ການວ່າງວຽກໃນ ອາເມຣິກາເດືອນກ່ອນຕໍ່າສຸດໃນຮອບ 50 ປີ

99

ການຈ້າງວຽກໃໝ່ຂອງ ອາເມຣິກາ ໃນເດືອນເມສາທີ່ຜ່ານມາຢູ່ທີ່ 263.000 ຕໍາແໜ່ງ ເຮັດໃຫ້ອັດຕາວ່າງວຽກປະຈໍາເດືອນເມສາຫຼຸດລົງຢູ່ທີ່ 3,6% ຕໍ່າທີ່ສຸດໃນຮອບ 50 ປີ.

ກະຊວງແຮງງານ ອາເມຣິກາ ລາຍງານວ່າ: ອັດຕາການຈ້າງວຽກໃໝ່ທີ່ເພີ່ມຂຶ້ນຫຼາຍໃນເດືອນເມສາທີ່ຜ່ານມາ ໂດຍສະເພາະວຽກດ້ານກໍ່ສ້າງ, ສາທາລະນະສຸກ ແລະ ວຽກດ້ານເຕັກໂນໂລຊີຂໍ້ມູນ – ຂ່າວສານຕະຫຼອດຮອດວຽກອີກຫຼາຍພາກສ່ວນໃນດ້ານອຸດສາຫະກໍາ ເຊິ່ງລວມເຖິງຕໍາແໜ່ງໃໝ່ຫຼາຍເຖິງ 263.000 ຕໍາແໜ່ງ ໃນເດືອນດຽວກັນ.

ຕົວເລກດັ່ງກ່າວເຮັດໃຫ້ອັດຕາການວ່າງວຽກໃນເດືອນເມສາທີ່ຜ່ານມາຫຼຸດລົງ 3,6% ຖືເປັນລະດັບຕໍ່າທີ່ສຸດນັບຕັ້ງແຕ່ເດືອນທັນວາ ປີ 1969 ເປັນຕົ້ນມາ.

ຢ່າງໃດກໍຕາມ, ລາຍງານວິເຄາະລະບຸວ່າ: ທ່າອ່ຽງຂອງການປັບຂຶ້ນຄ່າແຮງໃນເກືອບທຸກພາກສ່ວນຍັງບໍ່ໜ້າເກີດຂຶ້ນເນື່ອງຈາກອັດຕາເງິນເຟີ້ ເຊິ່ງຍັງຄົງທີ່ເຖິງວ່າຄ່າສະເລ່ຍຂອງອັດຕາຄ່າຕອບແທນຕໍ່ຊົ່ວໂມງເມື່ອເດືອນເມສາເພີ່ມຂຶ້ນ 3,2% ຈາກໄລຍະເວລາດຽວກັນຂອງປີກ່ອນ ແລະ ເພີ່ມຂຶ້ນ 0,2% ຈາກເດືອນມີນາທີ່ຜ່ານມາ.