ລັດຖະບານສົ່ງເສີມການເຂົ້າເຖິງຕະຫລາດ ນວກ ຜ່ານເວັບໄຊ໌ www.plaosme.com

118

ວິສາຫະກິດຂະໜາດນ້ອຍ ແລະກາງ ນັບໄດ້ວ່າເປັນໂຄງປະກອບສ່ວນໃຫຍ່ຂອງບັນດາວິສາຫະກິດທີ່ມີຢູ່ ສປປ ລາວ ແລະຍັງເປັນຂະແໜງທີ່ສາມາດສ້າງລາຍຮັບ, ສ້າງວຽກເຮັດງານທຳແກ່ປະຊາຊົນໄດ້ຫຼາຍທີ່ສຸດ ສະນັ້ນ ຈິ່ງມີຫຼາຍພາກສ່ວນພະຍາຍາມສົ່ງເສີມທຸລະກິດກຸ່ມນີ້ໃຫ້ສາມາດເຕີບໂຕຢ່າງມີປະສິດທິພາບ, ໃນເບື້ອງຂອງລັດຖະບານ ໄດ້ຊອກຊ່ອງທາງທີ່ສະດວກຂຶ້ນ ເພື່ອເພີ່ມຄວາມສະດວກໃນການເຂົ້າຫາກັນລະຫວ່າງຜູ້ຊື້ກັບຜູ້ຂາຍທັງພາຍໃນ ແລະຕ່າງປະເທດຜ່ານທາງເວັບໄຊ www.plaosme.com.

ເພື່ອຈັດຕັ້ງຜັນຂະຫຍາຍ 01 ໃນ 07 ນະໂຍບາຍພັດທະນາວິສາຫະກິດຂະຫນາດນ້ອຍ ແລະ ກາງ (ວນກ) 2016-2021 ກໍຄື ນະໂຍບາຍທີ 4 ການສົ່ງເສີມການເຂົ້າເຖິງຕະຫຼາດ ແລະ ການຂະຫຍາຍຕະຫຼາດຂອງ ວນກ, ລັດຖະບານລາວ ໄດ້ຈັດສັນງົບປະມານ ຈາກທຶນກູ້ຢືມດອກເບ້ຍຕໍ່າຂອງທະນາຄານພັດທະນາອາຊີ (ADB) ເພື່ອນໍາໃຊ້ເຂົ້າໃນກິດຈະກໍາສ້າງເວັບໄຊ www.plaosme.comເພື່ອເປັນບ່ອນເຊື່ອມຕໍ່ ວນກ ກັບຜູ້ຊື້ຢູ່ທັງພາຍໃນ ແລະ ຕ່າງປະເທດ ໄດ້ໂດຍກົງ ໂດຍຜ່ານລະບົບຊື້ຂາຍທາງເອເລັກໂຕຼນິກ (E-commerce) ຊຶ່ງນອນໃນແຜນງານທີ 3 ຂອງໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະຫນາດນ້ອຍ ແລະ ກາງ.

ເວັບໄຊwww.plaosme.comຈະເປັນເວັບໄຊ E-commerce ປະເພດ ທຸລະກິດເຖິງທຸລະກິດຫຼື B2B ທີ່ຮວບຮວມຂໍ້ມູນ ກ່ຽວກັບ ຜະລິດຕະພັນຂອງ ວນກ ຢູ່ ສປປ ລາວ ແລະ ໃຫ້ຜູ້ຊື້ຈາກທັງພາຍໃນ ແລະ ສາກົນສາມາດສັ່ງຊື້ຜະລິດຕະພັນລາວທີ່ລົງໃນເວັບໄຊດັ່ງກ່າວນັ້ນ ໄດ້ຢ່າງສະດວກງ່າຍດາຍ ເພາະນອກຈາກເວັບໄຊwww.plaosme.comຈະຊ່ວຍໂຄສະນາຜະລິດຕະພັນຂອງ ວນກ ແລ້ວຍັງຈະມີລະບົບການຊໍາລະເງິນທີ່ເຊື່ອຖືໄດ້ອີກດ້ວຍ ເພື່ອຊ່ວຍໃຫ້ ວນກ ສາມາດເຮັດທຸລະກໍາຜ່ານທາງເອເລັກໂຕຼນິກໄດ້.

ກົມສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ(ກສວ) ໃນນາມເປັນຫນ່ວຍງານຄຸ້ມຄອງໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໄດ້ຊຸກຍູ້  ແລະ ໃຫ້ການສະຫນັບສະໜູນພາກສ່ວນກ່ຽວຂ້ອງຄື ກົມການນໍາເຂົ້າ ແລະ ສົ່ງອອກ ເປັນເຈົ້າການສ້າງເວັບໄຊດັ່ງກ່າວ ແລະ ຕໍ່ມາ ຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕົກລົງມອບໂອນໃຫ້ ກົມສົ່ງເສີມການຄ້າ ສຶບຕໍ່ຈັດຕັ້ງຜັນຂະຫຍາຍວຽກງານສົ່ງເສີມການເຂົ້າເຖິງຕະຫລາດຂອງ ວນກ ຜ່ານລະບົບຊື້ຂາຍທາງເອເລັກໂຕຼນິກ.ເວັບໄຊ www.plaosme.comເປີດໂຕນໍາໃຊ້ຢ່າງເປັນທາງການ ໃນກາງເດືອນສິງຫາ 2017ມາຮອດປະຈຸບັນ ມີ ວນກ ເຂົ້າໄປລົງທະບຽນທັງໝົດ273 ຫົວໜ່ວຍ ໃນນັ້ນມີ 193 ຫົວໜ່ວຍທີ່ໄດ້ລົງໂຄສະນາຜະລິດຕະພັນຂອງຕົນ ເຮັດໃຫ້ມີຜະລິດຕະພັນສະແດງໃນເວັບໄຊທ໌ກວ່າ 989 ລາຍການ.

ເຖິງວ່າ ປະຈຸບັນເວັບໄຊ www.plaosme.com ຍັງບໍ່ທັນສາມາດເຮັດທຸລະກໍາຜ່ານທາງເອເລັກໂຕຼນິກໄດ້ຢ່າງແທ້ຈິງກໍຕາມ  ແຕ່ເວັບໄຊດັ່ງກ່າວກໍໄດ້ສ້າງໜໍ່ແໜງທີ່ດີ ຊຶ່ງສະແດງອອກໃນຈຳນວນຄຳຖາມ ທີ່ສອບຖາມກ່ຽວກັບສິນຄ້າເຂົ້າມາຜ່ານເວັບໄຊ ຫລາຍກວ່າ 132 ຄໍາຖາມ. ພ້ອມນັ້ນ, ຍັງສາມາດດຶງດູດຜູ້ເຂົ້າຢ້ຽມຊົມເວັບໄຊໃນຈຳນວນບໍ່ໜ້ອຍ ແລະ ຈາກຫລາຍປະເທດ ມາຮອດປະຈຸບັນມີຜູ້ເຂົ້າຢ້ຽມຊົມທັງໝົດ 143.829 ຄັ້ງໃນນັ້ນປະກອບມີ ຜູ້ເຂົ້າຊົມຈາກ ພາຍໃນສປປ ລາວ 41,50%, ຈາກໄທ17,39%, ຈາກສະຫະລັດອາເມລິກາ6,75%, ຈາກມາເລເຊຍ5,13%, ຈາກຝລັ່ງ6,65%, ຈາກ ສ ເກົາຫລີ 2,83%, ຈາກສິງກະໂປ2,24%,ຈາກບລາຊິວ1,98%, ຈາກອິນເດຍ1,78%, ແລະ ຈາກ ສປ ຈີນ1,78%.

 

ເພື່ອເຮັດໃຫ້ເວັບໄຊ www.plaosme.comກາຍເປັນເວັບໄຊທີ່ສາມາດຊື້ຂາຍຜ່ານອິເລັກໂຕຼນິກ (E-commerce) ໄດ້ຢ່າງສົມບູນສິ່ງສຳຄັນແມ່ນຕ້ອງມີລະບົບການຊໍາລະເງິນ ແລະ ລະບົບຄິດໄລ່ຄ່າຕ່າງໆ ລວມທັງ ຄ່າຂົນສົ່ງສິນຄ້າຈາກຕົ້ນທາງເຖິງປາຍທາງໃນວັນທີ 11 ມີນາ 2019 ທີ່ຜ່ານມາ ກົມສົ່ງເສີມການຄ້າ ຮ່ວມກັບ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຊ່ອງທາງການເຮັດການຄ້າຜ່ານລະບົບອອນລາຍ ໂດຍມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ທຸລະກິດ ຄື:ຕາງໜ້າກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ, ທະນາຄານ ແຫ່ງ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ,​ ບັນດາກົມທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ທະນາຄານການຄ້າຕ່າງປະເທດລາວ, ທະນາຄານບີໄອຊີ ລາວ ຈຳກັດ, ບໍລິສັດຂາຍສົ່ງ, ບໍລິສັດ ມີເອເຊຍຈຳກັດ, ແລະ ບໍລິສັດ ລັດຖະດາ ລວມທັງໝົດຈໍານວນ 27 ທ່ານ.

ໃນກອງປະຊຸມດັ່ງກ່າວ ຊ່ຽວຊານທີ່ຮັບຜິດຊອບພັດທະນາເວັບໄຊ ກໍຄືບໍລິສັດButterfliໄດ້ນໍາສະເໜີ ລະບົບການຊໍາລະເງີນຜ່ານທາງເອເລັກໂຕຼນິກໃນຮູບແບບຕ່າງໆເຊັ່ນ: ການໃຊ້ QR Code,Top Up, SwipingCard ທັງໃນຮູບແບບOffline ແລະ Online. ລວມທັງລະບົບການຮັກສາຄວາມປອດໄພເພື່ອປ້ອງກັນການລັກລອບຂໍ້ມູນບັນຊີຂອງຜູ້ເປັນສະມາຊິກອີກດ້ວຍ.

ຜູ້ພັດທະນາເວັບໄຊໄດ້ສະເໜີໃຫ້ເວັບໄຊ www.plaosme.comນໍາໃຊ້ລະບົບ “Plaopay”ທີ່ເປັນເອັບຟລີເຄຊັນ(Application) ຊໍາລະເງິນຮູບແບບ P2P ( Peer To Peer ) ທີ່ສາມາດຊໍາລະເງິນໄດ້ທັງໃນຮູບແບບ Offline ແລະ Online ໂດຍການສະແກນ QR Code ຊຶ່ງວິທີດັ່ງກ່າວຈະອໍານວຍຄວາມສະດວກໃຫ້ແກ່ລູກຄ້າໃນຫຼາຍໆປະເທດທີ່ສົນໃຈສັ່ງຊື່ສິນຄ້າໃຫ້ມີຄວາມວ່ອງໄວອີກທັງຍັງຫຼຸດຕົ້ນທຶນໃຫ້ແກ່ຜູ້ປະກອບກິດຈະການໃນການຕິດຕັ້ງລະບົບການຊໍາລະເງິນ.ເຖິງວ່າ ລະບົບດັ່ງກ່າວເປັນຮູບແບບທີ່ມີການນຳໃຊ້ກັນຢ່າງແຜ່ຫລາຍໃນການຊື້ຂາຍຜ່ານເອເລັກໂຕຼນິກໃນຍຸກປະຈຸບັນ ເຊັ່ນ PayPalແຕ່ເພື່ອນໍາໃຊ້ກັບເວັບໄຊ www.plaosme.com ກໍອາດຕ້ອງໄດ້ມີການປຶກສາຫາລື ແລະ ເປັນເອກະພາບກັບພາກສ່ວນກ່ຽວຂ້ອງ ຢ່າງຄັກແນ່ ເພາະຖືວ່າເປັນຊ່ອງທາງການເຮັດການຄ້າຜ່ານທາງເອເລັກໂຕຼນິກທຳອິດຂອງ ສປປ ລາວ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງພາກລັດໂດຍສະເພາະ ເພື່ອຮັບປະກັນຜົນປະໂຫຍດສູງສຸດທີ່ລັດຖະບານ ແລະ ວນກ ຈະໄດ້ຮັບ.

ໃນເບື້ອງຕົ້ນຜູ້ພັດທະນາເວັບໄຊ ໄດ້ໃຫ້ຄວາມເຫັນວ່າ ການພັດທະນາລະບົບການຊໍາລະເງີນຮູບແບບນີ້ ຈະຊ່ວຍໃຫ້ລັດຖະບານສ້າງແຫລ່ງລາຍຮັບເພື່ອຈ່າຍດອກເບ້ຍເງີນກູ້ໃຫ້ແກ່ ADB ພ້ອມກັນນັ້ນ ກໍເປັນຮູບແບບທີ່ຈະເກັບຄ່າທຳນຽມກັບ ວນກ ຕໍ່າທີ່ສຸດກໍວ່າໄດ້. ເຖິງວ່າ ກອງປະຊຸມແມ່ນດຳເນີນໄປຢ່າງມີປະສິດທິຜົນສົມຄວນ ແຕ່ກໍຍັງບໍ່ສາມາດຕົກລົງຮັບຮອງເອົາຮູບແບບທີ່ຜູ້ພັດທະນາເວັບໄຊສະເໜີມານັ້ນໄດ້ທັນທີ່ເທື່ອ ເນື່ອງຈາກວ່າ ກົມສົ່ງເສີມການຄ້າ ຮ່ວມກັບ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຍັງຕ້ອງໄດ້ປະສານງານກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະ ທະນາຄານແຫ່ງ ສປປ ລາວ, ບັນດາທະນາຄານທຸລະກິດ ແລະ ລາຍງານຂໍທິດຈາກຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ໃນບາດກ້າວຕໍ່ໄປ.