ໃນທ້າຍອາທິດຜ່ານມາ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ຂະບວນການຜະລິດປຸງແຕ່ງໄມ້ສັກ ປູກຢູ່ໂຮງງານຕົວແບບ ແລະ ເຄືອຂ່າຍການຜະລິດ – ປຸງແຕ່ງໄມ້ຂອງລັດຖະບານ ພາຍຫຼັງທີ່ໄດ້ມີການຈັດຕັ້ງປະຕິບັດເປັນຮູບປະທຳ ນັບແຕ່ປີ 2017 ຜ່ານມາ ເຊິ່ງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ທອງສະຫວັນ ສຸລິຍະມາດ ຜູ້ອໍານວຍການ ກຸ່ມບໍລິສັດ ອຸດສາຫະກໍາເຟີນີເຈີລາວ ຈໍາກັດ ພ້ອມດ້ວຍຄະນະ ແລະ ຮອງຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ.
ໂອກາດນີ້, ຜູ້ອໍານວຍການ ກຸ່ມບໍລິສັດ ອຸດສາຫະກໍາເຟີນີເຈີລາວ ຈໍາກັດ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງໂຮງງານ ແລະ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ ນັບແຕ່ປີ 2017 ເຊິ່ງລັດຖະບານໄດ້ກໍານົດເອົາໂຮງງານຂອງ ກຸ່ມບໍລິສັດ ອຸດສາຫະກໍາເຟີນີເຈີລາວ ຈໍາກັດ ເປັນໂຮງງານຕົວແບບ ເຫັນວ່າມີທັງຂໍ້ສະດວກ ແລະ ສິ່ງທ້າທາຍຫຼາຍດ້ານ ແຕ່ຈຸດດີກໍຄືແຫຼ່ງວັດຖຸດິບພາຍໃນ ໂດຍສະເພາະແມ່ນໄມ້ສັກປູກຂອງລາວມີຄວາມຕ້ອງການສູງໃນຕະຫຼາດຕ່າງປະເທດ ເຊິ່ງໄລຍະຜ່ານມາກໍຄືປັດຈຸບັນ ໂຮງງານໄດ້ ມີການຜະລິດ ແລະ ສົ່ງອອກເປັນຜະລິດ ຕະພັນໄມ້ສໍາເລັດຮູບສົ່ງໄປປະເທດໄທ, ສປ ຈີນ ແລະ ຍີ່ປຸ່ນ ໂດຍນໍາໃຊ້ວັດຖຸດິບແມ່ນໄມ້ປູກເປັນຕົ້ນຕໍ ເຊັ່ນ: ໄມ້ສັກ ແລະ ໄມ້ວິກ ທີ່ຮັບຊື້ມາຈາກບັນດາແຂວງພາກເໜືອ, ນະຄອນຫຼວງ ແລະ ບໍລິຄໍາໄຊ ເຫັນວ່າມີ ຄວາມຕ້ອງການໄມ້ທ່ອນຊາວພັນແມັດກ້ອນຕໍ່ປີ. ຄຽງຄູ່ກັນນັ້ນ, ກໍຍັງມີສະມາຊິກໃນເຄືອຂ່າຍການຜະລິດ ( Cluster ) ຢູ່ 7 ແຂວງ ມີທັງໝົດ 35 ໂຮງງານໃນທົ່ວປະເທດ.
ທ່ານກ່າວຕື່ມວ່າ: ມາຮອດປັດຈຸບັນສາມາດຜະລິດ ແລະ ສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບ ໄດ້ພຽງແຕ່ 2 ຕູ້ຄອນເທນເນີຕໍ່ເດືອນ ເທົ່ານັ້ນເຊິ່ງເປັນຈຳນວນໜ້ອຍເມື່ອທຽບກັບຄວາມຕ້ອງການຂອງລູກຄ້າຕ່າງປະເທດທີ່ມີສັນຍາກັບໂຮງງານ ເຊິ່ງຕ້ອງການເດືອນລະ 20 – 30 ຕູ້ຄອນເທນເນີ. ໃນນີ້, ພວກເຮົາມີຄວາມພ້ອມທັງໝົດທຸກດ້ານທັງຕະຫຼາດຈໍາໜ່າຍທີ່ມີຢູ່ແລ້ວທັງພາຍໃນ ແລະ ຕ່າງປະເທດ, ເຄື່ອງຈັກປຸງແຕ່ງໄມ້ທີ່ທັນສະໄໝ ມີກໍາລັງການຜະລິດສູງ, ສີມືແຮງງານ ແລະ ວັດຖຸດິບຢູ່ພາຍໃນປະເທດ ແຕ່ປັດໄຈທີ່ຍັງຂາດແມ່ນທຶນໝູນວຽນມີໜ້ອຍບໍ່ພຽງພໍ ເພື່ອຊື້ວັດຖຸດິບປ້ອນເຂົ້າສູ່ການຜະລິດໃຫ້ເຕັມຕາມກໍາລັງການຜະລິດຂອງໂຮງງານເພື່ອຜະລິດສົ່ງອອກຢ່າງຕໍ່ເນື່ອງ ແລະ ສົ່ງມອບໃຫ້ທັນເວລາແກ່ລູກຄ້າຕ່າງປະເທດ. ພ້ອມດຽວກັນນີ້, ກໍໄດ້ສະເໜີໃຫ້ລັດຖະບານຊ່ວຍແກ້ໄຂການເຂົ້າເຖິງແຫຼ່ງທຶນໝູນວຽນນໍາທະນາຄານທຸລະກິດຂອງລັດໃນຮູບການແພັກກິ້ງແອລຊີ ( LC ) ເພື່ອເສີມສະພາບຄ່ອງໃຫ້ໂຮງງານຕົວແບບທີ່ເປັນໜໍ່ແໜງທີ່ດີແລ້ວໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ແກ້ໄຂບັນຫາທີ່ຕິດຂັດອື່ນໆໂດຍໄວ ເພື່ອບໍ່ໃຫ້ເສຍໂອກາດທາງການຄ້າ.
ຂະນະທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການຕັດສິນໃຈສູງຂອງໂຮງງານທີ່ສາມາດຜ່ານຜ່າອຸປະສັກຕ່າງໆຈົນກາຍເປັນໂຮງງານທັນສະໄໝ ແລະ ຖືກຄັດເລືອກໃຫ້ເປັນໂຮງງານຕົວແບບ ເຊິ່ງລັດຖະບານກໍເຫັນໄດ້ເຖິງຄວາມຈໍາເປັນຂອງຜູ້ປະກອບການ ເພື່ອເຮັດແນວໃດໃຫ້ສາມາດສະໜອງສິນຄ້າໃຫ້ໄດ້ຕາມຄວາມຕ້ອງການຂອງຕະຫຼາດທີ່ມີຢູ່ ເພາະວ່າທຶນກໍເປັນປັດໄຈຕັດສິນເຮັດໃຫ້ທຸລະກິດສາມາດດໍາເນີນຕໍ່ໄປໄດ້ ແລະ ຈະໄດ້ມີການສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຫາວິທີການແກ້ໄຂໂດຍໄວ ພ້ອມທັງແນະນໍາໃຫ້ຜູ້ອໍານວຍການ ກຸ່ມບໍລິສັດ ອຸດສາຫະກໍາເຟີນີເຈີລາວ ຈໍາກັດ ສ້າງເປັນແຜນບົດວິພາກເສດຖະກິດ – ເຕັກນິກ ເປັນໂຄງປະກອບຢ່າງລະອຽດ ນັບແຕ່ຂັ້ນຕອນເລີ່ມແຕ່ຜູ້ປູກ, ການຕັດ, ຄ່າຂົນສົ່ງ, ຂະບວນການຜະລິດຕ່າງໆ, ລາຄາຜະລິດຕະພັນສໍາເລັດຮູບ ແລະ ຕະຫຼາດຈໍາໜ່າຍ ເພື່ອໃຫ້ໂຮງງານສາມາດແຂ່ງຂັນໄດ້ໃນຕະຫຼາດຕ່າງປະເທດ ແລະ ເປັນບ່ອນອີງໃນການກໍານົດ ແລະ ຄວາມຈໍາເປັນຂອງການໃຊ້ທຶນ.
[ ຂ່າວ – ຮູບ: ສົມສະຫວິນ ]