ເກີດເຫດໄຟໄໝ້ເຮືອນ ຢູ່ບ້ານ ຄຳສະຫວາດ

262

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ລາຍງານວ່າ:ວັນທີ 04 ພຶດສະພາ 2019 ເວລາ01:07ໂມງ, ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດວ່າມີໄຟໄໝ້ເຮືອນ ຈຸດເກີດເຫດແມ່ນຢູ່ບ້ານ ຄຳສະຫວາດ ຮ່ອມ3 ນະຄອນຫຼວງວຽງຈັນ


ໜ່ວຍກູ້ໄພມູນນິທິອອກກວດສອບ ພົບໄຟໄຫມ້ເຮືອນວິນລ້າສອງຊັ້ນເຊິ່ງໄຟໄໝ້ຊັ້ນສອງກຳລັງລຸກລາມ ໜ່ວຍກູ້ໄພມູນນິທິຮ່ວມກັບພະແນກສະກັດກັ້ນອັກຄີໄພນະຄອນຫລວງໄດ້ທຳການຄວມຄຸມໄຟໄວ້ໄດ້ເປັນທີ່ຮຽບຮ້ອຍ ສ່ວນສັບສິນເອົາອອກມາໄດ້ແຕ່ບາງສ່ວນ