ລິດພະຍຸອີກແລ້ວ ບ້ານຫ້ວຍຈ້ວງ ເສຍຫາຍ 120 ຫຼັງຄາ

72

ໄພທໍາມະຊາດເປັນສິ່ງທີ່ເຮົາບໍ່ສາມາດຄວບຄຸມໄດ້ ແຕ່ສາມາດຮູ້ ແລະ ມີສະຕິກຽມຮັບມືກັບສະພາບດັ່ງກ່າວໄດ້ ທ່ານຜູ້ອ່ານ ຕາມລາຍງານສະພາບອາກາດຈາກກົມອຸຕຸນິຍົມອຸທົກກະສາດໄລຍະນີ້ ມີຫຼາຍເຂດປະສົບກັບພາຍຸລະດູຮ້ອນ ແລະບ້ານຫ້ວຍຈ້ວງ ເມືອງຫົງສາ ແຂວງໄຊຍະບູລີ ກໍ່ແມ່ນເຂດໜຶ່ງທີ່ໄດ້ຮັບຜົນກະທົບ ທີ່ຖືກພາຍຸພັດຖະລົ່ມມີ 120 ຄອບຄົວໄກ້ຮັບຄວາມເສຍຫາຍ.

 

 

ເຊິ່ງໃນວັນທີ 5 ພຶດສະພາ 2019 ຜ່ານມາ ອໍານາດການປົກຄອງແຂວງໄຊຍະບູລີ ກໍ່ໄດ້ລົງກວດກາ ແລະ ເກັບກໍາຂໍ້ມູນຄວາມເສຍຫາຍຕົວຈິງເພື່ອໃຫ້ການຊ່ວຍເຫຼືອແກ່ປະຊາຊົນທີ່ຖືກເຄາະຮ້າຍໃນຄັ້ງນີ້ໃຫ້ທ່ວງທັນກັບສະພາບການ.

ຕາມການໃຫ້ຂໍ້ມູນຈາກປະຊາຊົນ ບ້ານຫ້ວຍຈ້ວງ ໃຫ້ຮູ້ວ່າ: ໃນຄໍ່າຄືນຂອງວັນທີ 3 ພຶດສະພາ 2019, ເວລາ 22:30 ນາທີ ໄດ້ເກີດມີລົມພະຍຸພັດຖະລົ່ມ ບ້ານຫ້ວຍຈ້ວງ, ເມືອງຫົງສາ, ແຂວງ ໄຊຍະບູລີ ເຮັດໃຫ້ບ້ານເຮືອນ ແລະ ຊັບສິນຂອງປະຊາຊົນເສຍຫາຍ 120 ຄອບຄົວ.

ໃນນັ້ນມີ ເຮືອນພັກຂອງຄູ 2 ຫຼັງ, ເຮືອນພັກແພດ 1 ຫຼັງ, ຫ້ອງການບ້ານ 1 ຫຼັງ, ໂຮງຮຽນອານຸບານ 1 ຫຼັງ, ໂຮງຮຽນປະຖົມ 1 ຫຼັງ, ໂຮງຮຽນມັດທະຍົມຕົ້ນ 1 ຫຼັງ, ເຮືອນລົ້ມເສຍຫາຍໝົດຫຼັງຄາເຮືອນ 10 ຫຼັງ, ຫຼັງຄາຮື້ອອກໝົດ 111 ຫຼັງ, ລວມທັງ ມີສັງກະສີເສຍຫາຍ 2.445 ແຜ່ນ, ກະເບື້ອງ 3.204 ແຜ່ນ, ແຜ່ນລົບແປ 1.050 ຄູ່ ແລະ ຫຍ້າຄໍ້ 105 ໄພ, ລວມມູນຄ່າເບື້ອງຕົ້ນເສຍຫາຍທັງໝົດ 603 ກ່ວາລ້ານກີບ.

 

 

ຕໍ່ກັບເຫດການດັ່ງກ່າວ, ທາງອໍານາດການປົກຄອງເມືອງຫົງສາ ກໍ່ໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ, ດ້ວຍການລະດົມກໍາລັງແຮງງານຈາກປະຊາຊົນເພື່ອມາຊ່ວຍສ້ອມແປງເຮືອນຊານຂອງປະຊາຊົນທີ່ຖືກລົມພະຍຸພັດຖະລົ່ມນັ້ນ ໃຫ້ມີທີ່ພັກເຊົາຊົ່ວຄາວ, ພ້ອມທັງໄດ້ຊ່ວຍມອບຜ້າບັດໃຫຍ່ໃຫ້ປະຊາຊົນໄວ້ມຸງເຮືອນຊົ່ວຄາວ ຈໍານວນ 30 ຜືນ, ຊ່ວຍສັງກະສີ 450 ແຜ່ນ, ເຫຼັກຕະປູ 114 ກິໂລ, ລວມມູນຄ່າ 23 ລ້ານກວ່າກີບ.

 

 

ຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ