ເລຂາທິການ ສຕລ ກະຕຸ້ນສາວລາວຢູ 15 ລະເບີດຟອມເກັ່ງໃນບານເຕະຊີງແຊັມອາຊຽນອີກຄັ້ງ

140

ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ໂອ້ລົມຄະນະຄູຝຶກ ແລະ ນັກກີລາທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 15 ປີ ເມື່ອວັນທີ 6 ພຶດສະພາ 2019 ທີ່ສະຫະພັນບານເຕະແຫ່ງຊາດລາວ ພ້ອມກະຕຸ້ນໃຫ້ສ້າງຜົນງານອອກດີທີ່ສຸດໃນການແຂ່ງຂັນບານເຕະຍິງ ຊີງແຊັມອາຊຽນ 2019 ລະຫວ່າງວັນທີ 7 – 22 ພຶດສະພາ 2019 ທີ່ຈັງຫວັດຊົນບູຣີ ປະເທດໄທ ໂດຍໃນປີ 2018 ເຂົ້າເຖິງຮອບ 4 ທີມສຸດທ້າຍ.

ທ່ານ ນາງ ກັນຍາ ແກ້ວມະນີ ກ່າວວ່າ: ໃນປີທີ່ຜ່ານມາຜົນງານຂອງ ສາວລາວ ຢູ 15 ຖືວ່າເຮັດໄດ້ດີສາມາດທະລຸເຂົ້າເຖິງຮອບ 4 ທີມສຸດທ້າຍ ເຊິ່ງພວກເຮົາບໍ່ໄດ້ໜ້ອຍໜ້າ ເພາະເສຍໃນການດວນຈຸດໂທດເທົ່ານັ້ນ ແລະ ແນ່ນອນຂໍໃຫ້ພວກເຮົາຕັ້ງໃຈ, ສາມັກຄີກັນ ເພື່ອຈະລ້າງຕາ ແລະ ລ້າງໃຈໃຫ້ໄດ້ ເຖິງວ່າປີນີ້ພວກເຮົາຢູ່ກຸ່ມດຽວກັບ ໄທ, ມາເລເຊຍ, ສິງກະໂປ ແລະ ກໍາປູເຈຍ ທີ່ພວກເຮົາເຄີຍພົບມາແລ້ວ ແລະ ເປັນງານໜັກ. ຢ່າງໃດກໍຕາມ, ຜົນງານທີ່ຜ່ານມາ ພວກເຮົາສາມາດສູ້ໄດ້ ແລະ ບານເຕະຍິງລາວ ໄລຍະນີ້ໄດ້ສ້າງກະແສທີ່ດີ ທີ່ສ້າງຄວາມສຸກໃຫ້ກັບແຟນບານ, ດັ່ງນັ້ນຂໍໃຫ້ພວກເຮົາສືບຕໍ່.

ຂະນະທີ່ ຫົວໜ້າຄູຝຶກທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 15 ປີ ກ່າວວ່າ: ທີມຊຸດນີ້ແມ່ນມີການຄັດເລືອກ 3 ໄລຍະ ຄື: ໄລຍະທີ 1 ແມ່ນໄດ້ເປີດຄັດເລືອກນັບຕັ້ງແຕ່ຕົ້ນເດືອນເມສາ ມີນັກກີລາເຂົ້າຮ່ວມຄັດເລືອກ 50 ຄົນ ຈາກນະຄອນຫຼວງວຽງຈັນ ລວມເຖິງທາງພາກເໜືອ ແລະ ພາກໃຕ້ອີກຈໍານວນໜຶ່ງ, ໄລຍະທີ 2 ຄັດໃຫ້ເຫຼືອ 30 ຄົນໃນທ້າຍເດືອນເມສາ ແລະ ໃນວັນທີ 26 ເມສາ ເດີນທາງໄປອຸ່ນເຄື່ອງທີ່ປະເທດໄທ ກ່ອນຄັດໃຫ້ເຫຼືອ 21 ຄົນ. ນັກກີລາຊຸດນີ້ເປັນນັກກີລາໃໝ່ ແລະ ປະສົບການໜ້ອຍ ເພາະຢູ 16 ແມ່ນອາຍຸກາຍແລ້ວ, ສ່ວນເປົ້າໝາຍພວກເຮົາກໍຈະພະຍາຍາມຮັກສາອັນດັບ 4 ໄວ້ຄືເກົ່າ.

ສໍາລັບການແຂ່ງຂັນບານເຕະຍິງຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ( AFF U15 GIRLS’ CHAMPIONSHIP 2019 ) ທີ່ຈັງຫວັດຊົນບູຣີ ປະເທດໄທ ຈັດຂຶ້ນໃນລະຫວ່າງວັນທີ 7 – 22 ພຶດສະພາ 2019 ໂດຍມີ 9 ປະເທດເຂົ້າຮ່ວມແຂ່ງຂັນ ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ A ມຽນມາ, ຫວຽດນາມ, ຟີລິບປິນ ແລະ ຕີມໍ ເລັສເຕ, ກຸ່ມ B ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ.

ສຳລັບລາຍຊື່ຄະນະນຳ, ຄະນະຄູຝຶກ ປະກອບມີ:

  1. ທ່ານ ນາງ ຍອດແກ້ວ ພາວະດີ ຫົວໜ້າຄະນະ.
  2. ທ່ານ ນາງ ພອນທິບ ແສງມະນີ ຫົວໜ້າຄູຝຶກ.
  3. ທ່ານ ນາງ ແກ້ວຕາ ພົງອຸດົມ ຜູ້ຊ່ວຍຄູຝຶກ.
  4. ທ່ານ ນາງ ນົກ ດວງມາລາ ບໍລິຫານທີມ.
  5. ທ່ານ ນາງ ພຸດ ຄຳສຸກຖາວົງ ຄູຝຶກຜູ້ຮັກສາປະຕູ.
  6. ທ່ານ ນາງ ເຄືອວັນ ເມັງວິໄລ ແພດປະຈໍາທີມ.
  7. ທ່ານ ນາງ ປານັດດາ ໂພທິສານ ອຸປະກອນ.
  8. ທ່ານ ນາງ ຂັນທະລີ ຕະຕິເດດ ຊ່າງພາບ.

ນັກກີລາປະກອບມີ:

ຜູ້ຮັກສາປະຕູ.

  1. ວິລະດາ ອິນທິສານ ຈາກນະຄອນຫຼວງວຽງຈັນ.
  2. ຕາຕີບ ແກ້ວອິນຫວນ ຈາກແຂວງອຸດົມໄຊ.

ກອງຫຼັງ:

  1. ແພວັນ ວິໄລສັກ ຈາກແຂວງສະຫວັນນະເຂດ.
  2. ກະເຕັນ ວົງສະຫວັນ ຈາກນະຄອນຫຼວງວຽງຈັນ.
  3. ລັດຕິກອນ ປະທຸມຊາດ ຈາກນະຄອນຫຼວງວຽງຈັນ.
  4. ວິໄລພອນ ແພງສະນະ ຈາກນະຄອນຫຼວງວຽງຈັນ.
  5. ທິບປະກອນ ສີວົງລາດ ຈາກນະຄອນຫຼວງວຽງຈັນ.
  6. ກາເຫວົາ ວົງພະຈັນ ຈາກນະຄອນຫຼວງວຽງຈັນ.
  7. ຫຼິງ ມະນີວັນ ຈາກແຂວງຈຳປາສັກ.
  • ກອງກາງ:
  1. ເປ້ ພົມພັກດີ ຈາກນະຄອນຫຼວງວຽງຈັນ.
  2. ລັດສະໝີ ສີສົມພານ ຈາກນະຄອນຫຼວງວຽງຈັນ
  3. ສຸພາພອນ ໄຊສຸລະ ຈາກແຂວງຫົວພັນ.
  4. ໃຈຄຳ ຈາກນະຄອນຫຼວງວຽງຈັນ.
  5. ພອນສະຫວັນ ພົນເສນາ ຈາກນະຄອນຫຼວງວຽງຈັນ.
  6. ແສງເດືອນ ພົງໄພລັດ ຈາກນະຄອນຫຼວງວຽງຈັນ.
  7. ຈິນດາ ສີຫາລາດ ຈາກນະຄອນຫຼວງວຽງຈັນ.
  8. ແມັກ ຈັນທາ ພີມມະສອນ ຈາກແຂວງຊຽງ ຂວາງ.

ກອງໜ້າ:

  1. ສຸກຕາວັນ ຈຳປາທອງ ຈາກແຂວງສາລະວັນ.
  2. ວັນນາ ສຸກສົມບັດ ຈາກແຂວງອຸດົມໄຊ
  3. ປຸ້ຍ ໄຊຍະຊວງ ຈາກແຂວງສະຫວັນນະເຂດ.
  4. ຄຳອົ້ນ ວີລີວົງ ຈາກແຂວງຊຽງຂວາງ.

ສາວລາວ ຢູ 15 ອອກເດີນທາງໄປປະເທດໄທ ໃນວັນທີ 7 ພຶດສະພາ 2019, ສ່ວນການແຂ່ງຂັນຂອງທີມຊາດລາວ ປະກອບມີ:

ວັນທີ 9 ພຶດສະພາ 2019 ເວລາ 15:30 ໂມງ ພົບ ທີມຊາດມາເລເຊຍ.

ວັນທີ 13 ພຶດສະພາ 2019 ເວລາ 15:30 ໂມງ ພົບ ສິງກະໂປ.

ວັນທີ 15 ພຶດສະພາ 2019 ເວລາ 15:30 ໂມງ ພົບ ກຳປູເຈຍ.

ວັນທີ 17 ພຶດສະພາ 2019 ເວລາ 15:30 ໂມງ ພົບ ທີມຊາດໄທ.

ໂດຍທຸກໆນັດແມ່ນແຂ່ງຂັນທີ່ສະໜາມ Institute of Physical Education Chonburi Campus Stadium.

[ ຂ່າວ: ຄໍາສອນ, ຮູບ: ສອນໄຊ ]