ໃຫ້ກໍາລັງໃຈ ແພັດ ເພັດດາວອນ ອີກຄັ້ງ ໃນລາຍການ ສຶກວັນດວນເພງໂຄດແຊັມ

124

ຮ່ວມເຊຍ ສາວ ແພັດ ເພັດດາວອນ ກຸນລາວົງ ອີກຄັ້ງ ໃນການໄປຈັບໄມຮ້ອງເພງ ໃນລາຍການ ສຶກວັນດວນເພງໂຄດແຊັມ ທີ່ຈະເລີ່ມໃນວັນເສົາ ວັນທີ 11 ພຶດສະພາ 2019 ນີ້.

ສາວແພັດ ເພັດດາວອນ ນັກຮ້ອງສາວລາວ ທີ່ໄປສ້າງຊື່ສຽງໂດ່ງດັງທີ່ປະເທດໄທ ໃນລາຍການ ສຶກວັນດວນເພງ ຄວ້າແຊັມ 21 ສະໄໝ ເປັນຄົນທໍາອິດຂອງລາວທີ່ຫອບເງິນກັບບ້ານຈາກການແຂ່ງຂັນນີ້ 1 ລ້ານບາດ ໃນປີກາຍນີ້.

ກ່ອນໜ້ານີ້ ສາວແພັດ ໄດ້ໄປແຂ່ງຂັນອີກຄັ້ງ ໃນລາຍການ ສຶກວັນດວນເພງສົງຄາມແຊັມ 2019 ໃນເດືອນມີນາຜ່ານມາ ໄດ້ແຊັມສາຍ 8 ແຕ່ບໍ່ສາມາດເປັນແຊັມໃນລາຍການ ສຶກວັນດວນເພງສົງຄາມແຊັມ 2019 ໄດ້.

ປັດຈຸບັນ ທ່ານຈະໄດ້ຮ່ວມລຸ້ນ ແລະ ເຊຍ ສາວ ແພັດ ອີກຄັ້ງໃນການລາຍການ ສຶກວັນດວນເພງໂຄດແຊັມ ທີ່ຈະມີໂຄດແຊັມ 32 ຄົນ ມາຮ່ວມແຂ່ງຂັນກັນເພື່ອເປັນໜຶ່ງດຽວໃນໂຄດແຊັມ ບອກເລີຍວ່າມ່ວນ, ສົມນໍ້າສົມເນື້ອໃນການປະທະສຽງເພງຢ່າງດຸເດືອດແນ່ນອນ ຕິດຕາມຊົມໄດ້ທາງຊ່ອງ ONE 31 ເວລາ 18:20 ເດີ້ ເລີ່ມວັນເສົາ ວັນທີ 11 ພຶດສະພາ 2019 ນີ້.

ຈາກ: Pat Phetdavone Kounlavong