ສ້າງຄວາມເຂົ້າໃຈແກ່ສື່ມວນຊົນກ່ຽວກັບພາລະບົດບາດຂອງ ຄກສພ ແລະ ອກລ

333

ກົມຄົ້ນຄວ້າ ແລະ ວາລະສານກວດກາ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຈັດກອງປະຊຸມສໍາມະນາພົບປະສື່ມວນຊົນທຸກຂະແໜງການ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບພາລະບົດບາດຂອງ ຄະນະກວດກາສູນກາງພັກ ( ຄກສພ ) ແລະ ອົງການກວດກາລັດຖະບານ ( ອກລ ) ຈຸດປະສົງກໍເພື່ອແນໃສ່ສ້າງຄວາມຮັບຮູ້, ຄວາມເຂົ້າໃຈແກ່ບັນນາທິການ, ນັກຂ່າວ ແລະ ສື່ມວນຊົນທຸກຂະແໜງການກ່ຽວກັບວຽກງານກວດກາ ເປັນຕົ້ນແມ່ນທາງດ້ານເນື້ອໃນການຂຽນ, ຊື່ເອີ້ນຂອງຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານໃຫ້ຂຽນຖືກຕ້ອງຕາມພາລະບົດບາດ ແລະ ກົງຈັກການຈັດຕັ້ງຂອງແຕ່ລະຂະແໜງການ.

ໂອກາດນີ້, ທ່ານ ປອ. ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ກ່າວບາງຕອນສໍາຄັນ ວ່າ: ໄລຍະຜ່ານມາບັນດາສື່ມວນຊົນໃນຫຼາຍຂະແໜງການ ຍັງບໍ່ເຂົ້າໃຈລະອຽດກ່ຽວກັບການຈັດຕັ້ງພາລະບົດບາດຂອງວຽກງານກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດ ເຊິ່ງໄລຍະຜ່ານມາຍັງມີການຂຽນຂ່າວທີ່ບໍ່ສອດຄ່ອງກັບໜ້າທີ່ຮັບຜິດຊອບ. ສະນັ້ນ, ພວກເຮົາຈຶ່ງໄດ້ເຊີນເອົາບັນດາບັນນາທິການ ລວມທັງນັກຂ່າວຂອງແຕ່ລະສໍານັກເຂົ້າມາຮ່ວມ ເພື່ອຈະໄດ້ອະທິບາຍໃຫ້ເຂົ້າໃຈໄປໃນທິດທາງດຽວກັນ.

ເນື່ອງຈາກອົງການກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດ ມີພາລະບົດບາດທີ່ແຕກຕ່າງກັນ ເຊັ່ນວ່າ: ອົງການກວດກາລັດຖະບານ ( ອກລ ) ເຮັດໜ້າທີ່ເປັນເສນາທິການໃຫ້ກັບລັດຖະບານ ກ່ຽວກັບວຽກງານກວດກາລັດ, ຕ້ານການສໍ້າລາດບັງຫຼວງ ແລະ ຮັບຄໍາຮ້ອງພົນລະເມືອງໃນທົ່ວປະເທດ, ສ່ວນອົງການກວດສອບແຫ່ງລັດ ( ອກສລ ) ແມ່ນອົງການທຽບເທົ່າກະຊວງຖືກສ້າງຕັ້ງ ຫຼື ຍົກເລີກໂດຍສະພາແຫ່ງຊາດ.

ສໍາລັບເນື້ອໃນຂອງອົງການກວດກາລັດ ປະກອບມີ 3 ຂໍ້ ຄື: 1). ການປະຕິບັດນະໂຍບາຍ, ກົດໝາຍ, ລະບຽບການ, ໂຄງການ, ສິດ – ໜ້າທີ່ ແລະ ຄວາມຮັບຜິດຊອບໃນການຄຸ້ມຄອງບໍລິຫານລັດ; 2). ການປະຕິບັດວຽກງານດ້ານວິຊາສະເພາະ, ເຕັກນິກ, ຫຼັກການຄຸ້ມຄອງຂະແໜງການ; 3). ຈັດຕັ້ງປະຕິບັດຜົນການກວດສອບຕາມການສະເໜີຂອງອົງການກວດສອບແຫ່ງລັດ, ຕາມມະຕິກອງປະຊຸມສະພາແຫ່ງຊາດ ຫຼື ສະພາປະຊາຊົນຂັ້ນແຂວງ.

ສ່ວນເນື້ອໃນຂອງອົງການກວດສອບແຫ່ງລັດ ປະກອບມີຄື: 1). ກວດສອບເອກະສານລາຍງານປະຈໍາປີ; 2). ກວດສອບຄວາມສອດຄ່ອງທາງດ້ານກົດໝາຍ; 3). ກວດສອບຜົນການຈັດຕັ້ງປະຕິບັດອື່ນໆ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນທ້າຍອາທິດຜ່ານມາ ຢູ່ທີ່ສະໂມສອນຄະນະກວດກາສູນກາງພັກ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີບັນນາທິການຂອງແຕ່ລະສໍານັກຂອງສື່ສິ່ງພິມ, ວິທະຍຸ, ໂທລະພາບເຂົ້າຮ່ວມຢ່າງພ້ອມພຽງ.

[ ຂ່າວ, ຮູບ: ສົມສະຫວິນ ]