ປູກພືດທົດແທນເນື້ອທີ່ນານ້ຳຖ້ວມເຮັດໃຫ້ຊີວິດດີຂຶ້ນ

88

ຄອບຄົວ ນາງ ສິດສອນ ອາຍຸ 30 ປີ ອາຊີບເຮັດນາປູກເຂົ້າ ຢູ່ບ້ານໂພນສະ ຫວ່າງ ເມືອງຊຽງເງິນ ພາຍຫຼັງເນື້ອທີ່ນາຖືກນ້ຳຖ້ວມໜັກໃນປີ 2016 ເສຍຫາຍຈົນບໍ່ສາມາດຟື້ນຟູຄືນໄດ້ ຍ້ອນດິນນາກາຍເປັນດອນແຮ່ ບໍ່ສາມາດເຮັດນາປີ – ນາແຊງໄດ້ອີກ ຈຶ່ງໄດ້ຕັດສິນໃຈປູກພືດອື່ນທີ່ເໝາະສົມແທນ ເຫັນວ່າມີລາຍຮັບສູງ ກວ່າການປູກເຂົ້າ.

ນາງ ສິດສອນ ໄດ້ເລົ່າສູ່ຟັງວ່າ: ໃນຫຼາຍປີຜ່ານມາຕົນເອງ ແລະ ຄອບຄົວເຄີຍເຮັດນາປູກເຂົ້າ ທັງນາປີ – ນາແຊງ ຜົນຜະລິດເຄີຍໄດ້ 1 ໂຕນກວ່າຕໍ່ລະດູ​ ແຕ່ພໍຫັນມາປູກພືດລົ້ມລຸກ ເຊັ່ນ: ໝາກເຜັດ, ຖົ່ວເບີ ແລະ ໝາກອຶ ແມ່ນມີລາຍຮັບສູງກວ່າການປູກເຂົ້າຫຼາຍເທົ່າ ທັງຕົ້ນທຶນກໍບໍ່ຫຼາຍ, ສຳລັບລະດູແລ້ງປີນີ້ໄດ້ຂາຍຜົນຜະລິດເປັນສ່ວນໃຫຍ່ ສ້າງລາຍຮັບໄດ້ຫຼາຍກວ່າ 8 ລ້ານກີບ ແລະ ຍັງຈະໄດ້ສືບຕໍ່ຈຳໜ່າຍຜົນຜະລິດຕື່ມອີກ, ຄາດວ່າລະດູແລ້ງປີນີ້ຈະມີລາຍຮັບຈາກການປູດພືດລົ້ມລຸກບໍ່ຫຼຸດ 10 ລ້ານກີບຂຶ້ນໄປ.

ຄຽງຄູ່ກັນນີ້, ຊາວກະສິກອນຈຳນວນໜຶ່ງກໍໄດ້ເລີ່ມລົງມືເກັບກ່ຽວເຂົ້ານາແຊງແລ້ວ, ຊາວນາຈຳນວນໜຶ່ງເວົ້າວ່າ: ເຂົ້ານາແຊງປີນີ້ບໍ່ງາມເທົ່າປີກາຍ ຍ້ອນນ້ຳຊົນລະປະທານບໍ່ພຽງພໍໃນຕົ້ນລະດູ, ພາຍຫຼັງປັກດຳໃໝ່ໆເກີດແຫ້ງແລ້ງ, ເຂົ້າບໍ່ແຕກກໍຫຼາຍ, ພໍເຖິງທ້າຍລະດູພັດເກີດມີດ້ວງລັດກໍພາໃຫ້ຕົ້ນເຂົ້າແຫ່ວແຫ້ງຕາຍເປັນວົງກວ້າງ. ນອກຈາກນີ້, ແລ້ວຊາວນາທີ່ບໍ່ມີເງື່ອນໄຂເຮັດນາແຊງກໍໄດ້ປູກພືດຕ່າງໆ ເຊັ່ນ: ສາລີ, ຖົ່ວດິນ, ຫອມປ້ອມ ແລະ ອື່ນໆ ເປັນຂະບວນກວ້າງຂວາງ, ປັດຈຸບັນໄດ້ເລີ່ມເກັບກູ້ຜົນຜະລິດແລ້ວ. ທັງນີ້, ກໍເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ມີຊີວິດການເປັນຢູ່ດີຂຶ້ນ.