ວິທີເຮັດໃຫ້ລູກທີ່ຕິດເກມ ຫຼິ້ນເກມຢ່າງຖືກຕ້ອງ ແລະ ຫັນມາຕັ້ງໃຈຮຽນ

67

ການພັດທະນາຢ່າງໄວວາຂອງເຕັກໂນໂລຊີທັນສະໄໝ ເປັນຕົ້ນນັບແຕ່ກຳເນີດສະມາດໂຟນ ( Smart Phone ) ເຮັດໃຫ້ສັງຄົມຕ້ອງປ່ຽນແປງໄປຕາມ, ບໍ່ວ່າຜູ້ໃຫຍ່ ເຖົ້າແກ່ ຫຼື ເດັກນັກຮຽນຫຼາຍຄົນທີ່ກຳລັງຮຽນໃນຊັ້ນປະຖົມ ແລະ ມັດທະຍົມກໍລ້ວນແຕ່ມີໂທລະສັບຢ່າງໜ້ອຍຜູ້ລະໜ່ວຍ. ການພັດທະນາ ແລະ ຂະຫຍາຍຕົວດັ່ງກ່າວຖືເປັນນະວັດຕະກຳທີ່ມີປະໂຫຍດຕໍ່ສັງຄົມມະນຸດເຮົາຫາກຮູ້ໃຊ້ໄປໃນທາງທີ່ດີ ແຕ່ໃນທາງກັບກັນແມ່ນເປັນບັນຫາຫຍໍ້ທໍ້ ໂດຍສະເພາະແມ່ນເດັກນັກຮຽນຕິດເກມ ແລະ ຕິດສື່ອອນລາຍຕ່າງໆ ເຊິ່ງເປັນບັນຫາທີ່ຕ້ອງໄດ້ຮັບການແກ້ໄຂ ແລະ ປູກຈິດສຳນຶກໃຫ້ແກ່ລູກຫຼານນັກຮຽນທັງຫຼາຍໃຫ້ຫຼີກລຽງການຕິດເກມຕິດສື່ອອນລາຍຕ່າງໆແບບບໍ່ຖືກຕ້ອງ.

ບັນຫາທີ່ພາໃຫ້ເດັກນັກຮຽນຕິດເກມ ແລະ ຫຼິ້ນແບບບໍ່ຖືກຕ້ອງນັ້ນ ແມ່ນເກີດມາຈາກຫຼາຍປັດໄຈທີ່ແຕກຕ່າງກັນ ເປັນຕົ້ນຄວາມດຶງດູດຂອງເກມ ເຊັ່ນ: ພາບເກມ, ສີສັນຂອງເກມ ແລະ ອື່ນໆ ແຕ່ສາເຫດຕົ້ນຕໍທີ່ເດັກຕິດເກມສ່ວນຫຼາຍແມ່ນມາຈາກຂາດການດູແລໃສ່ໃຈຂອງພໍ່ແມ່ຜູ້ປົກຄອງ ເຮັດໃຫ້ຄວາມອົບອຸ່ນຂອງຄອບຄົວໜ້ອຍລົງ ເມື່ອເດັກມີບັນຫາບໍ່ຮູ້ຊິເລົ່າໃຫ້ໃຜຟັງ ເຮັດໃຫ້ເດັກຮູ້ສຶກໂດດດ່ຽວ ແລະ ຫັນມາຫຼິ້ນໂທລະສັບຫຼາຍຂຶ້ນຈົນພາໃຫ້ຕິດເກມ ເພາະໃນເກມມີທັງສີສັນ, ສຽງເກມ ແລະ ຄວາມປະທັບໃຈຫຼາຍຢ່າງ.

ເດັກທີ່ດຳລົງຊີວິດໃນສະພາບແວດລ້ອມທີ່ໜ້າອຶດອັດຄັບແຄບບໍ່ມີບ່ອນທ່ຽວຫຼິ້ນ, ບໍ່ມີສະຖານທີ່ອອກກຳລັງກາຍ ເປັນຕົ້ນແມ່ນໃນເຂດຕົວເມືອງໃຫຍ່ ແລະ ການໄປ – ມາຫາສູ່ໂຮງຮຽນຕ່າງໆກໍລ້ວນແຕ່ຜູ້ປົກຄອງເອົາລົດໃຫຍ່ໄປສົ່ງ ບວກກັບການທີ່ພໍ່ແມ່ຄາວຽກໄປວຽກເປັນປະຈຳ ໂດຍຊື້ໂທລະສັບໃຫ້ລູກຜູ້ລະໜ່ວຍ ເຊິ່ງເປັນສາເຫດທີ່ເດັກຫັນມາຫຼິ້ນໂທລະສັບ ແລະ ຫຼິ້ນເກມ ຈົນບໍ່ສາມາດຄວບຄຸມໄດ້ໃນທີ່ສຸດ.

ເພື່ອເຮັດໃຫ້ເດັກຫຼິ້ນເກມໜ້ອຍລົງ ແລະ ຫັນມາສົນໃຈຮຽນ ເຊິ່ງເປັນບັນຫາທີ່ຫຼາຍຄົນກຳລັງກັງວົນ ແລະ ບໍ່ຮູ້ຊິເຮັດແນວໃດ. ດັ່ງນັ້ນ, ໃນມື້ນີ້ຈະພາໄປຮັບຮູ້ກ່ຽວກັບບາງວິທີທີ່ຈະສາມາດຊ່ວຍໃຫ້ເດັກນັກຮຽນກັບມາຕັ້ງໃຈຮໍ່າຮຽນ.

ເປັນເພື່ອນນໍາລູກໃຫ້ຫຼາຍຂຶ້ນ:

ການໃຫ້ເວລາມາຫຼິ້ນນຳລູກຫຼາຍຂຶ້ນ ເປັນສິ່ງຈຳເປັນທີ່ສຸດສຳລັບຜູ້ເປັນພໍ່ແມ່ ເພາະສ່ວນຫຼາຍບັນຫາທີ່ພາໃຫ້ລູກຕິດເກມແມ່ນມາຈາກການຂາດຄວາມເອົາໃຈໃສ່ຂອງພໍ່ແມ່ ເຊິ່ງເຮັດໃຫ້ຄອບຄົວຂາດ ຄວາມອົບອຸ່ນ, ລູກຂາດຄວາມເຊື່ອໝັ້ນ, ມີແນວຄິດສັບສົນ, ມີເລື່ອງໃນໃຈກໍບໍ່ມີຜູ້ຟັງຈຶ່ງເຮັດໃຫ້ຫັນມາຫຼິ້ນມາໃຊ້ໂທລະສັບ, ໃຊ້ສື່ສັງຄົມອອນລາຍຫຼາຍຂຶ້ນ ແລະ ຫຼິ້ນເກມ.

ດັ່ງນັ້ນ, ຜູ້ເປັນພໍ່ແມ່ຄວນມີຄວາມໃກ້ຊິດກັບລູກໃຫ້ຫຼາຍຂຶ້ນ ໃນແຕ່ລະມື້ຄວນຍາດແຍ່ງເວລາຢ່າງໜ້ອຍ 30 ນາທີ ຫຼິ້ນກັບລູກ, ເຮັດກິດຈະກຳຕ່າງໆ ເຊັ່ນ: ຊ່ວຍຊີ້ນຳການຮຽນ, ແກ້ບົດຝຶກຫັດ, ແຕ້ມຮູບ, ຫຼິ້ນກິດຈະກຳພອນສະຫວັນຕ່າງໆ ເພື່ອຊ່ວຍກະຕຸ້ນຄວາມສາມາດຂອງຮ່າງກາຍ ແລະ ສະໝອງ, ເລົ່ານິທານເລົ່າເລື່ອງໜ້າສົນໃຈຕ່າງໆໃຫ້ລູກຟັງ ແລະ ອື່ນໆ ໂດຍຫຼິ້ນແບບເປັນກັນເອງຫ້າມໃສ່ລະບຽບເຄັ່ງເກີນໄປ. ດັ່ງນັ້ນ, ຜູ້ເປັນພໍ່ແມ່ ຫຼື ຜູ້ປົກຄອງຄວນເອົາໃຈໃສ່ໃກ້ຊິດສິດສອນ, ປູກຈິດສຳນຶກທີ່ດີມີປະໂຫຍດໃຫ້ລູກຫຼາຍຂຶ້ນ.

ໃຫ້ລາງວັນແກ່ລູກ ຫາກລູກຫຼິ້ນເກມໃນເວລາເໝາະສົມ:

ຫັນການຫຼິ້ນເກມຂອງລູກມາຢູ່ໃນການຄວບຄຸມຂອງຕົນ ໂດຍຕັ້ງກົດເກນໃນການຫຼິ້ນ ເຊັ່ນ: ແຕ່ລະວັນຄວນຫຼິ້ນຈັກນາທີ, ຫຼິ້ນເກມປະເພດໃດ ຫາກຫຼິ້ນໄດ້ດີຈະໃຫ້ລາງວັນຕ່າງໆຕາມທັດສະນະການປະຕິບັດຂອງລູກ ໂດຍເລືອກປະເພດເກມທີ່ມີຄວາມສຳຄັນໃນການພັດທະນາ ຄວາມຮັບຮູ້ຂອງລູກ ເພາະບັນດາເກມທີ່ຄົນສ້າງຂຶ້ນມານັ້ນແມ່ນມີຫຼາຍປະເພດມີຫຼາຍເກມທີ່ຊ່ວຍໃນການພັດທະນາໄອຄິວ ພັດທະນາຄວາມສາມາດຂອງເດັກນັ້ນເອງ.

ສ້າງກິດຈະກຳ:

ຄວນສ້າງກິດຈະກຳຕ່າງໆທີ່ເຫັນວ່າມີຄວາມເໝາະສົມແກ່ລູກ ໂດຍອີງຕາມຄວນຮັກມັກຂອງລູກ ຫຼື ອາດຈະແມ່ນເລືອກມາຈາກການຫຼິ້ນເກມຂອງລູກ ເຊັ່ນ: ລູກມັກຫຼິ້ນເກມເຕະບານກໍຄວນພາລູກໄປສຳຜັດລົງຫຼິ້ນກີລາເຕະບານໃຫ້ຫຼາຍຂຶ້ນ ເພື່ອໃຫ້ລູກໄດ້ປະຕິບັດກັບຊີວິດຈິງ ຫຼື ຖ້າຫາກເປັນເກມອື່ນໆກໍພາລູກໄປຮຽນຮູ້ສຳຜັດຕາມສະຖານທີ່ຫຼິ້ນເກມໃຫຍ່ໆ ຫຼື ສູນຫຼິ້ນເກມ ເພາະທີ່ນີ້ພວກເຂົາຈະສອນການຫຼິ້ນແນວໃດໃຫ້ຖືກຕ້ອງ, ຫຼິ້ນແນວໃດໃຫ້ເປັນປະໂຫຍດ ແລະ ອື່ນໆ. ນອກນັ້ນ, ຫາກມີວຽກບ້ານກໍຄວນໃຫ້ແກ້ ຫຼື ເຮັດວຽກບ້ານກ່ອນຈຶ່ງໃຫ້ຫຼິ້ນ ແລະ ການຫຼິ້ນກໍຄວນຢູ່ໃນລະດັບໃດ ປະມານຈັກນາທີ ການເຮັດແນວນີ້ແມ່ນຈະຊ່ວຍໃຫ້ລູກມີ ຄວາມຫາງເຫີນກັບເກມແຕ່ລະຂັ້ນ ຈົນໃນທີ່ສຸດສາມາດເລີກຫຼິ້ນໄດ້ ຫຼື ຫຼິ້ນຢ່າງຖືກຕ້ອງ ແລະ ມີປະໂຫຍດແກ່ຕົນ.

ຄວບຄຸມການຫຼິ້ນເກມ:

ການຄວບຄຸມລູກໃຫ້ຫຼິ້ນເກມໜ້ອຍລົງ ເພື່ອໃຫ້ຫັນມາສົນໃຈການສຶກສາຮໍ່າຮຽນແມ່ນມີຄວາມສຳຄັນ ແລະ ຫຍຸ້ງຍາກສົມຄວນ, ການທີ່ຈະສາມາດເຮັດໃຫ້ຜູ້ທີ່ຕິດເກມແລ້ວເລີກຫຼິ້ນແມ່ນຕ້ອງໃຊ້ເວລາຫຼາຍສົມຄວນ ແລະ ໄລຍະຍາວ ແຕ່ຄວນປະຕິບັດຢ່າງຕໍ່ເນື່ອງ. ສະນັ້ນ, ການຄວບຄຸມບໍ່ໃຫ້ຫຼິ້ນເກມເປັນສິ່ງຈຳເປັນທີ່ຕ້ອງໄດ້ເຮັດ ໂດຍໃຫ້ຫຼິ້ນວັນລະຈັກນາທີ ແລະ ຫຼຸດເວລາໃຫ້ໜ້ອຍລົງ, ຄວນຫຼິ້ນໃນເວລາໃດ ຍາມໃດ, ຫາກມີວຽກຫຼາຍຕ້ອງຫ້າມຫຼິ້ນ ແລະ ຫຼິ້ນຫຼັງທີ່ເຮັດວຽກນັ້ນແລ້ວ. ນອກນັ້ນ, ຄວນຕິດຕາມສັງເກດພຶດຕິກຳຂອງລູກ, ເລົ່າເຖິງໂທດ ແລະ ປະໂຫຍດຂອງການຫຼິ້ນເກມ ແລະ ອື່ນໆ.

ການທີ່ຈະສາມາດສ້າງໃຫ້ລູກກາຍເປັນຄົນທີ່ມັກການຮຽນ, ເລີກຫຼິ້ນເກມ ຫຼື ຫຼິ້ນໜ້ອຍລົງນັ້ນ, ສິ່ງສຳຄັນທີ່ສຸດແມ່ນຕ້ອງມາຈາກຜູ້ເປັນພໍ່ແມ່, ຜູ້ປົກຄອງ, ເພາະພວກເຂົາເຫຼົ່ານັ້ນເປັນຜູ້ຢູ່ໃກ້ຊິດ ແລະ ເຂົ້າໃຈລູກຂອງຕົນເອງດີ. ສະນັ້ນ, ຜູ້ເປັນພໍ່ແມ່ຄວນມີວິທີການຕ່າງໆໃນການສຶກສາອົບຮົມລູກ, ສ້າງກິດຈະກຳຂະບວນການຕ່າງໆໃຫ້ລູກ, ຄວນດູແລເບິ່ງແຍງລູກບໍ່ໃຫ້ປະປົນກັບກຸ່ມຄົນທີ່ບໍ່ມັກການຮຽນ ຫຼື ຕິດເກມ.

ຜ່ອນການຫຼິ້ນເກມມັນອາດຈະຍາກແຕ່ທຸກສິ່ງທຸກຢ່າງຍ່ອມເປັນໄປໄດ້, ຜູ້ປົກຄອງເລົ່າເລື່ອງໂທດກຳຕ່າງໆຂອງເກມໃຫ້ລູກຟັງເປັນປະຈຳ ກໍສາມາດເລີກໄດ້ ເພາະເກມກໍເໝືອນການກິນເຫຼົ້າກິນເບຍ ແລະ ສິ່ງມຶນເມົາຕ່າງໆ ຫາກເຮົາຮູ້ເຖິງສິ່ງຊົ່ວຮ້າຍທີ່ແຝງຢູ່ໃນນັ້ນເຮົາກໍຈະເລີກໄປເອງ.

ເພື່ອເຮັດໃຫ້ລູກກາຍເປັນຄົນມັກການສຶກສາຮໍ່າຮຽນ ຮຽນຢ່າງມີເປົ້າໝາຍແມ່ນຜູ້ປົກຄອງຄວນສ້າງນິດໄສໃຫ້ລູກແຕ່ຕອນຍັງນ້ອຍ ເມື່ອໃຫຍ່ມາເຂົາຈຶ່ງສາມາດກາຍເປັນຄົນໃຝ່ຮູ້ມັກການຮຽນ ແລະ ປະຕິບັດຕົນໄດ້ຢ່າງຖືກຕ້ອງ. ຕາມການສຳຫຼວດຂອງ ທ່ານ ເບັນຈາມິນ ບຣູມ ( Benjamin Bloom ) ນັກຈິດຕະວິທະຍາສຶກສາຊາວອາເມຣິກາ ໄດ້ສຳຫຼວດກ່ຽວກັບບຸກຄົນທີ່ປະສົບຄວາມສຳເລັດສູງໃນຫຼາຍຂົງເຂດແຕກຕ່າງກັນ ແລະ ເຫັນວ່າເດັກທີ່ຕັ້ງໃຈຮຽນ ປະມານ 90% ແມ່ນມາຈາກການສັ່ງສອນທີ່ດີ ແລະ ສອນມາຕັ້ງແຕ່ຕອນເປັນເດັກ ເຊິ່ງສິ່ງດັ່ງກ່າວຈະຊ່ວຍເສີມສ້າງໃຫ້ເດັກມີຄວາມເຊື່ອໝັ້ນ, ມີທັກສະ, ມີຄວາມສາມາດເໜືອໝູ່ເພື່ອນ.

( ໂດຍ: ກາວຊົ່ງ )