ເພີ່ມທັກສະເຮັດຂ່າວທາງອອນລາຍໃຫ້ສື່ມວນຊົນລາວ ທົ່ວປະເທດ

75

ປັດຈຸບັນສື່ສັງຄົມອອນລາຍ ພວມໄດ້ຮັບຄວາມນິຍົມຢ່າງຫລວງຫາຍ ເຊິ່ງເປັນແຫຼ່ງຂໍ້ມູນຂ່າວສານອີກສ່ອງທາງໜຶ່ງແຜ່ກະຂາຍຜ່ານ ເວັບໄຊ ໂດຍໄດ້ຮັບອະນຸຍາດຈາກລັດຖະບານ ແລະ ກະຈາຍຂໍ້ມູນຂ່າວສານຜ່ານອິນເຕີເນັດ ໃຫ້ປະຊາຊົນຕິດຕາມ ອ່ານຂ່າວຜ່ານ ໂທລະສັບມືຖື, ຄອມພີວເຕີ້ ໂດຍມີອິນເຕີເນັດ.

 

 

ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ຮ່ວມກັບ ກະຊວງຖະແຫຼງຂ່າວ ແລະ ສື່ສານ ສສ ຫວຽດນາມ ຈັດຝຶກອົບຮົມ ເພີ່ມທັກສະການເຮັດຂ່າວທາງອອນລາຍ ໃຫ້ແກ່ສື່ມວນຊົນລາວ ໃນລະຫວ່າງວັນທີ 6-10 ທີ່ສະຖາບັນສື່ມວນຊົນ ໂດຍການເຂົ້າຮ່ວມຂອງ ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ, ທ່ານ ດັງ ຄັກ ເລີຍ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວແລະ ສື່ສານ ສສ ຫວຽດນາມ, ມີສໍາມະນາກອນສື່ມວນຊົນຈາກ 17 ແຂວງ, ນະຄອນຫລວງ ແລະ ພາກສ່ວນຕ່າງໆພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ.

 

 

 

ຊຸດຝຶກອົບຮົມຄັ້ງນີ້ ນັກສຳມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບ ຂ່າວອອກລາຍແມ່ນຫຍັງ, ການສ້າງຂ່າວອອນລາຍ, ການສ້າງລາຍຮັບຈາກສື່ອອນລາຍ ແລະການນໍາໃຊ້ສື່ສັງຄົມອອນລາຍ ໂດໄດ້ຮັບການຝຶກຈາກຄູຝຶກທີ່ມາຈາກກະຊວງຖະແຫຼງຂ່າວ ແລະ ສື່ສານ ສສ ຫວຽດນາມ ທັງນີ້ ກໍ່ເພື່ອເປັນການຖ່າຍຖອດບົດຮຽນ ແລະ ປະສົບການຂອງປະເທດທີ່ມີການພັດທະນາແລ້ວ ໃຫ້ແກ່ນັກສື່ສານມວນຊົນຂອງ ສປປ ລາວ ເພື່ອໃຫ້ມີບົດຮຽນໃໝ່ໆ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກ ແລະ ປະຊາຊົນມອບໝາຍ ໃຫ້ໄດ້ຮັບຄ່ານິຍົມສູງຂຶ້ນເລື້ອຍໆ.