ບານເຕະສາຍ ກ ອາທິດທໍາອິດຍິງໄປ 21 ປະຕູ ແຊັມເກົ່າເກັບ 3 ຄະແນນໄດ້ສໍາເລັດ

137

ການແຂ່ງຂັນບານເຕະ ສາຍ ກ ( Division 1 ) ປະຈໍາປີ 2019 ອາທິດທີ 1 ເປີດສາກຢ່າງເປັນທາງການ ເມື່ອທ້າຍອາທິດທີ່ຜ່ານມາ ( 4 – 5 ພຶດສະພາ 2019 ) ມີການແຂ່ງຂັນເຖິງ 6 ຄູ່ ແລະ ມີປະຕູເກີດຂຶ້ນເຖິງ 21 ປະຕູ ໂດຍສະເພາະແຊັມເກົ່າ ປກສ ເອັຟຊີ ສາມາດເອົາຊະນະ ນ້ອງໃໝ່ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ ໄປເບົາໆ 2 – 0.

ແຊັມເກົ່າ ປກສ ເອັຟຊີ ລົງສະໜາມເປັນຄູ່ທໍາອິດພົບກັບ ວຽງຈັນ ເອັຟຊີ ທີມຈາກແຂວງວຽງຈັນ ປາກົດວ່າ: ແຊັມເກົ່າຍັງໂດດເດັ່ນ ເອົາຊະນະຄູ່ແຂ່ງໄປ 2 – 0 ເກັບ 3 ຄະແນນທໍາອິດໄດ້ສໍາເລັດ, ສ່ວນຜົນຂອງຄູ່ອື່ນໆ ມີດັ່ງນີ້:

ກອງທັບ ເອັຟຊີ ເອົາຊະນະ ສະໂມສອນ ວິທະຍາໄລ ເຄວສ ຢູໄນເຕັດ 4 – 0.

ແບລາວ ເອັຟຊີ ສະເໝີກັບ ວຽງຈັນ ເອັຟທີ 1 – 1.

ເຄພີເອັສ ເອັຟຊີ ເສຍໃຫ້ ມຊ ເອັຟຊີ 1 – 4.

ທຣີນີຕີ ເອັຟຊີ ເສຍໃຫ້ ນະຄອນຫຼວງວຽງຈັນ ເອັຟຊີ 1 – 3.

ມາສເຕີ້ ເຊເວັ້ນ ເອັຟຊີ ເສຍໃຫ້ ຊ້າງນ້ອຍ 0 – 4.

ສໍາລັບການແຂ່ງຂັນບານເຕະ ສາຍ ກ Division 1 ປະຈຳປີ 2019 ຈະໃຊ້ກຳມະການຕັດສິນທັງໝົດ 30 ຄົນ ເຂົ້າຮ່ວມການຕັດສິນ, ສ່ວນຮູບແຂ່ງຂັນແບບໄປກັບ ລວມທັງໝົດ 132 ນັດ ແຂ່ງຂັນຢູ່ 3 ສະໜາມ ຄື: ສະໜາມ ຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ສະໜາມ 1, ສະໜາມ 2 ແລະ ສະໜາມກີລາແຫ່ງຊາດ ຫຼັກ 16 ເດີ່ນນອກ.

ສ່ວນເງິນລາງວັນ ອັນດັບ 1 ຈະໄດ້ຮັບເງິນລາງວັນ 30 ລ້ານກີບ ພ້ອມຂັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ ຈໍານວນ 35 ຫຼຽນ, ອັນດັບ 2 ໄດ້ຮັບເງິນລາງວັນ 20 ລ້ານກີບ ແລະ ອັນດັບ 3 ໄດ້ຮັບເງິນລາງວັນ 10 ລ້ານກີບ, ສ່ວນລາງວັນປະເພດບຸກຄົນມີຄື: ນັກເຕະທີ່ຍິງປະຕູສູງສຸດ ( Top Scorer ), ຄູຝຶກດີເດັ່ນ ( MVC ) ແລະ ນັກເຕະດີເດັ່ນ ( MVP ).

( ຄໍາສອນ )

( ຮູບຈາກ: ສຕລ )