ອາທິດນີ້ອາກາດສືບຕໍ່ຮ້ອນອົບເອົ້າ

192

ອາທິດນີ້ອາກາດສືບຕໍ່ຮ້ອນຫາຮ້ອນເອົ້າ, ຂະນະທີ່ພາກກາງໄລຍະ 10 – 12 ພຶດສະພາ ຈະມີຝົນຕົກຫຼາຍຂຶ້ນ ແລະ ຈະມີລົມພັດແຮງເປັນບາງໂອກາດ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 6 ຫາ 12 ພຶດສະພາ 2019 ວ່າ: ໃນໄລຍະວັນທີ 6 ຫາ 9 ພຶດສະພານີ້ ຄວາມກົດດັນອາກາດຕ່ຳຂອງອາກາດຮ້ອນຍັງປົກຄຸມຢູ່ທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້ ເຊິ່ງຈະເຮັດໃຫ້ອາກາດສືບຕໍ່ຮ້ອນຫາຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກໃຕ້ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ຈາກນັ້ນ, ວັນທີ 10 ຫາ 12 ພຶດສະພາ ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ອາກາດສືບຕໍ່ຮ້ອນເອົ້າຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງໃນຕອນບ່າຍຫາຄ່ຳ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຄາດຄະເນສະພາບອາກາດໃນແຕ່ລະພາກ ດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ໃນຕອນບ່າຍອາກາດຍັງຈະຮ້ອນພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຊຽງຂວາງ. ຈາກນັ້ນ, ໃນວັນທີ 10 ຫາ 12 ພຶດສະພາ ອາກາດຍັງສືບຕໍ່ຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງ ຂວາງ. ອຸນຫະພູມຕໍ່າສຸດ 17 – 19 ອົງສາ ແລະ ສູງສຸດ 30 – 32 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດຍັງຈະຮ້ອນເອົ້າຫາຮ້ອນເອົ້າຫຼາຍໃນຕອນບ່າຍ ພ້ອມຈະມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ. ຈາກນັ້ນ, ໃນວັນທີ 10 ຫາ 12 ພຶດສະພາ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ. ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 36 – 38 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດຍັງຈະຮ້ອນຫາຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດໃນຕອນບ່າຍຫາຕອນກາງຄືນ. ຈາກນັ້ນ, ໃນວັນທີ 10 ຫາ 12 ພຶດສະພາ ອາກາດຍັງຈະຮ້ອນຕື່ມອີກ ແລະ ຈະມີຝົນຕົກ ຟ້າຮ້ອງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນໃນຕອນບ່າຍຫາກາງຄືນ. ອຸນຫະພູມຕ່ຳສຸດ 25 – 27 ອົງສາ ແລະ ສູງສຸດ 36 – 38 ອົງສາ.

ພາກກາງ: ໃນໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດຍັງຈະສືບຕໍ່ຮ້ອນຫາຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ຈາກນັ້ນ, ວັນທີ 10 ຫາ 12 ພຶດສະພາ ຈະມີຝົນຕົກຫຼາຍຂຶ້ນ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 25 – 27 ອົງສາ ແລະ ສູງສຸດ 36 – 38 ອົງສາ.

ສະເພາະແຂວງໄຊສົມບູນ, ຫຼັກ 20, ເມືອງວຽງທອງ ແລະ ເມືອງນາກາຍ: ໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ອາກາດຮ້ອນໃນຕອນບ່າຍ, ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ຈາກນັ້ນ, ວັນທີ 10 ຫາ 12 ພຶດສະພາ ຍັງຈະມີຝົນຕົກຢູ່ຕື່ມອີກ. ອຸນຫະພູມຕໍ່າສຸດ 18 – 20 ອົງສາ ແລະ ສູງສຸດ 30 – 32 ອົງສາ.

ພາກໃຕ້: ໃນໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດຮ້ອນເອົ້າຫາຮ້ອນເອົ້າຫຼາຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງໃນຕອນບ່າຍຫາຕອນຄ່ຳຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ຈາກນັ້ນ, ວັນທີ 10 ຫາ 12 ພຶດສະພາ ອາກາດຍັງຈະຮ້ອນ ແລະ ຈະມີຝົນຕົກກະຈາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ. ອຸນຫະພູມຕ່ຳສຸດ 24 – 26 ອົງສາ ແລະ ສູງສຸດ 36 – 38 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດຍັງຈະເຢັນໃນຕອນເຊົ້າ ແລະ ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ຈາກນັ້ນ, ວັນທີ 10 ຫາ 12 ພຶດສະພາ ຍັງຈະມີຝົນຕົກກະຈາຍເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງສຸດ 27 – 29 ອົງສາ.