ສະມາຊິກພັກ – ພະນັກງານແຂວງໄຊຍະບູລີ 100 ກວ່າຄົນ ຖືກປະຕິບັດວິໄນ

162

ໃນປີ 2018 ແຂວງໄຊຍະບູລີ ປະຕິບັດວິໄນພະນັກງານ 100 ກວ່າຄົນ. ໃນນີ້, ພົວພັນກັບຢາເສບຕິດ 19 ຄົນ. ດ້ານຮອງຫົວໜ້າຄະນະຈັດຕັ້ງແຂວງຊີ້ສະມາຊິກພັກເພີ່ມຂຶ້ນຫຼາຍແຕ່ຂາດຄຸນນະພາບ, ການສັບຊ້ອນຍົກຍ້າຍພະນັກງານບາງຕຳແໜ່ງບໍ່ແທດເໝາະກັບວິຊາສະເພາະ.

ທ່ານ ຄຳພຽນ ປັນຍາວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ເປີດເຜີຍໃນກອງປະຊຸມສະຫຼຸບວຽກງານຈັດຕັ້ງ ປະຈຳປີ 2018 ວ່າ: ຜ່ານມາເຖິງວ່າຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ເຮັດວຽກງານ, ການເມືອງ – ແນວຄິດດ້ວຍຫຼາຍຮູບ, ຫຼາຍວິທີແຕ່ການຫັນປ່ຽນດ້ານແນວຄິດ ແລະ ການກະທຳຂອງສະມາຊິກພັກ – ພະນັກງານຍັງບໍ່ທັນຫຼາຍ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮັບຜິດຊອບ, ຄວາມຈູບຈ້າວຫ້າວຫັນ, ກະຕືລືລົ້ນຕໍ່ໜ້າທີ່ວຽກງານ, ນ້ຳໃຈເສຍສະຫຼະເພື່ອສ່ວນລວມຂອງສະມາຊິກພັກ – ພະນັກງານຈຳນວນໜຶ່ງບໍ່ສູງ.

ບັນຫາທີ່ໜ້າເປັນຫ່ວງໃນປັດຈຸບັນນີ້ ສະມາຊິກພັກ – ພະນັກງານຈຳນວນໜຶ່ງນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ເຊື່ອມຖອຍ ເກີດມີປາກົດການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ສໍ້ລາດບັງຫຼວງ, ພະຍາດອາຍາສິດ, ຫ່າງເຫີນຮາກຖານ, ຫ່າງເຫີນຕົວຈິງ, ຈຳນວນໜຶ່ງເມື່ອເຂົ້າພັກແລ້ວບໍ່ເຄື່ອນໄຫວວຽກຂອງພັກ, ບໍ່ເປັນແບບຢ່າງໃຫ້ມະຫາຊົນອັນໄດ້ສົ່ງຜົນສະທ້ອນຕໍ່ບົດບາດການນຳພາຂອງພັກ.

ສະແດງອອກຜ່ານການກວດກາປະເມີນຜົນ ແລະ ດຳເນີນຊີວິດການເມືອງ ປົວແປງພັກຂັ້ນຮາກຖານບ້ານມີຜູ້ຖືກປະຕິບັດວິໄນໃນຄັ້ງນີ້ເຖິງ 102 ສະຫາຍ ຍິງ 11 ສະຫາຍ. ໃນນີ້, ພົວພັນຢາເສບຕິດ 19 ສະຫາຍ, ເອົາອອກຈາກພັກ 27 ສະຫາຍ ຍິງ 3 ສະຫາຍ, ປົດຕຳແໜ່ງພາຍໃນພັກ 4 ສະຫາຍ, ໂຈະຮ່ວມຊີວິດ 7 ສະຫາຍ, ເຮັດຜິດລະບຽບປ່າໄມ້ 1 ສະຫາຍ, ພົວພັນສັງຄົມຊູ້ສາວ 8 ສະຫາຍ ຍິງ 1 ສະຫາຍ, ກ່າວເຕືອນ 11 ສະຫາຍ ຍິງ 1 ສະຫາຍ ລົບຊື່ອອກຈາກພັກ 10 ສະຫາຍ ຍິງ 3 ສະຫາຍ, ມີອາວຸດລ່າເນື້ອໄວ້ໃນຄອບຄອງ 1 ສະຫາຍ, ເກີດອຸບັດເຫດເຮັດໃຫ້ຄົນອື່ນເສຍຊີວິດ 4 ສະຫາຍ ຍິງ 1 ສະຫາຍ, ເຮັດຜິດລະບຽບພັກສໍ້ໂກງຊັບສິນຂອງພົນລະເມືອງ 3 ສະຫາຍ ຍິງ 1 ສະຫາຍ, ໃຊ້ສື່ອອນລາຍບໍ່ຖືກຕ້ອງ 1 ສະຫາຍ, ຂຽນບົດສົນເທ 2 ສະຫາຍ, ຫຼິ້ນກິນຟຸມເຟືອຍ 1 ສະຫາຍ, ເຮັດຜິດຮີດຄອງປະເພນີ 2 ສະຫາຍ.

ອີກດ້ານໜຶ່ງການຂະຫຍາຍພັກເຖິງວ່າຈະມີຈຳນວນສະມາຊິກພັກເພີ່ມຂຶ້ນຫຼາຍ ແຕ່ດ້ານຄຸນນະພາບຂອງສະມາຊິກພັກຈຳນວນໜຶ່ງບໍ່ທັນຮັບປະກັນ, ມີແຕ່ເພີ່ມດ້ານຈຳນວນແຕ່ບໍ່ເພີ່ມກຳລັງແຮງການປັບປຸງກົງຈັກ, ສັບຊ້ອນແຕ່ງຕັ້ງຍົກຍ້າຍພະນັກງານບາງຕຳແໜ່ງງານຢູ່ຂັ້ນແຂວງ, ເມືອງ, ຍັງບໍ່ຖືກກັບວິຊາສະເພາະທີ່ໄດ້ຮຽນມາ, ການຫັນເອົາພະນັກງານສາຍຕັ້ງ, ສາຍຂວາງລົງຊ່ວຍບັນດາເມືອງ, ເມືອງລົງຊ່ວຍຮາກຖານບ້ານຍັງມີໜ້ອຍ.

[ ຂ່າວ : ບຸນທີ ແສງຈັນທະລາ ]