ນ້ອງໆທີ່ຮຽນສາມັນ ກຽມເສັງຕາມນີ້ຕາຕະລາງເສັງຈົບຊັ້ນອອກມາແລ້ວ

281

ໃກ້ເຂົ້າມາແລ້ວກັບການສອບເສັງຈົບຊັ້ນ ຂອງການຜູ້ທີ່ກຳລັງຮຽນສາມັນເຊັ່ນ: ປະຖົມສຶກສາ ປ 5, ຊັ້ນມັດທະຍົມຕົ້ນ ມ 4 ແລະ ມັດທະຍົມປາຍ ມ 7 ເຊື່ອແນ່ວ່ານ້ອງໆຫຼາຍຄົນພວມຮຽນ ແລະ ຄົ້ນຄວ້າຢ່າງໜັກແນ່ນອນໃນໄລຍະເດືອນພຶດສະພາ-ມິຖຸນາ ຂອງທຸກໆປີທີ່ເປັນໄລຍະແຫ່ງການສອບເສັງຈົບຊັ້ນ ໃນຂອບເຂດທົ່ວປະເທດ.

ທາງກະຊວງສຶກສາ ແລະ ທິການ ກົມສາມັນສຶກສາ ຜູ້ທີ່ມີຄວາມຮັບຜິດຊອບໃນການຊີ້ນໍາ, ຄຸ້ມຄອງການເລື່ອນຊັ້ນ-ສອບເສັງຈົບຊັ້ນສາຍສາມັນສຶກສາ ແລະ ການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນມັດຖະຍົມສຶກສາປະຈໍາປີ 2018-2019 ໃນຂອບເຂດທົ່ວປະເທດ ໄດ້ແຈ້ງຕາຕະລາງການສອບເສັງໃນສົກປີນີ້ໃຫ້ຊາບວ່າ:

ການສອບເສັງຈົບຊັ້ນປະຖົມສຶກສາ ປ 5 ຈະສອບເສັງໃນລະຫວ່າງວັນທີ 28-29 ພຶດສະພາ 2019 ໄດ້ກໍານົດເອົາ 3 ວິຊາ ຄື: ວັນທີ 28 ພຶດສະພາ ສອບເສັງ ວິຊາ ພາສາລາວ ໂດຍ 2019 ເວລາ 9:00-10:30 ສອບເສັງ ພາສາລາວ ພາກຫັດແຕ່ງ ແລະ ເວລາ 14:00-15:30 ສອບເສັງ ວິຊາ ພາສາລາວ ພາກ ຂຽນທວາຍ ແລະ ຄໍາຖາມ.

ວັນທີ 29 ພຶດສະພາ ເວລາ 9:00-10:30 ສອບເສັງ ວິຊາ ຄະນິດສາດ ແລະ ເວລສ 14:00-15:30 ສອບເສັງ ວິຊາ ໂລກອ້ອມຕົວ.
ການສອບເສັງຊັ້ນມັດທະຍົມ ມ 4 ຈະສອບເສັງລະຫວ່າງວັນທີ 18-20 ມິຖຸນາ 2019 ມີ 6 ວິຊາຄື: ວັນທີ 18 ມິຖຸນາ 2019 ເວລາ 9:00-11:00 ສອບເສັງ ວິຊາ ພາສາລາວ-ວັນນະຄະດີ, ເວລາ 14:00-15:30 ສອບເສັງ ວິຊາ ສຶກສາພົນລະເມືອງ;

ວັນທີ 19 ມິຖຸນາ 2019 ເວລາ 9:00-11:00 ສອບເສັງ ວິຊາ ວິທະຍາສາດທໍາມະຊາດ, ເວລາ 14:00-15:30 ສອບເສັງ ວິຊາ ວິທະຍາສາດສັງຄົມ;

ວັນທີ 20 ມິຖຸນາ 2019 ເວລາ 9:00-11:00 ສອບເສັງ ວິຊາ ຄະນິດສາດ, ເວລາ 14:00-15:30 ສອບເສັງ ວິຊາ ພາສາອັງກິດ.
ນອກນີ້ຍັງສາມາດມາສອບເສັງຄືນໄດ້ ໃນວັນທີ 25-27 ມິຖຸນາ 2019 ສໍາລັບຜູ້ທີ່ຂາດສອບເສັງໃນກໍລະນີມີເຫດຜົນ ຈະໄດ້ນໍາໃຊ້ບົດສອບເສັງສໍາຮອງ ໃຫ້ປະຕິບັດດັ່ງນີ້:

ວັນທີ 25 ມິຖຸນາ 2019 ເວລາ 9:00-11:00 ສອບເສັງ ວິຊາ ພາສາລາວ-ວັນນະຄະດີ, ເວລາ 14:00-15:30 ສອບເສັງ ວິຊາ ສຶກສາພົນລະເມືອງ.

ວັນທີ 26 ມິຖຸນາ 2019 ເວລາ 9:00-11:00 ສອບເສັງ ວິຊາ ວິທະຍາສາດທໍາມະຊາດ, ເວລາ 14:00-15:30 ສອບເສັງ ວິຊາ ວິທະຍາສາດສັງຄົມ;

ວັນທີ 27 ມິຖຸນາ 2019 ເວລາ 9:00-11:00 ສອບເສັງ ວິຊາ ຄະນິດສາດ, ເວລາ 14:00-15:30 ສອບເສັງ ວິຊາ ພາສາອັງກິດ.
ການສອບເສັງຊັ້ນມັດຖະຍົມ ມ 7 ຈະສອບເສັງລະຫວ່າງວັນທີ 25-26 ມິຖຸນາ 2019 ມີ 4 ວິຊາຄື: ວັນທີ 25 ມິຖຸນາ 2019 ເວລາ 9:00-11:00 ສອບເສັງ ວິຊາ ພາສາລາວ-ວັນນະຄະດີ, ເວລາ 14:00-15:30 ສອບເສັງ ວິຊາ ເລືອກ ສຶກສາທໍາມະຊາດ;

ວັນທີ 26 ມິຖຸນາ 2019 ເວລາ 9:00-11:00 ສອບເສັງ ວິຊາ ຄະນິດສາດ, ເວລາ 14:00-15:30 ສອບເສັງ ວິຊາເລືອກສັງຄົມ.
ແລະ ນອກຈາກນັ້ນຍັງສາມາດມາສອບເສັງຄືນໄດ້ ໃນວັນທີ 2-3 ກໍລະກົດ 2019ສໍາລັບຜູ້ທີ່ຂາດສອບເສັງໃນກໍລະນີມີເຫດຜົນ ຈະໄດ້ນໍາໃຊ້ບົດສອບເສັງສໍາຮອງ ໃຫ້ປະຕິບັດດັ່ງນີ້:

ວັນທີ 02 ກໍລະກົດ 2019 ເວລາ 9:00-11:00 ສອບເສັງ ວິຊາ ພາສາລາວ-ວັນນະຄະດີ, ເວລາ 14:00-15:30 ສອບເສັງ ວິຊາ ເລືອກ ສຶກສາທໍາມະຊາດ;

ວັນທີ 03 ກໍລະກົດ 2019 ເວລາ 9:00-11:00 ສອບເສັງ ວິຊາ ຄະນິດສາດ, ເວລາ 14:00-15:30 ສອບເສັງ ວິຊາເລືອກສັງຄົມ.