ການມີສ່ວນຮ່ວມໃນການຮັກສາ, ການທ່ອງທ່ຽວຂອງຄົນທັງພາຍໃນ ແລະ ຕ່າງປະເທດ ແມ່ນເປັນສິ່ງໜຶ່ງທີ່ຊ່ວຍຮັກສາສະຖານທີ່ທ່ອງທ່ຽວ ຫຼື ສະຖານທີ່ບູຮານໄວ້ໃຫ້ຄົງຢູ່ດົນນານ ເມື່ອມີການເດີນທາງກໍຕ້ອງມີການບູລະນະຮັກສາສະຖານທີ່ ຫຼື ສິ່ງຕ່າງໆເຫຼົ່ານັ້ນ ບາງສະຖານທີ່ກໍກາຍເປັນມໍລະດົກຂອງໂລກ ຍ້ອນການເບິ່ງແຍງເອົາໃຈໃສ່ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ການທ່ອງທ່ຽວຍັງເປັນສ່ວນໜຶ່ງຂອງຂະແໜງການທີ່ຊ່ວຍສ້າງລາຍຮັບໃຫ້ແກ່ປະເທດຊາດ.
ການທ່ອງທ່ຽວບໍ່ແມ່ນພຽງແຕ່ມີຢູ່ໃນປະເທດໃດໜຶ່ງເທົ່ານັ້ນ ແຕ່ການທ່ອງທ່ຽວແມ່ນມີຢູ່ທົ່ວໂລກທຸກໆປະເທດ ລ້ວນແຕ່ມີສະຖານທີ່ທີ່ດຶງດູດເອົາຜູ້ຄົນຈຳນວນບໍ່ໜ້ອຍ ເໝືອນກັບການພັດທະນາຂອງແຂວງບໍ່ແກ້ວ ແມ່ນນັບມື້ຂະຫຍາຍຕົວໃນທຸກໆດ້ານ, ທຸກຂະແໜງການ ເປັນຕົ້ນແມ່ນຂະແໜງການທາງດ້ານເສດຖະກິດ, ການລົງທຶນ, ການຄ້າ ລວມໄປເຖິງຂະແໜງການທ່ອງທ່ຽວທີ່ກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເປັນຈຳນວນບໍ່ໜ້ອຍ.
ທ່ອງທ່ຽວໃນມື້ນີ້ ຂ້າພະເຈົ້າເອງຂໍແນະນຳສະຖານທີ່ທ່ອງທ່ຽວແຫ່ງໜຶ່ງໃນ ແຂວງບໍ່ແກ້ວ ເນື່ອງຈາກວ່າ ບໍ່ແກ້ວ ມີແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈຢູ່ຫຼາຍແຫ່ງ ແຕ່ສະຖານທີ່ຢາກຈະແນະນຳໃນມື້ນີ້ ເປັນສະຖານທີ່ມີເລື່ອງເລົ່າທີ່ສືບຕໍ່ກັນມາຢ່າງໜ້າສົນໃຈ.
ແຂວງບໍ່ແກ້ວ ເປັນແຂວງໜຶ່ງຂອງປະເທດລາວ ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງລາວ ເປັນແຂວງທີ່ມີຊື່ສຽງທາງດ້ານອັນຍະມະນີ ແລະ ຍັງຢູ່ໃນເຂດສາມຫຼ່ຽມຄຳອີກ. ເຂດນີ້ເຄີຍມີບົດບາດສຳຄັນອັນຍິ່ງໃຫຍ່ທາງດ້ານປະຫວັດສາດໃນສະໄໝສະຕະວັດ ທີ 20, ມີຮ່ອງຮອຍຄວາມຈະເລີນຮຸ່ງເຮືອງທາງດ້ານສາສະໜາ, ການປົກຄອງ, ປະຫວັດດ້ານສົງຄາມ ແລະ ການຄ້າ ໃນສະໄໝກ່ອນ ພ້ອມທັງປູຊະນີຍະສະຖານ, ອະລິຍະທຳອັນລ້ຳຄ່າ, ສະຖາປັດຕະຍະກຳອັນເປັນເອກະລັກ ແລະ ວັດວາອາຮາມເກົ່າແກ່ທີ່ໜ້າສົນໃຈຫຼາຍແຫ່ງ. ມີແຫຼ່ງທ່ອງທ່ຽວໃຫ້ຜູ້ທີ່ຈະເດີນທາງມາທ່ຽວໄດ້ທ່ຽວຊົມກັນ ເຊັ່ນ: ວັດຈອມເຂົາມະນີລັດ ເຊິ່ງເປັນສະຖານທີ່ທາງວັດທະນະທຳ ທີ່ນັກເດີນທາງນິຍົມມາທ່ຽວຊົມ ແລະ ມີອີກສະຖານທີ່ໜຶ່ງທີ່ນັກທ່ອງທ່ຽວຈະບໍ່ພາດເລີຍ ນັ້ນກໍຄື: ພະທາດ ຕາກຜ້າຄຳ ພ້ອມກັບຄວາມເປັນມາທີ່ລຶກລັບ.
ພະທາດຕາກຜ້າຄຳ ຕັ້ງຢູ່ເທິງເນີນພູສູງ 200 ແມັດ ຫ່າງຈາກທ່າເຮືອທ່າດ່ານ 3 ກິໂລແມັດ ທາງຂຶ້ນຫ່າງຈາກທ່າເຮືອ ປະມານ 100 ແມັດ ພາຍໃນບໍລິເວນວັດມີສິມຂະໜາດກາງ ເປັນສິລະປະແບບລາວ ໂດຍໄດ້ຮັບການບູລະນະປະຕິສັງຂອນຂຶ້ນມາໃໝ່ໃກ້ກັບສິມມີພະທາດຕັ້ງຢູ່ ເຊິ່ງຫັນໜ້າໃສ່ແມ່ນ້ຳຂອງໄປທາງຝັ່ງໄທ. ໃນເມື່ອກ່ອນປະຊາຊົນເຂດນັ້ນເລົ່າວ່າ ທຸກໆມື້ຂຶ້ນ 15 ຄ່ຳ ຈະມີແສງສີຕ່າງໆພຸ່ງອອກຈາກອົງພະທາດ.
ພະທາດ ສຸວັນນະ ຜ້າຄຳ ຫຼື ວັດທາດ ສຸວັນນະ ຜ້າຄຳ ເດີມມີຊື່ວ່າ: ວັດພະທາດປາກຫ່າຍ ເປັນວັດທີ່ມີຄວາມສັກສິດແຫ່ງໜຶ່ງທີ່ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ນັບຖືສາສະໜາພຸດໃຫ້ຄວາມເຄົາລົບນັບຖື, ໃນຕຳນານໄດ້ກ່າວໄວ້ວ່າ ມີເຈົ້າລະວະ ແລະ ເຈົ້າລະວ້າ ສອງອ້າຍນ້ອງ ເຊິ່ງເປັນຣາຊະບຸດຂອງ ພະຍາ ລະໂວ ລະວາ ໄດ້ນຳເອົາບໍລິວານປະພາດ ( ຍ່າງ ) ປ່າເພື່ອລ່າເນື້ອມາເຖິງໂນນແຫ່ງໜຶ່ງ ເຊິ່ງເປັນບ່ອນທີ່ເໝາະສົມທີ່ຈະປັກຂ່າຍດັກເອົານົກເວລານັ້ນໄດ້ມີພະສຳມະນະເດີນຈາຣົກມາ ເມື່ອເຈົ້າ ລະວະ ລະວ້າ ໄດ້ເຫັນໂສມມະນັດກໍເກີດມີຈິດໃຈເຫຼື້ອມໃສສັດທາ ຈຶ່ງໄດ້ພາກັນນິມົນລົງໄປສົງນ້ຳຢູ່ແຄມຂອງ ( ຢູ່ບ່ອນນັ້ນມີກົກເດື່ອໃຫຍ່ ກົກໜຶ່ງ, ຢູ່ກ້ອງກົກເດື່ອມີພະລານຫີນໃຫຍ່ທີ່ກວ້າງຂວາງ ແລະ ຮົ່ມເຢັນ ) ເມື່ອສົງນ້ຳຮຽບຮ້ອຍແລ້ວກໍຍື່ນຜ້າອາບນ້ຳໃຫ້ເຈົ້າ ລະວະ ເອົາໄປຕາກ, ພາຍຫຼັງຕາກຜ້າອາບນ້ຳແລ້ວທັງສອງອ້າຍນ້ອງກໍພາກັນລົງມາອາບນ້ຳ. ຫຼັງຈາກນັ້ນ, ກໍຂຶ້ນມາກູ້ເອົາຜ້າອາບນ້ຳທີ່ຕາກໄວ້ ເມື່ອຮື້ຜ້ານັ້ນຂຶ້ນຜ້າຜືນນັ້ນກໍກາຍເປັນຄຳໄປໝົດທັງຜືນ ເຮັດໃຫ້ສອງອ້າຍນ້ອງຕື່ນເຕັ້ນ, ຕື້ນຕັນໃຈໃນຄວາມມະຫັດສະຈັນ ຈຶ່ງນຳເອົາຜ້າຜືນນັ້ນມາເຄນໃຫ້ພະສຳມະນະ ແລ້ວຕິດຕາມພະສຳມະນະກັບຄືນເມືອຫາທີ່ພັກ ພໍຕົກຄໍ່າກໍພາກັນຈັດທີ່ນອນຖວາຍ, ພໍຕື່ນເຊົ້າມາກໍພາກັນຈັດເອົາພັດຕະຫານມາ ຖວາຍ. ຈາກນັ້ນ, ສອງອ້າຍນ້ອງ ພ້ອມດ້ວຍບໍລິວານກໍພາກັນເຂົ້າຟັງທຳມະເທດສະໜາພາຍຫຼັງ.
ພໍຟັງເທດຈົບແລ້ວກໍພາກັນຄາລະວະພະສຳມະນະເຈົ້າໄດ້ເອົາມືລູບຫົວ ມີເສັ້ນຜົມຕິດມືອອກມາ 3 ເສັ້ນ, ຍື່ນມອບໃຫ້ເຈົ້າ ລະວະ ລະວ້າ ສອງອ້າຍນ້ອງພ້ອມທັງຜ້າອາບນ້ຳທີ່ກາຍເປັນຄຳນັ້ນແລ້ວບອກໃຫ້ສອງອ້າຍນ້ອງຈົ່ງພາກັນເອົາຂອງສອງຢ່າງນີ້ໄປສ້າງເປັນອະນຸສາວະລີໄວ້ເປັນບ່ອນນົບໄຫວ້ເຄົາລົບບູຊາແກ່ປວງຊົນທັງຫຼາຍສືບເມື່ອພາຍໜ້າ. ຈາກນັ້ນ, ທັງສອງອ້າຍນ້ອງຈຶ່ງເອົາຜ້າຄຳ ແລະ ເງິນໃຫ້ຊ່າງຕີເປັນເຮືອຄຳ – ເຮືອເງິນ ຄືກັບອູບຄຳ – ອູບເງິນ ແລ້ວເອົາຜົມ 3 ເສັ້ນ ນັ້ນມາບັນຈຸໄວ້ໃນອູບຄຳ – ອູບເງິນນັ້ນ. ຕໍ່ຈາກນັ້ນ, ກໍພາໃຫ້ບໍລິວານທັງຫຼາຍຂຸດຂຸມຢູ່ເທິງໂນນທີ່ປັກຂ່າ ( ປັກຫ່າຍໃຫ້ເລິກພຽງລະດັບນ້ຳຂອງ. ຫຼັງຈາກນັ້ນ, ກໍບັນຈຸເຮືອຄຳ – ເຮືອເງິນ, ອູບຄຳ – ອູບເງິນ ລົງໃນ ແລ້ວກວາດດິນຖົມແລ້ວກໍພາກັນກໍ່ພະທາດເຈດີກວມເອົາໄວ້ ໃນລະຫວ່າງປີຈູນສັກກະລາດ 384 ໂຕ ກົງກັບ ປີ ຄ.ສ 1022 ຫຼື ພ.ສ 1565 ແລ້ວໃຫ້ຊື່ວ່າ ພະທາດປັກຫ່າຍ. ຈາກນັ້ນ, ກໍແບ່ງບໍລິວານຕັ້ງບ້ານຢູ່ເພື່ອເບິ່ງແຍງຮັກສາອຸປະຖຳພະທາດນັ້ນ. ໃນເວລາຕໍ່ມາ ຄຳວ່າພະທາດປັກຫ່າຍກໍພ້ຽນມາເປັນພະທາດປາກຫ່າຍ, ພະລານຫີນຜາຄຳກໍໄດ້ກາຍເປັນຜ້າຄຳສືບຕໍ່ກັນມາ ເຊິ່ງລວມໄດ້ອາຍຸ 990 ປີ ແຕ່ປີ ຄ.ສ 1022 ຫາ ປີ ຄ.ສ 2012 ແລະ ຕາມການເລົ່າຂານຂອງຜູ້ເຖົ້າໃນເມື່ອກ່ອນຍັງເວົ້າອີກວ່າ ພໍຮອດມື້ວັນສິນ 15 ຄໍ່າເທິງຈອມພະທາດກໍຈະມີແສງຮຸ່ງແຈ້ງສະຫວ່າງຢູ່ຕະຫຼອດ ເຮັດໃຫ້ມີຜູ້ເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ.
ແຕ່ເຖິງວ່າຈະບໍ່ມີທີ່ໄປທີ່ມາຢ່າງຈະແຈ້ງ ກໍເຊື່ອວ່າສະຖານທີ່ແຫ່ງນີ້ຕ້ອງມີ ຄວາມສັກສິດ ແລະ ເປັນທີ່ເຄົາລົບບູຊາຂອງປະຊາຊົນຊາວບ້ານແຫ່ງນີ້ ເຊິ່ງສະຖານທີ່ແຫ່ງນີ້ກໍກາຍເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳຂອງແຂວງ ບໍ່ແກ້ວ ສຳລັບຜູ້ທີ່ມາທ່ຽວຊົມແຂວງບໍ່ແກ້ວ ແນ່ນອນວ່າບໍ່ພາດຊົມສະຖານທີ່ນີ້ແນ່ນອນ. ຖືໄດ້ວ່າເປັນອີກສະຖານທີ່ໜຶ່ງທີ່ເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ ແຂວງບໍ່ແກ້ວ ນັບມື້ຫຼາຍຂຶ້ນ ທັງຍັງເປັນການກະຕຸກຊຸກຍູ້ໃຫ້ຂະແໜງການທ່ອງທ່ຽວຂອງ ແຂວງບໍ່ແກ້ວ ນັບມື້ຂະຫຍາຍຕົວຕື່ມອີກ.
ປະເທດລາວ ຖືໄດ້ວ່າມີມົນສະເໜຂອງຄວາມງຽບສະຫງົບ ມີລະບຽບແບບແຜນທີ່ລຽບງ່າຍ ທັງຍັງມີທຳມະຊາດທ່າມກາງພູຜາທີ່ສວຍງາມ ພ້ອມທັງຍັງອະນຸຮັກວັດທະນະທຳໄວ້ໄດ້ເປັນຢ່າງດີ ເປັນອີກປະເທດໜຶ່ງທີ່ຊາວຕ່າງຊາດຍົກໃຫ້ເປັນປະເທດທີ່ໜ້າທ່ຽວຊົມ, ປະເທດລາວມີຄວາມສວຍງາມທີ່ເປັນເອກະລັກ ຜູ້ຄົນທີ່ມີນ້ຳໃຈ ຍິ່ງບໍ່ຄວນພາດເດັດຂາດສຳລັບນັກທ່ອງທ່ຽວທີ່ກຳລັງຫາສະຖານທີ່ທ່ອງທ່ຽວ ມາສຳຜັດກັບວັດທະນະທຳທີ່ຫາຊົມໄດ້ຍາກ ແລ້ວທ່ານຈະເຂົ້າໃຈກັບຄຳວ່າສະຫວັນເມືອງລາວ.
( ຮູບ: bounhome, Uthai, ວັດລາວ ແລະ ຂໍ້ມູນຈາກ: ວັດລາວ )
( ຮຽບຮຽງໂດຍ: ຄຳນ້ອຍ )