ທຳໃຈອີກຮັບອາກາດອາທິດນີ້ອາກາດສືບຕໍ່ຮ້ອນ ຫາ ຮ້ອນເອົ້າ

77

ສະພາບອາກາດບ້ານເຮົາຫຼາຍຄົນຮ້ອງໂອ້ຍໆຕັບຊິໄໝ້ແລ້ວ!!! ແລະອາທິດນີ້ ເຮົາທຸກຄົນຄົງເຮັດຫຍັງບໍ່ໄດ້ນອກຈາກທຳໃຈຕໍ່ ເພາະກົມອຸຕຸແຈ້ງອອກມາແລ້ວວ່າ: ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າ, ມີພຽງພາກກາງໄລຍະ 10-12 ພຶດສະພາ ຈະມີຝົນຕົກຫຼາຍຂຶ້ນ ແລະ ຈະມີລົມພັດແຮງເປັນບາງໂອກາດ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 6 ຫາ 12 ພຶດສະພາ 2019 ວ່າ: ໃນໄລຍະວັນທີ 6 ຫາ 9 ພຶດສະພາ ນີ້ ຄວາມກົດດັນອາກາດຕ່ຳຂອງອາກາດຮ້ອນຍັງປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ພາກກາງ ແລະ ພາກໃຕ້ ເຊິ່ງຈະເຮັດໃຫ້ອາກາດສືບຕໍ່ຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກກາງ ຫາ ພາກໃຕ້ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

 

 

ຈາກນັ້ນວັນທີ 10 ຫາ 12 ພຶດສະພາ ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ  ເຊິ່ງຈະເຮັດໃຫ້ອາກາດສືບຕໍ່ຮ້ອນເອົ້າຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄ່ຳ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງລຸ່ມນີ້.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ໃນຕອນບ່າຍອາກາດຍັງຈະຮ້ອນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຊຽງຂວາງ. ຈາກນັ້ນໃນວັນທີ 10 ຫາ 12 ພຶດສະພາ ອາກາດຍັງສືບຕໍ່ຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ.

 

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດຍັງຈະຮ້ອນເອົ້າ ຫາ ຮ້ອນເອົ້າຫຼາຍໃນຕອນບ່າຍ ພ້ອມຈະມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ. ຈາກນັ້ນໃນວັນທີ 10 ຫາ 12 ພຶດສະພາ ຈະມີຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດໃນທ້າຍຕອນບ່າຍ ຫາ ຕອນກາງຄືນ. ຈາກນັ້ນໃນວັນທີ 10 ຫາ 12 ພຶດສະພາ ອາກາດຍັງຈະຮ້ອນຢູ່ຕື່ມອີກ ແລະ ຈະມີຝົນຕົກຟ້າຮ້ອງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນໃນຕອນບ່າຍ ຫາ ກາງຄືນ.

 

 

ພາກກາງ: ໃນໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ນໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ຈາກນັ້ນວັນທີ 10 ຫາ 12 ພຶດສະພາ ຈະມີຝົນຕົກຫຼາຍຂຶ້ນ ແລະ ຈະມີລົມພັດແຮງເປັນບາງໂອກາດ.

ສະເພາະແຂວງໄຊສົມບູນ, ຫຼັກ 20, ເມືອງວຽງທອງ, ແລະ ເມືອງນາກາຍ: ໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ອາກາດຮ້ອນໃນຕອນບ່າຍ, ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ຈາກນັ້ນວັນທີ 10 ຫາ 12 ພຶດສະພາ ຍັງຈະມີຝົນຕົກຢູ່ຕື່ມອີກ.

 

ພາກໃຕ້: ໃນໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດຮ້ອນເອົ້າ ຫາ ຮ້ອນເອົ້າຫຼາຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ, ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຕອນຄ່ຳຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ຈາກນັ້ນວັນທີ 10 ຫາ 12 ພຶດສະພາ ອາກາດຍັງຈະຮ້ອນ ແລະ ຈະມີຝົນຕົກກະຈ່າຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ.

ສະເພາະເຂດພູພຽງບໍລະເວນ: ໄລຍະວັນທີ 6 ຫາ 9 ພຶດສະພາ ອາກາດຍັງຈະເຢັນໃນຕອນເຊົ້າ ແລະ ມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ຈາກນັ້ນວັນທີ 10 ຫາ 12 ພຶດສະພາ ຍັງຈະມີຝົນຕົກກະຈາຍເປັນບາງໂອກາດຢູ່ບາງ.