ໄຊຍະບູລີ ຕີລາຄາວຽກງານຂະແໜງ ຍທຂ ທົ່ວແຂວງ

104

ໃນວັນທີ 6 ພຶດສະພາ 2019 ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບຕີລາຄາປະເມີນຜົນການຈັດຕັ້ງປະຕິບັດວຽກງານຂະແໜງ ຍທຂ ທົ່ວແຂວງ ໂດຍການເປັນປະທານຂອງ ທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ມີ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ    ແລະ ຂົນສົ່ງ, ມີ ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ ຍທຂ ແຂວງ, ມີພະແນກອ້ອມຂ້າງແຂວງ ລວມທັງວິສາຫະກິດພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

ທ່ານ ເພັງນິລັນ ຄຳພັນເພັງ ໄດ້ກ່າວວ່າ: 2 ປີຜ່ານມາເຖິງວ່າສະພາບໄພທຳມະຊາດ, ວິກິດການທາງດ້ານການເງິນໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມກໍຕາມ ໂດຍພາຍໃຕ້ການນຳພາຂອງຄະນະພັກ – ອົງການປົກຄອງແຂວງ, ເມືອງ, ພື້ນຖານໂຄງລ່າງທາງດ້ານຄົມມະນາຄົມພາຍໃນແຂວງໄດ້ຮັບການພັດທະນານັບມື້ດີຂຶ້ນ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງ, ຂອງເມືອງຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ມີການຜັນປ່ຽນ, ຄອບຄົວທຸກຍາກໄດ້ຫຼຸດລົງເທື່ອລະກ້າວ. ສະນັ້ນ, ໃນກອງປະຊຸມຄັ້ງນີ້ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າແຜນການຈັດຕັ້ງປະຕິບັດແຜນພັດທະນາພື້ນຖານໂຄງລ່າງປະຈຳປີ 2017 – 2018.

ນອກນັ້ນ, ຍັງຈະໄດ້ພ້ອມກັນປຶກສາຫາລືປະກອບຄຳຄິດເຫັນໃສ່     ເອກະສານທີ່ສຳຄັນຈຳນວນໜຶ່ງ ເຊັ່ນ: ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປີ 2018 ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນໃນດ້ານຕ່າງໆ ແລະ ບັນຫາທີ່ຄົງຄ້າງ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າ ແລະ ວາງທິດທາງແຜນການ ປີ 2019 ໂດຍສະເພາະການຈັດຕັ້ງປະຕິບັດງົບປະມານການລົງທຶນຂອງລັດຂະແໜງ ຍທຂ ທີ່ສະພາໄດ້ຮັບຮອງເອົາ, ເຜີຍແຜ່ຜົນສຳເລັດກອງປະຊຸມວິຊາການຂະແໜງ ຍທຂ ທົ່ວປະເທດປີ 2018 ທີ່ນະຄອນຫຼວງວຽງຈັນ ແລະ ນິຕິກຳຕ່າງໆຈຳນວນໜຶ່ງ, ຜ່ານຂໍ້ແຂ່ງຂັນຮັກຊາດພັດທະນາຕິດພັນກັບການແບ່ງຂັ້ນຄຸ້ມຄອງຕາມທິດນຳສາມສ້າງພາຍໃນຂະແໜງ ຍທຂ ທົ່ວແຂວງ ແລະ ຈະໄດ້ຈັດຕັ້ງການເຊັນບົດບັນທຶກແບ່ງຄວາມຮັບຜິດຊອບລະຫວ່າງພະແນກກັບຫ້ອງການ ຍທຂ ບັນດາເມືອງ, ຈຳນວນ 11 ເມືອງ ເພື່ອຍູ້ຂະບວນການກະກຽມໃສ່ວັນສຳຄັນຂອງຊາດ.

ໃນກອງປະຊຸມຜູ້ເຂົ້າຮ່ວມຍັງຈະໄດ້ມີການປະກອບຄຳຄິດເຫັນ, ຍົກໃຫ້ເຫັນດ້ານດີ, ດ້ານຄົງຄ້າງຂອງການເຄື່ອນໄຫວວຽກງານໃນຂະແໜງການ ຍທຂ ເພື່ອປັບປຸງແກ້ໄຂເຮັດໃຫ້ການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າປະສົບຜົນສຳເລັດດີຍິ່ງຂຶ້ນ. ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງສຳເລັດ.

( ຂ່າວ: ບຸນທີ )