4 ປີແຫ່ງການພັດທະນາຊາວໜຸ່ມ ຂອງມູນນິທິ ເຈືອງ ສົມບູນຂັນ

172

ພາຍຫຼັງທີ່ຖືກສ້າງຕັ້ງຂຶ້ນໃນປີ 2015 ມູນນິທິ ເຈືອງ ສົມບູນຂັນ ໄດ້ກາຍເປັນເວທີທີ່ສຳຄັນໃນການພັດທະນາຊາວໜຸ່ມ ຜ່ານການຈັດຝຶກອົບຮົມ ແລະ ຈັດເວທີໃຫ້ນັກຮຽນ ເກືອບ 100 ກວ່າແຫ່ງ ໃນການແຂ່ງຂັນໂຕ້ວາທີ. ນອກນັ້ນ, ຍັງໄດ້ຈັດພິມປຶ້ມຕ່າງໆອອກສູ່ສັງຄົມນຳອີກ.

ວັນທີ 3 ພຶດສະພາຜ່ານມາ ມູນນິທິ ເຈືອງ ສົມບູນຂັນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂຶ້ນທີ່ໂຮງແຮມແລນມາກ ເພື່ອສະຫຼຸບການເຄື່ອນໄຫວ ແລະ ມອບໃບຍ້ອງຍໍໃຫ້ແກ່ພາກສ່ວນອຸປະຖຳຕ່າງໆ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ດາລາວັນ ພອນແກ້ວ ປະທານມູນນິທິ, ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍຜູ້ອຳນວຍການໂຮງຮຽນທາງພາກລັດ ແລະ ເອກະຊົນ ພ້ອມຜູ້ອຸປະຖຳເຂົ້າຮ່ວມ.

ທ່ານ ນາງ ດາລາວັນ ພອນແກ້ວ ກ່າວວ່າ: ມູນນິທິ ເຈືອງ ສົມບູນຂັນ ສ້າງຕັ້ງຂຶ້ນໃນວັນທີ 13 ມິຖຸນາ 2015 ເພື່ອພັດທະນາຊາວໜຸ່ມລາວໃຫ້ມີຄວາມສາມາດດ້ານການເວົ້າຕໍ່ຊຸມຊົນ, ການຂຽນ, ສົ່ງເສີມການອ່ານ, ສະແດງຄວາມຄິດເຫັນຂອງຕົນ, ການນຳໃຊ້ພາສາລາວຢ່າງຖືກຕ້ອງ ແລະ ແປປຶ້ມຕ່າງໆຕາມວິໄສທັດຂອງ ທ່ານ ເຈືອງ ສົມບູນຂັນ.

ຕະຫຼອດໄລຍະ 4 ປີຜ່ານມາ ສາມາດຈັດພິມຄືນປຶ້ມຂອງ ທ່ານ ເຈືອງ ສົມບູນຂັນ “ ໂລກາພິວັດ ແລະ ການພັດທະນາປະເທດເຮົາ ” ຈຳນວນ 5 ພັນຫົວ, ພິມປຶ້ມ “ ເຂົ້າໃຈຖືກຕ້ອງ ປະຕິບັດກໍບໍ່ຫຍຸ້ງຍາກ ” ຈຳນວນ 3 ພັນຫົວ, ພິມປຶ້ມ “ ແມງໄມ້ຢູ່ທຸກແຫ່ງ ” ຈຳນວນ 5 ພັນຫົວ, ແນະນຳມູນນິທິ ເຈືອງ ສົມບູນຂັນ ທີ່ແຂວງຈຳປາສັກ ຖິ່ນກຳເນີດຂອງ ທ່ານ ເຈືອງ ສົມບູນຂັນ, ຈັດການຝຶກອົບຮົມການຂຽນເລື່ອງວຽກຈິງຄົນແທ້ ໃຫ້ຊາວໜຸ່ມຂັ້ນມະຫາວິທະຍາໄລ, ຈັດການແຂ່ງຂັນໂຕ້ວາທີໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ມາແລ້ວ 3 ຄັ້ງ ໂດຍມີຈຳນວນໂຮງຮຽນເຂົ້າຮ່ວມ 12 ໂຮງຮຽນ ໃນປີ 2016; 16 ໂຮງຮຽນ ປີ 2017; 68 ໂຮງຮຽນ ໃນປີ 2019 ນີ້ ແລະ ອື່ນໆ.

ທ່ານ ຊົມພູ ແກ້ວປັນຍາ ກ່າວວ່າ: ມູນນິທິ ເຈືອງ ສົມບູນຂັນ ເປັນມູນນິທິທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດໃນປະເທດເຮົາ ເພື່ອສ້າງໃຫ້ຊາວໜຸ່ມລາວກາຍເປັນຄົນມີ ຄວາມຮູ້ຄວາມສາມາດ ມີນໍ້າໃຈຮັກຊາດ ຮັກການພັດທະນາປະເທດຊາດແບບຍືນຍົງ. ປັດຈຸບັນ ລະບົບການສຶກສາໃນປະເທດລາວເຮົາ ສ່ວນຫຼາຍແມ່ນເນັ້ນໃສ່ພາກທິດສະດີ ແລະ ຍັງຂາດພາກປະຕິບັດຕົວຈິງ ເຊິ່ງມູນນິທິ ເຈືອງ ສົມບູນຂັນ ເປັນຜູ້ຊ່ວຍການສຶກສາຂອງລາວເຮົາໃຫ້ເຂັ້ມແຂງມີຄຸນນະພາບ ສ້າງຊາວໜຸ່ມລາວ ໄດ້ປະຕິບັດຕົວຈິງໃນລະດັບ ມ ປາຍ ໃຫ້ມີຄວາມສາມາດເມື່ອກ້າວສູ່ລະດັບມະຫາວິທະຍາໄລ. ເຊິ່ງຖືວ່າເປັນການພັດທະນາຊັບພະຍາກອນມະນຸດແບບຍືນຍົງ, ສ້າງຊາວໜຸ່ມລາວໃຫ້ມີຄວາມສາມາດແຂ່ງຂັນກັບປະເທດອື່ນໃນພາກພື້ນ ແລະ ເວທີສາກົນອີກດ້ວຍ.

ໃນຕອນທ້າຍພິທີໄດ້ມອບໃບຍ້ອງຍໍ ແລະ ຢັ້ງຢືນແກ່ບຸກຄົນ ແລະ ພາກສ່ວນທີ່ໄດ້ຊ່ວຍເຫຼືອ ແລະ ອຸປະຖຳມູນນິທິໃນໄລຍະຜ່ານມາ ຈຳນວນ 28 ພາກສ່ວນ, ມອບໃບຢັ້ງຢືນແກ່ອາສາສະໝັກທີ່ໄດ້ຊ່ວຍມູນນິທິ ໃນປີ 2019 ຈຳນວນ 33 ທ່ານ ແລະ ມອບໃບຍ້ອງຍໍແກ່ບຸກຄົນທີ່ໄດ້ອາສາສະໝັກຊ່ວຍມູນນິທິມາແລ້ວຫຼາຍປີ ຈຳນວນ 48 ທ່ານ.

[ ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ ]