພັດຜ່ານເຂດບ້ານຫ້ວຍຈ້ວງ ເມືອງຫົງສາ ແຂວງໄຊຍະບູລີ ໃນຕອນຄໍ່າຂອງວັນທີ 3 ພຶດສະພາ 2019 ເວລາ 22: 30 ໂມງ ເຮັດໃຫ້ມີເຮືອນປະຊາຊົນບ້ານດັ່ງກ່າວໄດ້ຮັບ ຄວາມເສຍຫາຍ 100 ກວ່າຄອບຄົວ. ປັດຈຸບັນທາງອຳນາດການປົກຄອງເມືອງ ແລະ ແຂວງ ເລັ່ງໃຫ້ການຊ່ວຍເຫຼືອ ພ້ອມປຸກເຮືອນຊົ່ວຄາວໃຫ້ຢູ່.

ທ່ານ ໜູເກນ ພັນລັກ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງໄຊຍະບູລີ ໃຫ້ຮູ້ວ່າ: ຈາກການລົງສຳຫຼວດບ້ານຫ້ວຍຈ້ວງ ເມືອງຫົງສາ ທີ່ໄດ້ຮັບຜົນກະທົບຈາກພາຍຸໃນວັນທີ 3 ພຶດສະພາຜ່ານມາ ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ແຕ່ມີຄອບຄົວທີ່ໄດ້ຮັບຜົນເສຍຫາຍທັງໝົດ 120 ຄອບຄົວ. ໃນນັ້ນ, ມີເຮືອນພັກຂອງຄູ 2 ຫຼັງ,

ເຮືອນພັກແພດ 1 ຫຼັງ, ຫ້ອງການບ້ານ 1 ຫຼັງ, ໂຮງຮຽນອະນຸບານ 1 ຫຼັງ, ໂຮງຮຽນປະຖົມ 1 ຫຼັງ, ໂຮງຮຽນມັດທະຍົມຕົ້ນ 1 ຫຼັງ, ເຮືອນລົ້ມເສຍຫາຍໝົດ 10 ຫຼັງຄາເຮືອນ, ຫຼັງຄາຖືກລົມພັດອອກໝົດ 111 ຫຼັງ, ມີສັງກະສີເສຍຫາຍ 2.445 ແຜ່ນ, ກະເບື້ອງ 3.204 ແຜ່ນ, ແຜ່ນລົບແປ 1.050 ຄູ່ ແລະ ຫຍ້າຄໍ້ 105 ໄພ ມູນຄ່າເສຍຫາຍທັງໝົດ 603 ລ້ານກວ່າກີບ ເຊິ່ງທາງເມືອງກໍໃຫ້ການຊ່ວຍເຫຼືອເບື້ອງຕົ້ນແລ້ວ ແລະ ທາງແຂວງກໍໃຫ້ທາງເມືອງປະຊຸມຮ່ວມກັບປະຊາຊົນ 120 ຄອບຄົວທີ່ໄດ້ຮັບຜົນກະທົບ ເພື່ອສັງລວມ ແລະ ຕີລາຄາຄືນວ່າປະຊາຊົນຕ້ອງການອຸປະກອນຊະນິດໃດ ແລະ ຜູ້ທີ່ສ້ອມແປງເອງຈະຊ່ວຍເຫຼືອເຂົາຄືແນວໃດ ຫາກໄດ້ຂໍ້ສະຫຼຸບທີ່ຊັດເຈນແລ້ວທາງແຂວງຈຶ່ງຈະໃຫ້ການຊ່ວຍເຫຼືອຕື່ມອີກ.

ທ່ານ ຄຳເພັດ ພົມມະລາດ ເຈົ້າເມືອງຫົງສາ ໃຫ້ສຳພາດວ່າ: ຕໍ່ກັບເຫດການດັ່ງກ່າວທາງອໍານາດການປົກຄອງເມືອງຫົງສາ ກໍໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນດ້ວຍການຊ່ວຍລະດົມກໍາລັງແຮງງານຈາກ ປກສ – ປກຊ ພ້ອມດ້ວຍພະນັກງານ ແລະ ປະຊາຊົນ ເພື່ອສ້ອມແປງເຮືອນຊານຂອງປະຊາຊົນທີ່ໄດ້ຮັບຜົນກະທົບໜ້ອຍ, ສ້ອມແປງອັນທີ່ເປັນຂອງລວມ ເຊັ່ນ: ໂຮງຮຽນ, ເຮືອນພັກຄູ – ເຮືອນພັກແພດ, ຫ້ອງການບ້ານທີ່ຖືກລົມພາຍຸພັດເປ່ເພ ແລະ ໄດ້ສ້າງເຮືອນພັກເຊົາຊົ່ວຄາວໃຫ້ ໂດຍນຳເອົາຜ້າບັດໃຫຍ່ໃຫ້ປະຊາຊົນໄວ້ມຸງເຮືອນຊົ່ວຄາວ ຈໍານວນ 30 ຜືນ, ຊ່ວຍສັງກະສີ 450 ແຜ່ນ, ເຫຼັກຕະປູ 114 ກິໂລ ລວມມູນຄ່າ 23 ລ້ານກວ່າກີບ. ນອກຈາກນີ້, ພວກເຮົາກໍຈະມີການລະດົມທຶນຈາກເມືອງ ແລະ ແຂວງ ເພື່ອໃຫ້ການຊ່ວຍເຫຼືອ ແຕ່ທັງນີ້ກໍຕ້ອງສະຫຼຸບກ່ອນວ່າເຮືອນທີ່ເສຍຫາຍໝົດຫຼັງ ຈຳນວນ 10 ຫຼັງນັ້ນ ຖ້າຈະປຸກໃໝ່່ຕ້ອງໃຊ້ມູນຄ່າເທົ່າໃດ ແລ້ວພວກເຮົາຈະລະດົມໄດ້ເທົ່າໃດ ຄາດວ່າຈະເລັ່ງຊ່ວຍເຫຼືອ ແລະ ແກ້ໄຂໃຫ້ສຳເລັດໂດຍໄວ.

( ຄຳນ້ອຍ )