ທ່ານ ເກຍ ອູ໊ ສິດທິເດດ ນັກພັດທະນາດີເດັ່ນແຫ່ງຊາດຜູ້ທີ່ສ້າງ ເງື່ອນໄຂໃຫ້ຄົນຂໍທານຫັນມາຜະລິດລ້ຽງຊີບ

289

ສົມແລ້ວກັບນາມມະຍົດ ນັກພັດທະນາດີເດັ່ນແຫ່ງຊາດ ຂອງ ທ່ານ ເກຍ ອູ໊ ສິດທິເດດ ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ທີ່ໄດ້ປະກອບສ່ວນຊັບສິນ, ປັນຍາ, ເຫື່ອແຮງ ແລະ ເວລາ ລົງຫາປະຊາຊົນດ້ວຍຕົນເອງ ເພື່ອຮັບຟັງໃຫ້ຮູ້ບັນຫາຕົວຈິງເພື່ອນໍາເອົານະໂຍບາຍ 3 ສ້າງລົງສູ່ລວງເລິກ ພິກຄົນຂໍທານກາຍເປັນຄົນທໍາມາຫາກິນລ້ຽງຊີບ.

ທ່ານ ເກຍ ອູ໊ ສິດທິເດດ ເກີດເມື່ອວັນທີ 5 ກໍລະກົດ 1957 ທີ່ບ້ານທ່າໂຄ່ງ ເມືອງເຊໂປນ ແຂວງສະຫວັນນະເຂດ, ເຊື້ອສາຍຈີນ, ສັນຊາດລາວ ເຊິ່ງປັດຈຸບັນເປັນເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ, ບໍລິສັດ ອຸດົມຊັບ ກໍ່ສ້າງຂົວທາງ ແລະ ບໍລິສັດ ອຸດົມຊັບ    ແຮ່ – ຊາຍ, ປັດຈຸບັນຢູ່ບ້ານລັດຕະນະລັງສີເໜືອ ນະຄອນໄກສອນ ພົມວິຫານ  ແຂວງສະຫວັນນະເຂດ.

ປະຫວັດການດຳເນີນທຸລະກິດ ປີ 1976 ເປັນຜູ້ຮັບຈ້າງນຳເຖົ້າແກ່ຢູ່ແຂວງສະຫວັນນະເຂດ ພ້ອມໆກັບຊື້ເຄື່ອງຍ່ອຍເອົາເມືອໃຫ້ຄອບຄົວຂາຍຢູ່ບ້ານເກີດ, ປີ 1977 ໄດ້ຮັບຈ້າງຂົ້ວກາເຟໃຫ້ບໍລິສັດການຄ້າແຂວງ, ປີ 1985 ໄດ້ເຮັດໂຮງງານຕົ້ມເຫຼົ້າ 90 ພ້ອມກັບລ້ຽງໝູ, ລ້ຽງງົວ, ປີ 1987 ໄດ້ຕັ້ງໂຮງງານຊອຍໄມ້ເຮັດເຟີນີເຈີ, ປີ 1990 ຂະຫຍາຍເປັນໂຮງງານເລື່ອຍໄມ້ ຫຼັກ 4, ປີ 1996 ຕົນເອງໄດ້ຢຸດເຊົາເຮັດໂຮງເລື່ອຍ ເພື່ອປັບປຸງໂຮງງານນ້ຳກ້ອນ ທີ່ໄດ້ສັນຍາຊື້ຈາກລັດໃນປີ 1989 ລົງທຶນຊື້ເຄື່ອງຈັກຜະລິດນ້ຳກ້ອນແທ່ງ ແລະ ນ້ຳກ້ອນຫຼອດ, ປີ 2006 ໄດ້ຊື້ເຄື່ອງຈັກຜະລິດນ້ຳດື່ມໄດ້ໃສ່ເຄື່ອງໝາຍການຄ້າປາໂລມາຄຳ, ປີ 2012 ຊື້ເຄື່ອງຈັກຜະລິດນ້ຳດື່ມຂະໜາດໃຫຍ່ ແລະ ທັນສະໄໝ ກໍາລັງການຜະລິດ 575 ແມັດກ້ອນ.

ປີ 2015 ໂຮງງານແຫ່ງນີ້ຖືກຄັດເລືອກເປັນໂຮງງານຕົວແບບຂອງແຂວງ ເຂົ້າລາຍງານຕໍ່ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຊຸດທີ 8, ຕະຫຼອດຫຼາຍສິບປີຜ່ານມາ ທ່ານ ເກຍ ອູ໊ ສິດທິເດດ ໄດ້ຮັບການຍ້ອງຍໍຈາກອົງການຈັດຕັ້ງພັກ ແລະ ລັດຫຼາຍຂັ້ນ, ຕົກມາຮອດວັນທີ 25 ທັນວາ 2015 ໄດ້ຮັບປະດັບຫຼຽນນາມມະຍົດ ນັກພັດທະນາດີເດັ່ນແຫ່ງຊາດ.

ເພື່ອຕໍ່ຍອດຜົນງານການປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ ທ່ານ ເກຍ ອູ໊ ສິດທິເດດ ໄດ້ຕັດສິນໃຈຍື້ມືເຂົ້າມາຊ່ວຍປະຊາຊົນບ້ານຄໍາປ່າແໜ ແລະ ບ້ານປ່າກ້ວຍ ພາຍຫຼັງທີ່ເຫັນເອກະສານ ເຈົ້າເມືອງຈຳພອນ ໄດ້ອອກໜັງສືສະເໜີປຸກລະດົມນັກທຸລະກິດເອກະຊົນເຂົ້າມາມີສ່ວນຮ່ວມໃນການແກ້ໄຂ ຄວາມທຸກຍາກ ( ຄົນຂໍທານ ) ເຊັນຜ່ານການເຫັນດີຂອງທ່ານເຈົ້າແຂວງ    ( ສະບັບເລກທີ 1111/ຈມ.ຈພ ລົງວັນທີ 16 ທັນວາ 2015 ) ກໍໄດ້ປະສານຫາທ່ານເຈົ້າເມືອງລົງເບິ່ງຕົວຈິງ ກໍເຂົ້າໃຈໄດ້ເຖິງຄວາມທຸກຍາກຂອງປະຊາຊົນທີ່ມີສະພາບດິນແຫ້ງແລ້ງ, ດິນປ່າໂຄກ, ດິນຊາຍ ໂດຍປະຊາຊົນໃນ 2 ບ້ານ ມີ 261 ຄອບຄົວ, ປະຊາກອນ 1.528 ຄົນ, ຊົນເຜົ່າບຣູ, ປະຊາຊົນສ່ວນຫຼາຍເຮັດນາແຕ່ບໍ່ກຸ້ມກິນ ຄວາມທຸກຍາກຂອງເຂົາເຈົ້ານັ້ນບໍ່ແມ່ນຫາເຊົ້າກິນຄ່ຳຫາກແມ່ນຫາເຊົ້າກິນເຊົ້າກໍຍັງບໍ່ພໍ, ອາໄສການຂໍທານລ້ຽງຊີບເປັນຫຼັກມາແຕ່ດົນ.

▶ ເປົ້າໝາຍ, ຄາດໝາຍ, ວິທີເຮັດ ແລະ ກຳນົດເວລາ:

ເນື່ອງຈາກບໍ່ໄດ້ສ້າງແຜນການໃນພາກປະຕິບັດໄວ້ກ່ອນ ແຕ່ລະມື້ຕ້ອງໄດ້ແກ້ໄຂວຽກຕົວຈິງ ເຊິ່ງເລີ່ມຕົ້ນໄດ້ຈັດຕັ້ງ 2 ທີມງານຂຶ້ນ ຄື: 1). ທີມທີ່ປຶກສາ ແລະ 2). ທີມພາກສະໜາມ ໂດຍເປົ້າໝາຍເບື້ອງຕົ້ນຊ່ວຍເຫຼືອ ຄື: ໄລຍະທີ 1 ໃນປີ 2016 ມີ 27 ຄອບຄົວ, ທັງສອງບ້ານມີຈຳນວນ 173 ຄົນ; ໄລຍະທີ 2 ປີ 2017 – 2018 ເພີ່ມອີກ 50 ຄອບຄົວ ເປັນ 77 ຄອບຄົວ ຈຳນວນ 482 ຄົນ.

ພາຍຫຼັງຈັດຕັ້ງປະຕິບັດມາ 1 ປີແລ້ວ ທ່ານເຈົ້າແຂວງໄດ້ແຕ່ງຕັ້ງຄະນະກຳມະການປະເມີນຜົນ ເຫັນວ່າມີການປ່ຽນແປງໄປທາງທີ່ດີຂຶ້ນ, ທ່ານເຈົ້າແຂວງຈຶ່ງອອກຂໍ້ຕົກລົງໃຫ້ສືບຕໍ່ອີກ 2 ປີ ພ້ອມເຊັນບົດບັນທຶກລະຫວ່າງ ເຈົ້າເມືອງຈຳພອນ ກັບ ຂ້າພະເຈົ້າຜູ້ໃຫ້ການຊ່ວຍເຫຼືອໃນ 18 ໜ້າວຽກຫຼັກ ( ລົງວັນທີ 2 ກຸມພາ 2017 ).

ກໍໄດ້ກຳນົດວິທີການເລີ່ມຈາກລົງພົບປະຊາຊົນແຕ່ລະຄອບຄົວ, ຮ່ວມປຶກສາຫາລືໃຫ້ເຂົາເຈົ້າຮູ້ຈຸດປະສົງ, ໃຫ້ປະຊາຊົນເຮັດ, ໃຫ້ປະຊາຊົນປະເມີນຜົນແຕ່ລະໄລຍະ, ໃຫ້ທີມງານເຮັດວຽກລັກສະນະຄ້າຍຄືກັບການເຮັດທຸລະກິດ, ເຮັດຫຼາຍໆໜ້າວຽກໄປພ້ອມກັນ, ໃຫ້ເປັນເຈົ້າການ, ຕ້ອງຢູ່ເໜືອບັນຫາ, ມີຄວາມຈິງໃຈ, ມີສັດຈະ, ເຮັດໃຫ້ຕໍ່ເນື່ອງ, ເຮັດຫຼາຍສິ່ງຫຼາຍຢ່າງໃຫ້ເກີດຜົນປະໂຫຍດກັບປະຊາຊົນ ເພື່ອໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນໃນການຫັນປ່ຽນຈາກອັນເກົ່າສູ່ອັນໃໝ່ໃນເວລາອັນໄວ ເຊິ່ງໃນການປະຕິບັດກໍໄດ້ພົບຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນ: ບັນຫາເລື່ອງດິນ ແລະ ບັນຫາອື່ນໆ ກໍບໍ່ໄດ້ປັດປ່າຍ ຫຼື ທໍ້ຖອຍກ້າຮັບ ຄວາມເປັນຈິງ ແລະ ມີວິທີການແກ້ໄຂຕາມຄວາມເປັນຈິງ.

ການປະຕິບັດ 3 ປີ ໄດ້ເບີກຈ່າຍເຂົ້າ, ອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງຮັບໃຊ້ໃນຄົວເຮືອນ, ເຄື່ອງມື ແລະ ກົນຈັກຮັບໃຊ້ການຜະລິດ, ຈັດສັນເນື້ອທີ່ດິນປຸກສ້າງ 40 ຕອນ ( ຕອນລະ 1.000 – 2.000 ຕາແມັດ ), ເຈາະນ້ຳບາດານ 141 ບໍ່, ຈັດຫາດິນເຮັດສວນ 108 ຕອນ, ແນວພັນພືດ 28 ຊະນິດ, ໄດ້ປູກຕົ້ນໄມ້ກິນໝາກຫຼາຍຊະນິດ, ແນະນຳເຕັກນິກການປູກ – ການລ້ຽງ, ເຮັດຝຸ່ນບົ່ມຊີວະພາບ ແລະ ແນະນໍາໃຫ້ຮູ້ ຊື້ – ຂາຍ ໂດຍໄດ້ເກັບຊື້ພືດຜົນທີ່ເຮັດໄດ້ ແລະ ຫາມາໄດ້ທັງໝົດ, ບຸກເບີກເຮັດນາ 200,3 ເຮັກຕາ ໃຫ້ 111 ຄອບຄົວ, ປັບນາເກົ່າຄືນ 24,2 ເຮັກຕາ ພ້ອມທັງຂົນດິນດຳເຂົ້າໃສ່ນາ. ຜ່ານມາທາງໂຄງການໄດ້ຊົດເຊີຍເອົາດິນ 48 ກວ່າເຮັກຕາ ມາເປັນກຳມະສິດຂອງລັດແລ້ວມອບໃຫ້ປະຊາຊົນນຳໃຊ້ສືບທອດໄດ້, ຈົກໜອງສະໃຫຍ່ໄດ້ 117 ໜອງ ໃນເນື້ອທີ່ 21 ກວ່າເຮັກຕາ. ໃນນັ້ນ, 113 ໜອງ ປະກອບໃຫ້ 85 ຄອບຄົວ, 4 ໜອງເປັນໜອງລວມຂອງບ້ານ, ເຮັດໜອງສະນ້ອຍ 94 ໜອງ ໃຫ້ 47 ຄອບຄົວລ້ຽງປາດຸກ ແລະ ລ້ຽງກົບ, ປຸກລະດົມ 36 ຄອບຄົວ ທີ່ຢູ່ກະແຈກກະຈາຍມາໂຮມຢູ່ບ້ານໃຫຍ່ ພ້ອມປຸກເຮືອນເຄິ່ງຖາວອນໃຫ້, ສ້ອມແປງຕໍ່ເຕີມເຮືອນ 82 ຫຼັງ, ໄດ້ໃຫ້ແນວພັນສັດລ້ຽງ ເປັນຕົ້ນ: ແບ້, ໝູ, ເປັດ, ໄກ່, ກຸ້ງ, ຫອຍ, ປາຫຼາຍຊະນິດ ພ້ອມທັງຮ່ວມພິທີປ່ອຍປາ 2 ຄັ້ງ ( ໃນວັນປ່ອຍປາແຫ່ງຊາດ ).

ພ້ອມນັ້ນ, ສ້າງຫ້ອງການ ແລະ ສະໂມສອນໃຫ້ບ້ານ 1 ຫຼັງ, ສ້ອມແປງ ແລະ ຕໍ່ເຕີມຫ້ອງຮຽນ, ສະໜອງອຸປະກອນ, ຊຸກຍູ້ລູກຫຼານໃນເກນອາຍຸໄດ້ເຂົ້າໂຮງຮຽນທັງໝົດ, ໄດ້ເຮັດວິດຖ່າຍ, ໄດ້ປະກອບຕູ້ຢາປະຈຳສູນ, ເຮັດບັດປະກັນສັງຄົມ, ຕັ້ງກອງທຶນສົ່ງເສີມສຸຂະພາບ, ປຸກສ້າງສາງເກັບມ້ຽນເຂົ້າ, ຕິດຕັ້ງໂຮງສີເຂົ້າ, ຕັ້ງກອງທຶນເຂົ້າ, ຕັດຕາຜ້າບ້ານ ແລະ ເຮັດທາງດິນແດງໃໝ່ 2,4 ກິໂລແມັດ ເຂົ້າບ້ານກະຫຼາງບົວໄລ, ຮ່ວມກັບອຳນາດການປົກຄອງ – ພໍ່ແມ່ປະຊາຊົນ ເຮັດບຸນບ້ານ 3 ຄັ້ງ. ໃນນັ້ນ, ເຮັດບຸນສະຫຼອງບ້ານ ຄົບຮອບ 16 ປີ 1 ຄັ້ງ.

  • ໄດ້ຊື້ດິນ 1 ຕອນ ສ້າງວັດຢູ່ບ້ານຄຳປ່າແໜ, ປັດຈຸບັນນີ້ປະຊາຊົນທັງສອງບ້ານໄດ້ຫັນມາຖືສາສະໜາພຸດ, ເວລາເຈັບເປັນເຂົາເຈົ້າກໍໄປປິ່ນປົວຢູ່ໂຮງ ໝໍ.

ນອກຈາກຂ້າພະເຈົ້າໄດ້ຊ່ວຍເຫຼືອແລ້ວ ກໍຍັງມີຫຼາຍພາກສ່ວນຂອງອົງການຈັດຕັ້ງພັກ – ລັດ, ອົງການຈັດຕັ້ງມະຫາຊົນ, ບໍລິສັດຫ້າງຮ້ານ, ບຸກຄົນໃຫ້ການຊ່ວຍເຫຼືອເປັນເງິນ ແລະ ວັດຖຸ ເປັນຕົ້ນ: ກະຊວງກະສິກຳປ່າໄມ້ສົ່ງເສີມການຕ່ຳຫູກ, ໃຫ້ແນວພັນປາ, ແນວພັນພືດ, ແນວພັນເຂົ້າ; ກົມພັດທະນາທີ່ດິນ ໄດ້ສົ່ງວິຊາການລົງວິໄຈປັບປຸງດິນ ແລະ ແນະນຳເຮັດຝຸ່ນຊີວະພາບ; ທ່ານເຈົ້າແຂວງສະຫວັນນະເຂດ ໃຫ້ໄມ້ແປຮູບ 150 ແມັດກ້ອນ; ພະແນກກະສິກຳ – ປ່າໄມ້ແຂວງ ສົ່ງລົດໄຖ 3 ຄັນ ໄປຊ່ວຍ 1 ປີ; ຂະແໜງລ້ຽງສັດ ລົງສັກຢາໃຫ້ 2 ຄັ້ງ; ເຈົ້າເມືອງຈຳພອນ ໄດ້ສົ່ງພະນັກງານລົງປະຈຳຢູ່ສູນ; ມີພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໄດ້ໃຫ້ການຊ່ວຍເຫຼືອ, ໃຫ້ສັດລ້ຽງ, ໃຫ້ລົດໄຖນາ, ເຈາະນ້ຳບາດານ 2 ບໍ່ ພ້ອມອ່າງເກັບນ້ຳ, ກອງທຶນເດັກດ້ອຍໂອກາດແຂວງ, ສ້າງໂຮງຮຽນອະນຸບານ 1 ຫຼັງ; ສ.ເກົາຫຼີ ສ້າງໂຮງຮຽນປະຖົມ 1 ຫຼັງ ພ້ອມອຸປະກອນການຮຽນຄົບຊຸດ, ສ້າງໂຮງໝໍນ້ອຍ 1 ຫຼັງ, ລົດ 1 ຄັນ ພ້ອມອຸປະກອນການແພດຈຳນວນໜຶ່ງ ແລະ ມີຫຼາຍໆພາກສ່ວນຊ່ວຍເຫຼືອ ເປັນມູນຄ່າທັງໝົດ 7 ຕື້ກວ່າກີບ, ທຶນຂອງຄອບຄົວຂ້າພະເຈົ້າ 15 ຕື້ກວ່າກີບ ລວມມູນຄ່າການຊ່ວຍເຫຼືອ 3 ປີ ເປັນມູນຄ່າ 22 ຕື້ ກວ່າກີບ.

ມາຮອດເດືອນມີນາ 2018 ທ່ານເຈົ້າແຂວງອອກຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການລົງປະເມີນຜົນ ໄດ້ຢັ້ງຢືນວິທີການເຮັດທີ່ເກີດມີໜໍ່ແໜງເປັນພື້ນຖານການຜະລິດ, ສ້າງຄຸນຄ່າໃໝ່ໃຫ້ເຂົາເຈົ້າມີທາງເລືອກທີ່ດີ, ໄດ້ຫັນປ່ຽນແນວຄວາມຄິດ, ການດຳລົງຊີວິດແບບເກົົ່າສູ່ອັນໃໝ່, ໄດ້ເຫັນເຖິງຄວາມຮັບຮູ້, ພຶດຕິກຳໃນການປ່ຽນແປງ ເພາະວ່າທຳອິດຂ້າພະເຈົ້າລົງໄປເຂົາເຈົ້າເອີ້ນຕົນວ່າອາຍາ, ແລ້ວກໍເອີ້ນເທວະດາ, ຕໍ່ມາເຂົາເຈົ້າເອີ້ນວ່າ “ ພໍ່ ” ຮອດປັດຈຸບັນ.

ຜ່ານການນຳພາປະຊາຊົນເຮັດຕົວຈິງໄດ້ເກີດຜົນປະໂຫຍດແທ້ເປັນຮູບປະທຳ ແລະ ບັນລຸເປົ້າໝາຍໃນ 18 ໜ້າວຽກທີ່ໄດ້ເຊັນໄວ້, ພຶດທິກຳດັ່ງກ່າວເປັນການອະທິບາຍເຖິງຕົວຕົນຂອງຂ້າພະເຈົ້າ ຂໍຢັ້ງຢືນວ່າການມີສ່ວນຮ່ວມແມ່ນເຮັດດ້ວຍຄວາມຈິງໃຈ, ບໍລິສຸດໃຈ, ບໍ່ມີສິ່ງອື່ນໆແອບແຝງໃດໆທັງສິ້ນໃນຄວາມຮູ້ສຶກ ແລະ ຄວາມເຂົ້າໃຈທີ່ຂ້າພະເຈົ້າມີ ຄຳວ່າ “ ຫາກິນແບບເລື່ອນລອຍ ( ຂໍທານ ) ” ຂ້າພະເຈົ້າຄິດວ່າຈະກາຍເປັນອະດີດ.