ເນປານ ເປີດຮັບອາສາສະໝັກເກັບຂີ້ເຫຍື້ອເທິງພູຫິມາໄລ

89

ຂະແໜງການທ່ອງທ່ຽວເນປານ ມີການເປີດຮັບອາສາສະໝັກໃນໂຄງການເກັບຂີ້ເຫຍື້ອເທິງພູຫິມາໄລ ພາຍໃຕ້ຊື່ເຮັດຄວາມສະອາດຫິມາໄລ ເນື່ອງຈາກພູດັ່ງກ່າວຖືກປົກຄຸມດ້ວຍຂີ້ເຫຍື້ອຈໍານວນມະຫາສານຈາກກຸ່ມນັກທ່ອງທ່ຽວປີນພູທີ່ມີຈໍານວນຫຼາຍຂຶ້ນທຸກປີ.

ໂຄງການດັ່ງກ່າວເປີດຮັບອາສາສະໝັກ 14 ຄົນ ໃນການເກັບຂີ້ເຫຍື້ອ 1.000 ກິໂລກຣາມ ພາຍໃນ 45 ວັນ ໂດຍມີການຕັ້ງເຕັ້ນ ຫຼື ຄ້າຍສໍາລັບເປັນທີ່ພັກຂອງອາສາສະໝັກ ແລະ ເປັນທີ່ມ້ຽນຂີ້ເຫຍື້ອໃນລະດັບຄວາມສູງຕ່າງໆກ່ອນທີ່ຈະຂົນລົງມາຈາກພູ. ທັງນີ້, ໄດ້ຮັບຄວາມຮ່ວມມືຈາກກອງທັບເນປານ ເຊິ່ງສົ່ງຍົນມາຊ່ວຍໃນການຂົນຂີ້ເຫຍື້ອນໍາອີກ.

ໃນໄລຍະ 2 ອາທິດທໍາອິດຂອງໂຄງການເຮັດຄວາມສະອາດເທິງພູຫິມາໄລມີການເກັບຂີ້ເຫຍື້ອໄດ້ຫຼາຍເຖິງ 3 ໂຕນ ໂດຍຂີ້ເຫຍື້ອສ່ວນຫຼາຍແມ່ນກະປ໋ອງ, ກະຕຸກ ແລະ ອຸປະກອນປີນພູ.

ນອກຈາກນີ້, ຂີ້ເຫຍື້ອຈໍານວນຫຼາຍບໍ່ແມ່ນພຽງແຕ່ຂີ້ເຫຍື້ອຈາກການບໍລິໂພກເທົ່ານັ້ນ ແຕ່ຍັງລວມເຖິງສິ່ງເສດເຫຼືອຈາກຮ່າງກາຍມະນຸດ ແລະ ຮ່າງກາຍຜູ້ເສຍຊີວິດທີ່ຖືກແຊ່ແຂງຈໍານວນຫຼາຍທີ່ບໍ່ເນົ່າເປື່ອຍຈາກອາກາດທີ່ໜາວ ເຊິ່ງໃນໄລຍະໂຄງການນີ້ອາສາສະໝັກພົບຮ່າງຜູ້ເສຍຊີວິດ 4 ຄົນ ທີ່ລະດັບຄວາມສູງ 8.848 ແມັດ.