ເມືອງໝື່ນ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຄອບຄົວຖືກອັກຄີໄພ

113

ທ້າຍອາທິດຜ່ານມາ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງໄປມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວຜູ້ປະສົບໄພຖືກເຄາະຮ້າຍຈາກໄຟໄໝ້ເຮືອນໃນວັນທີ 11 ເມສາ 2019 ຜ່ານມາ ເຊິ່ງແມ່ນຄອບຄົວຂອງ ທ້າວ ຈ້າວ່າງ ປະຊາຊົນບ້ານໂນນຕ້ອງ ເມືອງໝື່ນ ແຂວງວຽງຈັນ ສາເຫດຂອງໄຟໄໝ້ ເກີດຈາກລູກຊາຍຂອງຜູ້ກ່ຽວ ທ້າວ ປໍວ່າງ ເຊິ່ງຕິດຢາເສບຕິດ ແລະ ອາລະວາດເປັນປະຈຳ ເຮັດໃຫ້ຜູ້ເປັນເມຍທົນບໍ່ໄດ້ກັບພຶດຕິກຳ ແລ້ວຈຶ່ງໜີຈາກ ທ້າວ ປໍວ່າງ ໄປ. ດັ່ງນັ້ນ, ມາຮອດວັນທີ 11 ເມສາ 2019 ເວລາປະມານ 20:00 ໂມງ ທ້າວ ປໍວ່າງ ຈຶ່ງໄດ້ຈູດເຮືອນຂອງຕົນເອງ ເຮັດໃຫ້ໄຟລຸກໄໝ້ຂຶ້ນຢ່າງໄວວາ ບວກໃສ່ອາກາດຮ້ອນອົບເອົ້າ ເຮັດໃຫ້ເຮືອນ, ເຂົ້າເປືອກຈຳນວນໜຶ່ງ ແລະ ເຄື່ອງໃຊ້ພາຍໃນເຮືອນຖືກໄໝ້ທັງໝົດ ມູນຄ່າຄວາມເສຍຫາຍປະມານ 80 ລ້ານກວ່າກີບ ເຊິ່ງຄອບຄົວດັ່ງກ່າວແມ່ນໜຶ່ງໃນຄອບຄົວທຸກຍາກຂອງເມືອງ.

ມາຮອດວັນທີ 2 ພຶດສະພາ 2019 ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງໝື່ນ ຈຶ່ງໄດ້ນຳເອົາສັງກະສີ 40 ແຜ່ນ, ເຫຼັກຕະປູ 4 ກິໂລ, ເຂົ້າສານຈ້າວ 2 ເປົາ, ເຄື່ອງນຸ່ງຫົ່ມ ແລະ ອຸປະກອນຮັບໃຊ້ຄົວເຮືອນຈຳນວນໜຶ່ງ ລວມມູນຄ່າ 2.350.000 ກີບ ( ສອງລ້ານສາມແສນຫ້າສິບພັນກີບ ) ນຳມາມອບໃຫ້ຄອບຄົວຜູ້ປະສົບໄພ ດັ່ງກ່າວ ເຊິ່ງຕາງໜ້າມອບໂດຍ ທ່ານ ບຸນທະວີ ຄຳລື ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ, ມີອົງການປົກຄອງບ້ານໂນນຕ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວນີ້, ທ່ານ ບຸນທະວີ ຄຳລື ກໍໄດ້ຕາງໜ້າໃຫ້ຄະນະພັກ ຄະນະນຳຂອງເມືອງໝື່ນ ສະແດງຄວາມເປັນຫ່ວງເປັນໄຍ ພ້ອມທັງສະແດງ ຄວາມເສຍໃຈຕໍ່ເຫດທີ່ເກີດຂຶ້ນ ເຄື່ອງທີ່ນຳມາຊ່ວຍເຫຼືອຄັ້ງນີ້ ເຖິງຈະບໍ່ພຽງພໍກັບຄວາມຕ້ອງການ ແຕ່ກໍແມ່ນນໍ້າໃຈ ເພື່ອເປັນການບັນເທົາສຸກເສີນ. ພ້ອມນັ້ນ, ທ່ານກໍຍັງຮຽກຮ້ອງໃຫ້ອົງການປົກຄອງບ້ານ ຈົ່ງເອົາໃຈໃສ່ໃຫ້ ຄວາມຊ່ວຍເຫຼືອຄອບຄົວດັ່ງກ່າວ ໃນການຟື້ນຟູບ່ອນຢູ່ອາໄສໃຫ້ເຂົາເຈົ້າເຂົ້າສູ່ສະພາບປົກກະຕິໂດຍໄວ.