ເສັ້ນທາງລົດໄຟ ລາວ – ຈີນ ໄລຍະ 3 ຄືບໜ້າຫຼາຍດ້ານ

0
299

ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ທີ່ມີໄລຍະທາງທັງໝົດ 417 ກິໂລແມັດ ໄດ້ແບ່ງການກໍ່ສ້າງອອກເປັນ 6 ໄລຍະ ເຊິ່ງແຕ່ລະໄລຍະມີທັງບໍລິສັດຂອງຄົນລາວ ແລະ ຈີນ ເປັນຜູ້ຮັບເໝົາ. ເວົ້າສະເພາະໄລຍະທີ 3 ( ຫຼວງພະບາງ – ຊຽງເງິນ ) ບໍລິສັດ ທາງລົດໄຟເລກ 8 ສປ ຈີນ ແລະ ບໍລິສັດ ນ້ຳທາກໍ່ສ້າງຂົວ – ທາງ ຈຳກັດ ເປັນຜູ້ຈັດຕັ້ງປະຕິບັດໃນໄລຍະ 12,3 ກິໂລແມັດ. ປັດຈຸບັນໜ້າວຽກສ່ວນໃຫຍ່ແມ່ນຄືບໜ້າເປັນກ້າວໆ ແລະ ຄາດວ່າຈະໃຫ້ສໍາເລັດໃນປີ 2021 ແນ່ນອນ.

ທ່ານ ພອນປະເສີດ ອິນທະສອນ ຜູ້ບໍລິຫານ ບໍລິສັດ ນ້ຳທາກໍ່ສ້າງຂົວ – ທາງ ຈຳກັດ ຜູ້ຮັບເໝົາໂຄງການໄລຍະທີສາມ ( ຫຼວງພະບາງ – ຊຽງເງິນ ) ເປີດເຜີຍເຖິງຄວາມຄືບໜ້າ ວ່າ: ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນທັນວາ 2017 ໂດຍແມ່ນ ບໍລິສັດ ທາງລົດໄຟເລກ 8 ສປ ຈີນ ແລະ ບໍລິສັດ ນ້ຳທາກໍ່ສ້າງ   ຂົວ – ທາງຈຳກັດ ເປັນຜູ້ຮັບເໝົາລວມໄລຍະທາງທັງໝົດ 12,3 ກິໂລແມັດ ມາຮອດປັດຈຸບັນໜ້າວຽກດັ່ງກ່າວໄດ້ຄືບໜ້າຫຼາຍດ້ານ ເປັນຕົ້ນແມ່ນ: ການກໍ່ສ້າງຂົວ ຈໍານວນ 3 ແຫ່ງ ສຳເລັດແລ້ວ 80% ສ່ວນທີ່ເຫຼືອແມ່ນວຽກຕົກແຕ່ງ; ວຽກດິນ – ໜ້າທາງສຳເລັດແລ້ວ 90%; ການກໍ່ສ້າງສະຖານີຜູ້ໂດຍສານສໍາເລັດກວ່າ 10% ຄາດວ່າຈະໃຫ້ສໍາເລັດຕາມແຜນປີ 2021 ແນ່ນອນ ເນື່ອງຈາກບໍລິສັດທີ່ຈະຮັບເໝົາໂຄງການໃຫຍ່ລະດັບຊາດຈະຕ້ອງມີ ຄວາມພ້ອມທາງດ້ານບຸກຄະລາກອນ, ທີມຜູ້ຊ່ຽວຊານ, ກົນຈັກ ແລະ ມີຖານະການເງິນທີ່ຜ່ານການຄັດເລືອກຈາກສະມາຄົມກໍ່ສ້າງລາວ.

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ໂຄງການດັ່ງກ່າວບໍລິສັດພວກເຮົາເປັນພຽງແຕ່ຜູ້ຮັບເໝົາຍ່ອຍ ( Sub Contact ) ເທົ່ານັ້ນ ແຕ່ບໍ່ໄດ້ເປັນຜູ້ຮ່ວມລົງທຶນ ຫຼື ( Joint ventures ) ແຕ່ຢ່າງໃດ ເຊິ່ງມີມູນຄ່າການລົງທຶນທັງໝົດ 197 ລ້ານຢວນ ຫຼື ປະມານ 236 ຕື້ກີບ ເຊິ່ງການທີ່ມີບໍລິສັດຂອງຄົນລາວເຂົ້າຮ່ວມໃນການກໍ່ສ້າງທາງລົດໄຟດັ່ງກ່າວ ຖືວ່າເປັນກຽດຢ່າງສູງທີ່ໄດ້ປະກອບສ່ວນທາງດ້ານເຫື່ອແຮງ ແລະ ຈິດໃຈ ທັງເປັນການຍົກລະດັບຄວາມສາມາດດ້ານວິສະວະກໍາກໍ່ສ້າງຂອງລາວເຮົາໃຫ້ສູງຂຶ້ນ ແລະ ຈາລຶກໄວ້ໃນປະຫວັດສາດໜ້າໃໝ່ຂອງລາວ.

ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ໂຄງການດັ່ງກ່າວບໍ່ພຽງແຕ່ປ່ຽນແປງສະຖານະພາບຂອງ ສປປ ລາວ ຈາກການເປັນປະເທດບໍ່ຕິດກັບທະເລມາເປັນປະເທດເຊື່ອມຈອດເທົ່ານັ້ນ ແຕ່ຍັງເປັນການເປີດໂສມໜ້າ ແລະ ຍົກລະດັບຊື່ສຽງຂອງປະເທດໃຫ້ຊາວໂລກໄດ້ຮູ້ໄດ້ເຫັນ ແລະ ເຂົ້າໃຈຫຼາຍຂຶ້ນກວ່າເກົ່າ ໂດຍຜ່ານການໄປ – ມາຫາສູ່, ແລກປ່ຽນວັດທະນະທໍາ, ການຄ້າ, ການລົງທຶນ, ການບໍລິການ ແລະ ອື່ນໆ. ພ້ອມດຽວກັນນັ້ນ, ທາງລົດໄຟ ລາວ – ຈີນ ຍັງຈະປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ໃຫ້ມີຄວາມເຂັ້ມແຂງ, ການຂົນສົ່ງສິນຄ້າຈາກພາຍໃນ ແລະ ຕ່າງປະເທດຈະມີລາຄາຖືກລົງ ແລະ ປະຢັດເວລາ, ຊຸກຍູ້ໃຫ້ຜູ້ປະກອບການ ແລະ ຜະລິດ  ກະສິກໍາມີ ຄວາມຫ້າວຫັນຂຶ້ນກວ່າເກົ່າ. “ ທ່ານ ພອນປະເສີດ ກ່າວ ”.

[ ຂ່າວ: ສົມສະຫວິນ ]

LEAVE A REPLY

Please enter your comment!
Please enter your name here